top of page

ເຫດຜົນທີ່ຄົນເຮົາບໍ່ຄວນຈະເລືອກ

ເຫດຜົນທີ່ຄົນເຮົາບໍ່ຄວນຈະເລືອກເຮັດຫລາຍສິ່ງຫລາຍຢ່າງ ໃນເວລາດຽວກັນ.

ເຫນືອສິ່ງອື່ນໃດ ບັນຫາທີ່ເຈົ້າກຳລັງປະສົບຢູ່ທຸກມື້ນີ້ ມັນຄຶການທີ່ເຈົ້າກຳລັງພະຍາຍາມທີ່ຈະເຮັດຫລາຍສິ່ງ, ຫລາຍຢ່າງ ໃນເວລາດຽວກັນ. ຍ້ອນຂ້ອຍຮູ້ແນວນັ້ນເອງ ຂ້ອຍຈຶ່ງພະຍາຍາມທີ່ຈະຫາທາງແກ້ໄຂບັນຫານີ້້ໃຫ້ໄດ້.

ສິ່ງທີ່ເກີດຂື້ນຄຶເຈົ້າບໍ່ສາມາດທີ່ຈະປະສົບຜົນສຳເລັດໄດ້, ມັນບໍ່ມີຫຍັງກ້າວຫນ້າເລີຍ ພ້ອມທັງບໍ່ມີຫຍັງທີ່ຈະເປັນແຮງຈູງໃຈໃຫ້ກັບໂຕເຈົ້າ ສຸດທ້າຍແລ້ວ ເຈົ້າຈະຖອດໃຈ ແລະ ລົ້ມເລີກມັນໄປໃນທີ່ສຸດການມີຄວາມມຸ້ງມານະມັນເປັນສິ່ງທີ່ດີ, ແຕ່ການມຸ້ງເນັ້ນກະທໍາ ແລະ ເອົາໃຈໃສ່ເຮັດແຕ່ພຽງສິ່ງດຽວ ມັນຈະດີກວ່າ.

ຕໍ່ໄປນີ້ແມ່ນເຫດຜົນທີ່ທ່ານບໍ່ຄວນຈະເລືອກເຮັດຫລາຍສິ່ງ, ຫລາຍຢ່າງ ໃນເວລາດຽວກັນ.

ເພາະວ່າສະຫມອງຂອງຄົນເຮົາ ບໍ່ໄດ້ຖືກອອກແບບມາ ເພື່ອໃຫ້ມີສາມາດຈົດຈຳໄດ້ຫມົດທຸກ ສິ່ງຢ່າງ.ໃນທຸກໆມື້ ພວກເຮົາຍ່ອມຈະມີເລື່ອງໃຫ້ຈົດຈຳ, ໃຫ້ຄິດຢ່າງຫລວງຫລາຍ ບັນຫາຄຶວ່າເຮົາຈະໃຫ້ສະຫມອງຂອງເຮົາ ເລືອກທີ່ຈະຈົດຈຳສິ່ງຕ່າງໆເຫລົ່ານັ້ນໄວ້ໄດ້ຫມົດ ຫລື ບໍ່. ສະນັ້ນແລ້ວການເລືອກທີ່ຈະມຸ້ງເນັ້ນເຮັດພຽງແຕ່ສິ່ງໃດ, ສິ່ງຫນຶ່ງ ພຽງຢ່າງດຽວນັ້ນມັນຈະຊ່ວຍເຮັດໃຫ້ສະຫມອງຂອງເຮົາມີປະສິດທິພາບການໃນຈື່ຈຳກ່ຽວກັບຄວາມຮູ້ ລວມທັງເປົ້າຫມາຍຂອງເຮົາໄດ້ດີຂື້ນ. ດັ່ງນັ້ນເຮົາຄວນພະຍາຍາມທີ່ຈະປ່ອຍວາງເລື່ອງຕ່າງໆ ທີ່ບໍ່ມີຄວາມຈຳເປັນອອກໄປໃຫ້ໄດ້ຫລາຍທີ່ສຸດ, ເຊຶ່ງ ຂ້າພະເຈົ້າກໍ່ໃຊ້ຫລັກການນີ້ຢູ່ເປັນປະຈໍາ.

ຈົ່ງມີ ແລະ ຕັ້ງເປົ້າຫມາຍທີ່ຍິ່ງໃຫຍ່ໄວ້ກ່ອນ.

