top of page

4 ເຄັດລັບ ໃນການພັດທະນາທັກສະ ກ່ຽວກັບການດຳລົງຊີວິດຢູ່ໃນສັງຄົມ, ທີ່ໄດ້ຮັບການພິສູດທາງດ້ານວິທະຍາສາດມາແລ້ວ

ບໍ່ມີໃຜທີ່ຈະສາມາດປະເສດໃນການທີ່ຈະຮຽນຮູ້ກ່ຽວກັບ ການມີທັກສະໃນການດຳລົງຊີວິດຢູ່ໃນສັງຄົມມະນຸດເຮົາໄດ້, ອາດຈະເວົ້າໄດ້ວ່າມັນເປັນສິ່ງທີ່ມີຄວາມສໍາຄັນຢ່າງຫນຶ່ງທີ່ຂາດບໍ່ໄດ້ເລີຍກໍ່ເວົ້າໄດ້ ເພາະທັກສະ ຫລື ຄວາມສາມາດຂອງເຈົ້າໃນການທີ່ຈະນຳພາ ແລະ ໂນ້ມນ້າວຈິດໃຈຂອງຄົນອື່ນໃຫ້ເຫັນດີ, ເຫັນພ້ອມ ໃນໄອເດຍ, ໃນຄວາມຄິດຂອງເຈົ້າ ແມ່ນຍັງຄົງເປັນທີ່ທຸກຄົນຕ້ອງການຢາກຈະຮຽນຮູ້ຢູ່ສະເຫມີ.

4 ຂໍ້ ຕໍ່ໄປນີ້ແມ່ນເຄັດລັບ ທີ່ຈະຊ່ວຍປັບປຸງຄຸນະພາບໃນການດຳລົງຊີວິດທາງດ້ານສັງຄົມຂອງເຈົ້າໃຫ້ພັດທະນາຂື້ນກວ່າເກົ່າ ທີ່ໄດ້ຮັບການພິສູດທາງດ້ານວິທະຍາສາດມາແລ້ວ.

1. ໂນ້ມນ້າວຜູ້ຄົນໃຫ້ເຂົາເຈົ້າເປີດໃຈ ດ້ວຍການໃຊ້ເທັກນິກ CCA.

CCA = Comment, Comment, Ask.

Comment (ສົນທະນາ ແລກປ່ຽນຄວາມຄິດເຫັນ ເລື່ອງທີ

Comment (ສົນທະນາ ແລກປ່ຽນຄວາມຄິດເຫັນ ເລື່ອງທີ

Then Ask (ແລ້ວຈຶ່ງ ເຂົ້າປະເດັນ).”

ຖ້າເຈົ້າຕ້ອງການທີ່ຈະຮູ້ ຫລື ສອບຖາມ ເລື່ອງສ່ວນຕົວຂອງໃຜຄົນຫນຶ່ງ ມັນຈະເປັນການດີກວ່າ ຫາກວ່າເຈົ້າເລີ້ມຕົ້ນດ້ວຍການສົນທະນາກັບຄົນໆນັ້ນຈັກ ຫນຶ່ງ-ສອງປະໂຫຍກ ເຖີງເລື່ອງລາວທີ່ກ່ຽວຂ້ອງກັບເຂົາເສຍກ່ອນ ແລ້ວຈຶ່ງກ້າວໄປເຂົ້າປະເດັນທີ່ເຈົ້າຕ້ອງການ, ເພາະມັນຈະເປັນການເບີກທາງ ພ້ອມທັງຊ່ວຍໃຫ້ເຂົາຮັບຮູ້ໄດ້ເຖີງຫົວຂໍ້ທີ່ເຈົ້າກຳລັງສົນທະນາຢູ່.

