top of page

ວິທີການຈັດການກັບເວລາ, ເພື່ອໃຫ້ເຮົາໄດ້ມີເວລາຫລາຍຂື້ນໃນແຕ່ລະມື້.


ຖ້າຫາກເຮົາບໍ່ມີເວລາພຽງພໍໃນການເຮັດທຸກໆສິ່ງ ທີ່ຕ້ອງການໃນແຕ່ລະມື້, ເມື່ອເຮົາຕ້ອງໄດ້ເຮັດໃນສິ່ງຕ່າງໆ ບໍ່ວ່າຈະແມ່ນການເພື່ອເຂົ້າປະຊຸມ ຫລື ເຮັດສິ່ງອື່ນໆໃນເລື່ອງສ່ວນໂຕກໍ່ຕາມ, ເຊິ່ງເຮົາຈະຮູ້ສຶກກັບວ່າກຳລັງແລ່ນໄລ່ກັບສິ່ງໃດຢູ່, ຂ່າວດີກໍ່ຄຶ ເຮົາສາມາດແທນທີ່ຄວາມວຸ້ນວາຍນັ້ນໄດ້ດ້ວຍການເຮັດແຕ່ສິ່ງທີ່ມັນເປັນປະໂຫຍດ ແລະ ເຮົາສາມາດປະຕິບັດໄດ້ຫລາຍກວ່າທີ່ເຮົາຄິດໄວ້ ທັງຫມົດນີ້ ມັນຍ່ອມເປັນໄປໄດ້ ເມື່ອເຮົາຮູ້ຈັກກັບການຈັດການເວລາດັ່ງຕໍ່ໄປນີ້.

ຄວາມຈິງກໍ່ຄຶ ເວລາບໍ່ມີຄວາມຈຳກັດຢ່າງທີ່ເຮົາຄິດ - ເຖີງວ່າເຮົາຈະຮູ້ສຶກໄປແບບນັ້ນກໍ່ຕາມ.

ເພາະໃນແຕ່ລະມື້ ເຮົາທຸກຄົນຈະໄດ້ຮັບ 1 440 ນາທີ ເທົ່າກັນ.

ບໍ່ສຳຄັນວ່າເຮົາຈະເປັນໃຜ ຫລື ມາຈາກໃສ ເຮົາຈະໄດ້ຮັບເທົ່າໆກັບຄົນອື່ນ ມັນເປັນສິ່ງທີ່ມີຄ່າ ແລະ ໄດ້ມີການຫມູນວຽນໄປເລື່ອຍໆ ແນ່ນອນວ່າເຮົາບໍ່ສາມາດທີ່ຈະຢຸດຊ່ວງເວລາໃດໆກໍ່ຕາມ, ມັນບໍ່ມີປຸ່ມທີ່ຈະສາມາດກົດຄ້າງໄວ້ຊົ່ວຄາວ ຫລື ປຸ່ມຍ້ອນກັບໄດ້. ແຕ່ເຮົາສາມາດຈັດສັນ ແລະ ໃຊ້ເວລາຂອງເຮົາໃນວິທີ ທີ່ເຮັດໃຫ້ທຸກນາທີຂອງເຮົາຍຶດອອກໄປອີກ ແລະ ນີ້ຄຶ 5 ວິທີໃນການປະຕິບັດດັ່ງທີ່ກ່າວມານັ້ນ.

1. ຈັດການກັບໂຕເຮົາເອງ-ບໍ່ແມ່ນຈັດການກັບເວລາຂອງເຮົາ.

ກ່ຽວກັບບັນຫາທີ່ມັນລັ່ງໄຫລເຂົ້າມາ ກໍ່ຄຶການເລີ່ມຕົ້ນໄດ້ຍາກ ຍົກຕົວຢ່າງມື້ນີ້ ເຮົາມິີພາລະ, ມີວຽກຫລາຍໆຢ່າງທີ່ຈະຕ້ອງໄດ້ເຮັດຢູ່ໃນລິດລາຍການຫນ້າວຽກຂອງເຮົາ. ເຮົາໄດ້ຮັບໂທລະສັບຈາກທີມເພື່ອໃຫ້ເຂົ້າຮ່ວມງານ, ໃນຄະນະດຽວກັນກໍ່ຄຶເຮົາຕ້ອງໄດ້ໄປເບິ່ງງານສະແດງໂຊຂອງລູກສາວ ຢູ່ທີ່ໂຮງຮຽນ ລວມແລ້ວໃຊ້ເວລາປະມານ 90 ກວ່ານາທີ.