ແທນທີ່ເຮົາຈະຕັ້ງເປົ້າຫມາຍນ້ອຍໆ ຫລາຍໆ ຢ່າງທີ່ມັນບໍ່ມີຄວາມຫມາຍ ແລະ ບໍ່ຍິ່ງໃຫຍ່, ເຮົາລອງປ່ຽນມາຕັ້ງ ຫລື ເລືອກເປົ້າຫມາຍ ອັນທີ່ໃຫຍ່ໆ ແລະ ຫນ້າຕື່ນເຕັ້ນກັນດີກວ່າ. ຫລັງຈາກນັ້ນກໍ່ພະຍາຍາມຕັ້ງເປົ້າໃຫ້ເຮັດສຳເລັດໃນຊ່ວງໄລຍະເວລາ 2 ຫາ 3 ເດືອນ ຫລື ເຮັດໃຫ້ສຳເລັດເປົ້າຫມາຍຫນຶ່ງ ຕໍ່ປີ ກໍ່ແລ້ວແຕ່ທ່ານເປັນຄົນກຳນົດ.

ການທີ່ເຮົາມີເປົ້າຫມາຍດຽວ ແລະ ເປັນເປົ້າຫມາຍທີ່ຍິ່ງໃຫຍ່ນັ້ນ ມັນມີຂໍ້ດີອີກຢ່າງຫນຶ່ງຄຶມັນຈະຊ່ວຍເຮັດໃຫ້ເຮົາສາມາດຈົດຈຳສິ່ງທີ່ເຮົາຕ້ອງການໄດ້ດີຂື້ນ. ເຊຶ່ງ ກົນລະຍຸດນີ້ມັນກໍ່ຄຶການໄດ້ມຸ້ງເນັ້ນໄປທີ່ເປົ້າຫມາຍພຽງແຕ່ ຫນື່ງ ຫລື ສອງ ຢ່າງເທົ່ານັ້ນ ແລະ ມັນຈະຊ່ວຍໃຫ້ເຮົາໄດ້ຮັບຜົນທີ່ໄວຂື້ນ. ຂ້ອຍພົບວ່າ ຖ້າເຮົາໄດ້ຮັບການຝຶກຝົນຢູ່ເລື້ອຍໆ ມັນຈະຊ່ວຍສົ່ງເສີມໃຫ້ເຮົາບັນລຸເປົ້າຫມາຍໄດ້ຢ່າງໄວເຊັ່ນກັນ. ເປົ້າຫມາຍທີ່ຍິ່ງໃຫຍ່ ບາງຄັ້ງກໍ່ບໍ່ຈໍາເປັນທີ່ຈະຕ້ອງມີແຮງຈູງໃຈຫຍັງຫລາຍ ເພາະສິ່ງທີ່ເຈົ້າຕ້ອງການຄວນຈະເປັນສິ່ງທີ່ກະຕຸ້ນໃນໃຈຂອງເຈົ້າເອງ ແນ່ນອນວ່າມັນກໍ່ຕ້ອງໄດ້ອາໃສຄວາມກະຕຶລຶລົ້ນ ແລະ ຄວາມເອົາໃຈໃສ່ຂອງເຈົ້ານຳ.

ຈົ່ງເກັບຄວາມຢ້ານເອົາໄວ້ ເພື່ອບໍ່ໃຫ້ມັນມາທຳຮ້າຍ ໃນສິ່ງທີ່ເຈົ້າຈະກະທຳ.

ຄວາມຢ້ານກົວ ແມ່ນສິ່ງທີ່ເຮົາຈະຕ້ອງໄດ້ຕໍ່ສູ້ກັບມັນ, ຖ້າເຮົາມີເປົ້າຫມາຍຫລາຍໆຢ່າງເກີນໄປ ມັນກໍ່ຫມາຍຄວາມວ່າ ເຮົາຈະມີຄວາມຢ້ານກົວໃນແຕ່ລະເປົ້າຫມາຍນັ້ນໆ ເຊັ່ນດຽວກັນ ສະນັ້ນແລ້ວ ເຮົາຄວນຈະມີເປົ້າຫມາຍໃຫຍ່ພຽງອັນດຽວ ເຊຶ່ງມັນກໍ່ຫມາຍຄວາມວ່າເຮົາຈະໄດ້ປະເຊີນກັບຄວາມຢ້ານກົວພຽງສິ່ງດຽວເທົ່ານັ້ນ.