ຍົກຕົວຢ່າງວ່າ: ເຈົ້າກຳລັງຢູ່ໃນສະຖານທີ່ການຈັດວາງສະແດງສິນຄ້າ ແລະ ເຈົ້າໄດ້ສັງເກດເຫັນຄົນທີ່ບໍ່ຄຸ້ນຫນ້າກັນມາກ່ອນ ແລ້ວເຈົ້າຕ້ອງການທີ່ຈະຖາມພວກເຂົາວ່າ ເຂົາເຈົ້າມາທີ່ນີ້ໄດ້ແນວໃດ. ແນ່ນອນວ່າເຈົ້າຈະສາມາດໄດ້ຮັບຄຳຕອບທີ່ດີໄດ້ຖ້າເຈົ້າຫາກຂື້ນຕົ້ນດ້ວຍການໂອ້ລົມປະໂຫຍກເຫລົ່ານີ້ແກ່ພວກເຂົາເຈົ້າກ່ອນ ເຊັ່ນວ່າ: ເຈົ້າລອງສັງເກດເບິ່ງແມ ປີນີ້ປະກົດຄຶວ່າໄດ້ເຫັນມີຫລາຍໆຮ້ານຄ້າ ແລະ ບໍລິສັດ ມາຮ່ວມວາງສະແດງສິນຄ້າ ເນາະ; ເຊຶ່ງ ຕ່າງຈາກປີທີ່ແລ້ວນີ້ ບໍ່ຄ່ອຍມີຫລາຍເທົ່າປີນີ້ເລີຍ; ແລ້ວພວກເຈົ້າເດ ໄດ້ເຄີຍມາຮ່ວມງານວາງສະແດງສິນຄ້າຢູ່ທີ່ນີ້ມາກ່ອນຈັກເທື່ອແລ້ວ? ມາຮອດນີ້ ຖ້າເຈົ້າຍັງຈື່ເທັກນິກຂ້າງເທິງນີ້ໄດ້ ຈະສັງເກດເຫັນວ່າ ບົດສົນທະນານີ້ຈະປະກອບດ້ວຍ 3 ສ່ວນດ້ວຍກັນຄຶ:

ປະໂຫຍກບົດສົນທະນາທຳອິດ ແມ່ນ: ເຈົ້າລອງສັງເກດເບິ່ງແມ ປີນີ້ປະກົດຄຶວ່າໄດ້ເຫັນມີຫລາຍໆຮ້ານຄ້າ ແລະ ບໍລິສັດ ມາຮ່ວມວາງສະແດງສິນຄ້າ ເນາະ.

ປະໂຫຍກບົດສົນທະນາທີສອງ ແມ່ນ: ເຊຶ່ງ ຕ່າງຈາກປີທີ່ແລ້ວນີ້ ບໍ່ຄ່ອຍມີຫລາຍເທົ່າປີນີ້ເລີຍ.

ປະໂຫຍກຄຳຖາມ (ການເຂົ້າປະເດັນ) ແມ່ນ: ແລ້ວພວກເຈົ້າເດ ໄດ້ເຄີຍມາຮ່ວມງານວາງສະແດງສິນຄ້າຢູ່ທີ່ນີ້ມາກ່ອນຈັກເທື່ອແລ້ວ?

ໃນໂຕຂ້ອຍເອງໄດ້ນຳໃຊ້ເທັກນິກນີ້ມາຫລາຍປີແລ້ວ, ເຊຶ່ງມັນຫນ້າປະຫລາດໃຈຫລາຍ ໂດຍສະເພາະ ເວລາຂ້ອຍພົບປະກັບຄົນແປກຫນ້າ ແລ້ວຂ້ອຍບໍ່ຮູ້ທີ່ຈະເລີ່ມຕົ້ນບົດສົນທະນາເລື່ອງຫຍັງກັບເຂົາເຈົ້າ, ສໍາຫລັບບັນຫານີ້ ຂ້ອຍຂໍແນະນໍາວ່າ ວິທີການເລີ່ມຕົ້ນບົດສົນທະນາທີ່ດີຄຶ ຈົ່ງຍິບຍົກເອົາສິ່ງແວດລ້ອມອ້ອມກາຍຂອງເຈົ້າຂື້ນມາແລກປ່ຽນໂອ້ລົມໄດ້ເລີຍ ເຊັ່ນ: ເລື່ອງລາວທີ່ໄດ້ເບິ່ງເຫັນໃນໂທລະພາບ, ສິ່ງຂອງທີ່ຢູ້ອ້ອມກາຍທີ່ເຈົ້າສາມາດແນມເຫັນ... ແລະ ຈົ່ງຫມັ່ນຝຶກຝົນມັນຢູ່ເປັນປະຈຳຢ່າງຫນ້ອຍ ສອງອາທິດຕິດຕໍ່ກັນ ເຊິ່ງຂ້ອຍຂໍຮັບປະກັນໄດ້ເລີຍວ່າ ແລ້ວເຈົ້າຈະສັງເກດເຫັນ ເຖີງຜົນລັບທີ່ແຕກຕ່າງຢ່າງແນ່ນອນ.