ເມື່ອເຮົາມີຫລາຍທາງທີ່ເຮັດ, ເຮົາຈະງົງວ່າຄວນຈະເລີ່ມຕົ້ນຢູ່ຈຸດໃດ ແລະ ການຕັດສິນໃຈກໍ່ຈະຍາກຂື້ນໃນການຈັດການວຽກງານຂອງເຮົາ, ມັນເປັນສິ່ງທີ່ເຮົາຈະຕ້ອງໄດ້ລະວັງ ຖ້າບໍ່ເຊັ່ນນັ້ນເຮົາຈະບໍ່ໄດ້ເລີ່ມລົງມືເຮັດເລີຍ ສຸດທ້າຍແລ້ວ ເຮົາຈະນຳພາໂຕເອງໃຫ້ເຂົ້າໄປທ່ອງຢູ່ໃນໂລກຂອງໂຊຊຽວມີເດຍ.

ມັນງ່າຍຕໍ່ການເສຍເວລາໄປກັບການເວົ້າວ່າ ເອົາໄວ້ກ່ອນລະຈັ່ງເຮັດ ແລະ ນັ້ນມັນເປັນການຄອບງຳຢູ່ໃນໂຕເຮົາ, ດັ່ງນັ້ນ ຖ້າເຮົາຕ້ອງການທີ່ຈະບໍລິຫານເວລາ, ເຮົາຈະບໍ່ສາມາດທີ່ຈະມຸ້ງເນັ້ນເປັນທີ່ໂຕຂອງເວລາໄດ້ພຽງແຕ່ຢ່າງດຽວ.

ນອກຈາກນີ້ ເຮົາຍັງຈະຕ້ອງໄດ້ສຳຫລວດການທີ່ເຮົານຳໃຊ້ເວລາໄປກັບສິ່ງຕ່າງໆນຳອີກ.

ແນ່ນອນວ່າເຮົາທຸກຄົນມີ ມື້ພັກຜ່ອນ-ມື້ຫລີ້ນ, ເພາະຊີວິດບໍ່ຄວນທີ່ຈະຢູ່ກັບການເຮັດວຽກ, ວຽກ ແລະ ວຽກ ພຽງຢ່າງດຽວ ແຕ່ເມື່ອໃດທີ່ເຮົາຈະຕ້ອງໄດ້ລົງມືເຮັດ ມັນກໍ່ຖືວ່າເປັນກະແຈດອກທີ່ສຳຄັນ ທີ່ເຮົາຈະສາມາດຝຶກຝົນວິໄນ ໃນການຕັ້ງຫມັ້ນກະທຳ ແລະ ປະຕິບັດສິ່ງເຫລົ່ານັ້ນໃຫ້ຢູ່ໃນກອບຂອງເຂບເຂດເວລາ.

2. ຈັດລຳດັບ ຄວາມສຳຄັນຂອງຫນ້າວຽກຂອງເຮົາ.

ຢ່າແບ່ງຄວາມສຳຄັນ ຂອງຫນ້າວຽກທັງຫມົດຂອງເຮົາໃຫ້ເທົ່າກັນ.

ກວດເບິ່ງລາຍການໃນສິ່ງທີ່ຕ້ອງເຮັດຂອງເຈົ້າໃນຕອນນີ້, ມີລາຍການໃດແດ່ ທີ່ສາມາດຖ້າໄດ້, ມີອັນໃດແດ່ ທີ່ເຮົາສາມາດມອບຫມາຍໃຫ້ໄດ້ແດ່? ມີລາຍການໃດແດ່ ທີ່ເຮົາສາມາດຈະເຮັດໃຫ້ມັນແລ້ວຫມົດໄດ້.

ແລ້ວນອກຈາກສິ່ງທີ່ບໍ່ໄດ້ຢູ່ໃນລາຍການເຫລົ່ານີ້ເດ ເຈົ້າຈະເຮັດແນວໃດ, ເພາະເຈົ້າໄດ້ບອກກັບໂຕເອງວ່າເຈົ້າຍັງບໍ່ມີເວລາທີ່ຈະເຮັດມັນໃນຕອນນີ້?