“ເຈົ້າຕ້ອງໄປເຖີງເປົ້າຫມາຍໃຫ້ໄດ້ ເຖີງວ່າຈະມີຄວາມຢ້ານກົວຕ່າງໆເຫຼົ່ານັ້ນ ທີ່ມັນຈະເຂົ້າມາທຳລາຍເປົ້າຫມາຍຂອງເຈົ້າກໍ່ຕາມ”.


ການໃຊ້ຄວາມຄິດຢ່າງຖີ່ຖ້ວນ ຈະຊ່ວຍໃຫ້ເກີດປະໂຫຍດ.ຂ້ອຍມັກຈະບອກກັບທຸກໆຄົນສະເຫມີວ່າ ໃນແຕ່ລະມື້ ເຮົາຄວນຈະຫາຊ່ວງເວລາຫນຶ່ງ ເພື່ອມານັ່ງໃຊ້ຄວາມຄິດຢ່າງ ພິນິດພິຈາລະນາ ກັບໂຕເອງ, ເພື່ອເຮົາຈະໄດ້ຮູ້ວ່າ ເປົ້າຫມາຍໃນແຕ່ລະຢ່າງຂອງທ່ານນັ້ນມັນມີຫຍັງແດ່, ໂດຍການທີ່ມີເປົ້າຫມາຍທີ່ໃຫຍ່ພຽງອັນດຽວ ມັນຈະຊ່ວຍໃຫ້ເຮົາສາມາດໃຊ້ເວລາຢ່າງເຕັມເມັດເຕັມຫນ່ວຍກັບການຄົ້ນຄິດທີ່ຈະຫາຫົນທາງໃຫ້ເຮົາໄປສູ່ຈຸດປະສົງໄດ້. ເຊຶ່ງຄວາມກ້າວຫນ້າ ຂອງຂ້ອຍທີ່ໄດ້ຈາກການປະຕິບັດແບບດັ່ງກ່າວນີ້ສາມາດເວົ້າໄດ້ວ່າມັນເພີ້ມຂື້ນເປັນ ສາມເທົ່າເລີຍກະວ່າໄດ້. ທຸກໆບັນຫາທີ່ເກີດຂື້ນ ຂ້ອຍບໍ່ສາມາດທີ່ຈະແກ້ໄຂມັນໄດ້ຫມົດທຸກຢ່າງ ພຽງແຕ່ຂ້ອຍພະຍາມໃຊ້ຄວາມຄິດຕຶກຕອງໃນການແກ້ໄຂບັນຫາເຫຼົ່ານັ້ນຕ່າງຫາກ ແລະ ຂ້ອຍກໍ່ໄດ້ເຫັນວ່າ ຂ້ອຍສາມາດທີ່ຈະແກ້ໄຂບັນຫາທີ່ເກີດຂື້ນກັບຂ້ອຍເອງໄດ້ ເພາະຂ້ອຍສາມາດທີ່ຈະຮູ້ໄດ້ວ່າໂຕເອງຢູ່ຈຸດໃດ ແລະ ເປັນແນວໃດ ໂດຍຜ່ານຄວາມຄິດທີ່ໄດ້ເບິ່ງເຫັນໃນໃຈຂອງຕົວເອງ.



ມັນເປັນສິ່ງທີ່ຢາກ ໃນການທີ່ຈະຄົ້ນຫາຄຳຕອບໃຫ້ໄດ້ຫມົດທຸກຢ່າງ.

ຈິດໃຈຂອງຂ້ອຍມັນໄດ້ກາຍເປັນ ສິ່ງທີ່ນຳທາງໃຫ້ສິ່ງຕ່າງໆທີ່ຈະສາມາດພາຂ້ອຍໄປສູ່ເປົ້າຫມາຍທີ່ຍິ່ງໃຫຍ່ໄດ້, ຖ້າເຈົ້າມີສິ່ງທີ່ຕ້ອງການຫລາຍໆສິ່ງພ້ອມກັນ ແນ່ນອນວ່າສິ່ງທີ່ເຈົ້າຈະຫາຫົນທາງສູ່ຄວາມບັນລຸເປົ້າຫມາຍກໍ່່ຈະສາມາດລົ້ມເລວໄດ້ເຊັ່ນກັນ, ດັ່ງນັ້ນການທີ່ມີຄວາມຕ້ອງການທີ່ຍິ່ງພຽງສິ່ງດຽວ ຈະເຮັດໃຫ້ເຈົ້າສາມາດຈົດຈໍ່ຢູ່ກັບສິ່ງດັ່ງກ່າວໄດ້ດີກວ່າແນ່ນອນ.