2. The Snowball ເທັກນິກ. (ເທັກນິກ ການຝືກຝົນແບບຕໍ່ເນື່ອງ

Snowball ເທັກນິກ ມັນຄຶວິທີພື້ນຖານງ່າຍໆເລີຍກໍວ່າໄດ້, ໃນທຸກໆຄັ້ງທີີ່ເຈົ້າມີການເຂົ້າຮ່ວມປະຊຸມທີ່ ສຳຄັນໆ ຈົ່ງໃຫ້ແນ່ໃຈວ່າເຈົ້າໄດ້ມີການກຽມຕົວທາງດ້ານທັກສະໃນການພົບປະຜູ້ຄົນໃນສັງຄົມ ເຊັ່ນວ່າ: ການມີສິນລະປະໃນການເວົ້າ, ການສະແດງອອກທາງສີຫນ້າ ດ້ວຍການຍີ້ມແຍ້ມແຈ່ມໃສ ຫລື ແມ້ກະທັງການ ຖາມໄຖ່ ທັກທາຍ ສະບາຍດີໃຫ້ທົ່ວເຖີງກັບຜູ້ຄົນທີ່ໄດ້ເຂົ້າຮ່ວມປະຊຸມດ້ວຍກັນ.

ສິລະປະໃນການເວົ້າ ກໍ່ປຽບສະເຫມືອນກັບການທີ່ເຮົາຫລີ້ນກິລາ, ເຈົ້າຈະບໍ່ສາມາດທີ່ຈະຫລີ້ນໄດ້ຢ່າງຄ່ອງໂຕ ຖ້າຫາກວ່າເຈົ້າບໍ່ໄດ້ຜ່ານການວອມ (warm) ຫລື ອົບອຸ່ນຮ່າງກາຍ ເພື່ອໃຫ້ສະພາບຮ່າງກາຍຂອງເຈົ້າໄດ້ຮັບການປັບໂຕເສຍກ່ອນ, ເຊັ່ນດຽວກັນກັບ ບຸກຄົນຜູ້ທີ່ມີທັກສະໃນການດຳລົງຊີວິດຢູ່ໃນສັງຄົມທີ່ດີ, ເຮົາຈະສັງເກດເຫັນວ່າພວກເຂົາຈະເປັນຄົນທີ່ມີອັດທະຍາໃສດີ ແລະ ອ່ອນໂຍນ ຕໍ່ກັບທຸກໆຄົນທີ່ເຂົາໄດ້ພົບປະນຳ ໂດຍສະເພາະກັບ ເດັກນ້ອຍ, ຜູ້ອາວຸໂສ ແລະ ການໃຫ້ກຽດກັບຫມູ່ຄູ່ດ້ວຍກັນ. ນັ້ນເປັນເຫດຜົນທີ່ເຮັດໃຫ້ພວກເຂົາສາມາດຂື້ນໄປຢູ່ໃນຈຸດທີ່ສູງສຸດໄດ້ບໍ່ວ່າຈະເປັນໃນຫນ້າທີ່ວຽກງານ ແລະ ການໃຊ້ຊີວິດໃນສັງຄົມ.