ການພະຍາຍາມເຮັດທຸກຢ່າງ ແລະ ຮັບເອົາເຂົ້າມາເກີນໂຕ ມັນກໍ່ສາມາດເຮັດໄດ້, ແຕ່ເຮົາທຸກຄົນມີຄວາມສາມາດທີ່ແຕກຕ່າງກັນ, ການບໍລິຫານເວລາບໍ່ໄດ້ແມ່ນເລື່ອງກ່ຽວກັບປະລິມານ.

ເພາະວ່າມັນກ່ຽວກັບເລື່ອງຂອງຄຸນະພາບຫລາຍກວ່າ.

ຈະມີບາງລາຍການໃນສິ່ງທີ່ຈະຕ້ອງເຮັດຂອງເຮົາ ທີ່ຄວນຈະຕ້ອງໄດ້ເອົາໃຈໃສ່ເປັນພິເສດ, ເຊິ່ງເຮົາຕ້ອງໄດ້ສ້າງນິໃສຂອງເຮົາໃຫ້ມີຄວາມຕິດພັນກັບຫນ້າວຽກນັ້ນ ແລະ ເຮັດມັນໃຫ້ສຳເລັດໃຫ້ໄວ. ຈົ່ງຈື່ໄວ້ວ່າວຽກເຫລົ່ານັ້ນສຳເລັດໄດ້ໄວເທົ່າໃດ ເຮົາກໍ່ຈະໄດ້ມີເວລາໃນການຢູ່ກັບລູກໆຂອງເຮົາ ຫລື ໃຊ້ເວລາໃນການເບິ່ງແຍງໂຕເອງ ເພື່ອໃຫ້ເຮົາໄດ້ສະແດງປະສິດທິພາບອອກມາໄດ້ດີທີ່ສຸດ.

ມຸ້ງເນັ້ນໄປທີ່ສິ່ງທີ່ສຳຄັນ ແລະ ສ່ວນເລື່ອງເລັກໆນ້ອຍໆ ມັນກໍ່ຈະປັບໂຕໄດ້ໄປໃນໂຕມັນເອງ.

3. ຈັບເວລາ ເພື່ອທີ່ຈະໄດ້ຄຳນຶ່ງເຖີງຄຸນຄ່າໃນເວລາຂອງເຮົາ.

ເຮົາສາມາດທີ່ຈະເຮັດຫຍັງກໍ່ຕາມໃຫ້ສຳເລັດໄດ້ພາຍໃນ 30 ນາທີ ແທ້ຫລືບໍ່?

  • ການຂຽນບົດຄວາມໂພດສ໌ລົງທາງສື່ສັງຄົມອອນໄລ໌.

  • ການອອກກຳລັງກາຍ ຫລື ການຝຶກ ໂຢຄະ.

  • ການຂຽນບັນທຶກລາຍວັນ.

  • ການຫລີ້ນກັບລູກຂອງທ່ານ.

ຫລາຍຄັ້ງທີ່ເຮົາບໍ່ໄດ້ຮູ້ສຶກໂຕວ່າຕ້ອງໃຊ້ເວລາດົນປານໃດ ໃນການເຮັດວຽກ ຫລື ເຮັດກິດຈະກຳໃນແຕ່ລະຢ່າງ ເຊິ່ງມັນໄດ້ເຮັດໃຫ້ເຮົາເຂົ້າໄປຢູ່ໃນກົດເກນຂອງ ພາຄິນສັນ Parkinson’s Law ທີ່ໄດ້ເວົ້າວ່າ ວຽກຫນຶ່ງໆຈະໃຊ້ເວລາຫລາຍ ເທົ່າກັບທີ່ເຮົາໃຫ້ເວລາກັບມັນ.

ແລ້ວເຮົາຈະຈັດການກັບເວລານັ້ນໄດ້ແນວໃດ? ນັ້ນກໍ່ຄຶການຕັ້ງຄ່າເວລາໃຫ້ກັບຫນ້າວຽກແຕ່ລະຢ່າງ.