“ສະນັ້ນແລ້ວ ຄຳຕອບທັງຫມົດທີ່ເຈົ້າສະແຫວງຫາ ມັນຈະສະແດງໃຫ້ເຈົ້າເຫັນບໍ່ວ່າຈະໃນຮູບແບບໃດ ກໍ່ຮູບແບບຫນຶ່ງ ຢ່າງແນ່ນອນ, ເວັ້ນເສຍແຕ່ໂຕເຈົ້າເອງຈະບໍ່ສາມາດຊອກເຫັນຄໍາຕອບດັ່ງກ່າວນັ້ນໄດ້ ຍ້ອນວ່າເຈົ້າມົວເມົາແຕ່ໄປສົນໃຈຫາ ເປົ້າຫມາຍຫລາຍໆອັນທີ່ເຈົ້າຕ້ອງການ ຈົນບໍ່ມີບ່ອນຫວ້າງໃຫ້ກັບຈິດໃຈຂອງເຈົ້າໄດ້ຄົ້ນຄິດເລີຍ”

ຄວາມລຽບງ່າຍ ເປັນສິ່ງທີ່ດີສະເຫມີ.

ເປົ້າຫມາຍຂອງເຈົ້າບໍ່ວ່າມັນຈະເປັນ ການອອກກຳລັງກາຍ ເພື່ອໃຫ້ມີສຸຂະພາບແຂງແຮງ ຫລື ຈະເປັນການຈະເຮັດທຸລະກິດ ອື່ນໆກໍ່ຕາມ ຈົ່ງຈຳໄວ້ວ່າ ການຕັ້ງເປົ້າທີ່ບໍ່ຫຍຸ້ງຍາກ, ສັບຊ້ອນ ຈະດີກວ່າສະເຫມີ.

ການຕັ້ງໃຈບໍ່ເຮັດໃຫ້ມັນຫຍຸ້ງຍາກ, ສັບຊ້ອນຫລາຍເກີນໄປ ກໍ່ຫມາຍຄວາມວ່າເຮົາໄດ້ທຸ່ມເທເຫື່ອແຮງໄປກັບມັນສ່ວນຫນຶ່ງແລ້ວ ແລະ ການທີ່ເຮົາຕັ້ງໃຈເຮັດໄປນັ້ນ ກໍ່ຈະເຮັດໃຫ້ເຮົາເກີດມີຄວາມກະຕືລືລົ້ນ ແລະ ມີແຮງຈູງໃຈ ຂື້ນໄປອີກ ເພື່ອຝັນຜ່າໃຫ້ໄປເຖີງເປົ້າຫມາຍໄດ້ຢ່າງຊັດເຈນ.


ສະນັ້ນ ຈົ່ງຢຸດ ແລະ ພະຍາຍາມ ທີ່ຈະເຮັດສິ່ງຕ່າງໆ ທີ່ມັນມີຄວາມຫຍຸ້ງຍາກໃຫ້ລົດຫນ້ອຍລົງ,


ແລ້ວເຈົ້າຈະກາຍເປັນຜູ້ທີ່ຍິ່ງໃຫຍ່ໄດ້ ເມື່ອເຈົ້າສາມາດຮັບຮູ້ວ່າຈະໄປເຖີງເປົ້າຫມາຍທີ່ຕ້ອງການໄດ້ແນວໃດ.ຈົ່ງຖາມຕົວເອງວ່າ ສິ່ງໃດແທ້ຄຶສິ່ງທີ່ເຈົ້າປາດຖະຫນາ ກວ່າທຸກສິ່ງທຸກຢ່າງ.ເມື່ອເຈົ້າຮູ້ຄຳຕອບແລ້ວ ສິ່ງນັ້ນແຫລະມັນຄຶເປົ້າຫມາຍທີ່ຍິ່ງໃຫຍ່ສຳຫລັບໂຕເຈົ້າ.ຫລັງຈາກນັ້ນເຈົ້າກໍ່ພຽງແຕ່ແນ່ເປົ້າ ແລະ ຊອກຫາຫົນທາງໄປຫາມັນໃຫ້ໄດ້.

Special Thanks to Translator Kee Khammisai

SAKXAY SENGALOUN ------------------------------------ YOUTUBE: https://tinyurl.com/ycwn7p8s WEBSITE: http://www.hisakxay.com/ FACEBOOK: facebook.com/sakxay INSTAGRAM: Hi.sakxay


 
 
 

Comments


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page