ເບິ່ງວ່າຫນ້າວຽກແຕ່ລະຢ່າງນັ້ນ ເຮົາໃຊ້ເວລາໄປກັບມັນຫລາຍປານໃດ ແລະ ຈາກນັ້ນກໍ່ໃຊ້ການການຈົດບັນທຶກລົງ ເພາະມັນເປັນສິ່ງທີ່ດີ ທີ່ເຮົາຈະສາມາດນຳພາໂຕເຮົາເພື່ອບໍ່ໃຫ້ເຮົາໄດ້ໃຊ້ເຫື່ອແຮງຫລາຍຈົນເກີນໄປ ເພາະມັນຈະເຮັດໃຫ້ເຮົາອິດເຫມື່ອຍໄປລ້າໆ ແລະ ສຸດທ້າຍແລ້ວຜົນໄດ້ຮັບຂອງເຮົາກໍ່ຈະບໍ່ໄດ້ຕາມທີ່ຕັ້ງໄວ້ (ເພາະເຮົາຈະຖືກຫຸ້ມລ້ອມດ້ວຍສິ່ງຕ່າງໆ) ແລະ ໃນທີ່ສຸດແລ້ວ ສິ່ງນັ້ນຈະພັກດັນເຮົາໃຫ້ໄປຢູ່ທາງຫລັງ.

ຈາກນັ້ນເມື່ອເຮົາລົງມືເຮັດວຽກໃດຫນຶ່ງ ຈົ່ງຈັບເວລາໃຫ້ກັບໂຕເອງເບິ່ງ, ການເຮັດເລື່ອງງ່າຍໆນີ້ ຈະຊ່ວຍໃຫ້ເຮົາມີເວລາ ໃນການລະວັງໂຕຫລາຍຂື້ນ, ນອກຈາກນີ້ມັນຍັງຈະເພີ້ມການຮັບຮູ້ຂອງເວລາຂອງເຮົາໄດ້ເຊັ່ນກັນ ເມື່ອເວລາທີ່ເຮົາລົງເລີກເຂົ້າໄປເຖີງສີ່ງທີ່ສາມາດປະຕິບັດໄດ້ຈິງ ໃນກອບຂອງເວລາທີ່ເຮົາກຳນົດ.

4.ຕັ້ງກຳນົດເວລາ.

ມັນເປັນການດີ ທີ່ຈະເປັນໄປຕາມທຳມະຊາດ ຫລື ຕາມກະແສ, ແຕ່ຖ້າປາສະຈາກການຄວບຄຸມ ໂດຍທີ່ເຮົາບໍ່ໄດ້ມີການຮັບຜິດຊອບ ເວລາເຫລົ່ານັ້ນກໍ່ຈະສາມາດລ່ອງລອຍຫນີໄປໄດ້.

ການກຳນົດເວລາຊ່ວຍໃຫ້ເຮົາໄດ້ມີການຈົດຈໍ່ ແລະ ເສຍເວລາຫນ້ອຍລົງ, ເຮົາສາມາດໃຊ້ການກຳນົດເວລາເພື່ອສ້າງແຮງພັກດັນໃຫ້ກັບເຮົາ ໄດ້ຄິດອອກວ່າເຮົາສາມາດເຮັດຫຍັງໄດ້ແດ່ ແລະ ເວລາໃດ, ດ້ວຍການກຳນົດຂອບເຂດ ເຮົາຈະມີແຮງຈູງໃຈຫລາຍຂື້ນ ທີ່ຈະດຳເນີນກ້າວໄປຕໍ່ໄດ້.

ການກຳນົດເວລາຍັງພັກດັນໃຫ້ເຮົາໄດ້ສາມາດເຮັດວຽກໄດ້ຫລາຍຂື້ນ, ຊ່ວຍໃຫ້ເຮົາສາມາດສ້າງຄວາມຮັບຜິດຊອບຕໍ່ໂຕເອງ (ແລະ ຕໍ່ຜູ້ທີ່ເຮົາໄດ້ຮັບປາກໄວ້ໄດ້ຄຶກັນ), ເມື່ອເຮົາຮູ້ສຶກວ່າຈະຕ້ອງໄດ້ສົ່ງວຽກໃຫ້ທັນຕາມວັນທີ, ເວລາທີ່ໄດ້ກຳນົດໄວ້ ແລ້ວເຮົາຈະສາມາດພັກດັນໂຕເອງ ເພື່ອເຮັດໃຫ້ມັນເກີດຂື້ນໄດ້ທັນ.

ການມີຄວາມຄຽດຫລາຍເກີນໄປ ອາດເຮັດໃຫ້ເກີດຄວາມເສຍຫາຍຕໍ່ກັບຮ່າງກາຍໄດ້, ແຕ່ຄວາມກົດດັນເລັກໆນ້ອຍໆ ສາມາດເພີ້ມຄວາມຮູ້ສຶກ, ຄວາມໂດດເດັ່ນ ແລະ ຊ່ວຍໃຫ້ເຮົາກ້າວຂ້າມຜ່ານມັນໄດ້.

5. ວາງແຜນງານໃນແຕ່ລະມື້ຂອງເຮົາ.

ເຮົາລອງສັງເກດເບິ່ງວ່າ ການນັດຫມາຍທີ່ໄດ້ກຳນົດໄວ້ ຈະບໍ່ຄ່ອຍຖືກຫລົງລືມແມ່ນບໍ່? ມັນເປັນການຍາກທີ່ຈະລະເລີຍຕໍ່ຂໍ້ຜູກມັດທີ່ເຮົາໄດ້ລະບຸໄວ້ໃນປື້ມບັນທຶກສ່ວນໂຕຂອງເຮົາແມ່ນບໍ່? ຫລາຍໄປກວ່ານັ້ນເຮົາຍັງໄດ້ວາງແຜນໃນແຕ່ລະມື້ຂອງເຮົາໄປໃນຂໍ້ຜູກມັດເຫລົ່ານັ້ນໄປດ້ວຍ ເພື່ອທີ່ເຮົາຈະໄດ້ແນ່ໃຈວ່າ ເຮົາຈະສຳເລັດໄດ້ທັນຕໍ່ເວລາ.

ລອງນຶກພາບເບິ່ງວ່າແມ່ນຫຍັງຈະເກີດຂື້ນ ຖ້າຫາກເຮົາໃຊ້ຫລັກການດຽວກັນກັບທຸກສິ່ງໃນການທີ່ຈະຕ້ອງເຮັດ.

ແທນທີ່ຈະເຂົ້າໄປກ່ຽວຂ້ອງກັບຫນ້າວຽກ ຫລື ກິດຈະກຳຕ່າງໆ ເຮົາມາວາງແຜນເວລາ ເພື່ອໃຫ້ມັນສຳເລັດໄດ້ຈະດີກວ່າ.

ແລະ ດ້ານລຸ່ມນີ້ຄຶຕົວຢ່າງ ຂອງການບໍລິຫານເວລາ.

  • 6:00-7:30 ອອກກໍາລັງກາຍ.

  • 12:30-1:30 ມີຕາຕະລາງໃນການຖ່າຍທອດສົດຜ່ານ Facebook Live.

  • 2:00-4:00 ເບິ່ງບົດຮຽນ, ວຽກບ້ານ ຂອງມະຫາໄລ.

ນີ້ເປັນສິ່ງຫນຶ່ງໃນການບໍລິຫານເວລາທີ່ ຊົງພະລັງທີ່ສຸດທີ່ຂ້ອຍໄດ້ຮຽນຮູ້, ມັນເປັນການປະຕິບັດທີ່ສາມາດກ້າວຂ້າມຜ່ານກົດຂອງ ພາຄິນສັນ Parkinson’s law, ລວມເຖີງການໃຊ້ປະໂຫຍດຈາກພະລັງຂອງການກໍານົດເວລາ ນອກຈາກນີ້ມັນຍັງຊ່ວຍໃຫ້ເຮົາສາມາດກຳນົດທຸກມື້ຂອງເຮົາ ເພື່ອໃຫ້ຮູ້ລຳດັບຄວາມສຳຄັນຂອງຫນ້າວຽກໃນແຕ່ລະອັນ. ເມື່ອເຮົາສາມາດເບິ່ງລາຍການຫນ້າວຽກຂອງເຮົາໃນຫນ້າປື້ມ ເຊິ່ງມັນງ່າຍຕໍ່ການຜິດພາດໃນວຽກຂອງເຮົາ.

ເມື່ອແຜນຂອງເຮົາອອກໄດ້ອອກມາຈາກຫົວ ແລະ ລົງໄປຢູ່ໃນປື້ມ ໂອກາດທີ່ຈະຜິດພາດມັນກໍ່ຈະຫລຸດລົງ.

Sakxay's Schedule:


 
 
 

Comments


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page