ແລະ ຕໍ່ໄປນີ້ ຖ້າເຈົ້າຮູ້ສຶກທໍ້ຖອຍກັບຕົວເອງ, ຈົ່ງຈື່ໄວ້ວ່າຢ່າຟ້າວໄປໂທດ ຫລື ຕັດສິນໂຕເຈົ້າເອງວ່າ ບໍ່ສາມາດທີ່ຈະເຮັດຫຍັງໄດ້ ໃຫ້ຈື່ສະຫມີວ່າ ໃຫ້ຄ່ອຍພິນິດພິຈະລະນາ ພ້ອມທັງຄ່ອຍໆສ້າງຄວາມເຊື່ອຫມັ້ນໃຫ້ກັບໂຕເຈົ້າເອງວ່າເຈົ້າຈະສາມາດບັນລຸ 10 ຫລື 15 ເປົ້າຫມາຍທີ່ງ່າຍໆທີ່ຕັ້ງໄວ້ໄດ້. ແລ້ວໃນທີ່ສຸດເຈົ້າຈະສາມາດກາຍເປັນຄົນທີ່ມີວິໄນ ແລະ ການກະທຳທີ່ດີຂອງເຈົ້າຈະກາຍເປັນແບບທຳມະຊາດ ເພາະໄດ້ຜ່ານການຝຶກຝົນມາແລ້ວ ແລະ ເຈົ້າຈະມີຄວາມຫມັ້ນໃຈໃນໂຕເອງຫລາຍຂື້ນ.

3. ສະແດງໃຫ້ເຫັນເຖີງຄວາມຄ້າຍຄຶກັນ.

ຈາກສະຖິຕິ ໃນການສຳຫລວດພົບວ່າຄົນອື່ນຈະສາມາດເຂົ້າກັບເຈົ້າໄດ້ດີ ຖ້າຫາກເຈົ້າເຮັດໃຫ້ພວກເຂົາຮູ້ວ່າ ໂຕເຈົ້າ ແລະ ເຂົາ ມີຄວາມມັກສິ່ງໃດສິ່ງຫນຶ່ງທີ່ຄ້າຍຄຶກັນ, ເພາະໂດຍທົ່ວໄປແລ້ວປັດໃຈຫນຶ່ງທີ່ມະນຸດເຮົາມັກຈະສ້າງສາຍສຳພັນດ້ວຍກັນກໍ່ຄຶ ບົນພື້ນຖານທີ່ມາຈາກການມີຄວາມມັກ, ຄວາມສົນໃຈໃນເລື່ອງຕ່າງໆທີ່ຄ້າຍຄຶກັນ ຍົກຕົວຢ່າງວ່າ: ມີຜູ້ຊາຍສອງຄົນທີ່ບໍ່ໄດ້ຮູ້ຈັກກັນມາກ່ອນ ມາພົບກັນ, ເຊຶ່ງປະກົດວ່າພວກເຂົາທັງສອງມັກເບິ່ງ, ມັກຕິດຕາມ ກິລາບານເຕະ ຄຶກັນ ແລະ ຍັງມີທີມທີ່ມັກທີມດຽວກັນອີກ ແນ່ນອນວ່າຈະເຮັດໃຫ້ຊາຍທັງສອງຄົນນີ້ຈາກທີ່ບໍ່ເຄີຍຮູ້ຈັກກັນມາກ່ອນ ຈະສາມາດເຮັດໃຫ້ພວກເຂົາເຂົ້າກັນໄດ້ໄວ, ມີເລື່ອງມາເລົ່າແລກປ່ຽນກັນ ກວ່າຄົນອື່ນໆໄດ້. ເວົ້າອີກຢ່າງຫນຶ່ງກໍ່່ຄຶຄົນເຮົາ ມັກຈະມີນິໄສທີ່ມັກຈະຢູ່ໃກ້ໆກັບຄົນທີ່ເຫັນດີ, ເຫັນພ້ອມກັບຄວາມຄິດເຮົາ ລວມເຖີງສິ່ງທີ່ເຮົາເວົ້າ. ທີ່ເປັນແບບນັ້ນກໍ່ຍ້ອນ ມັນສະແດງໃຫ້ເຫັນວ່າເຮົາບໍ່ໄດ້ຢູ່ໂດດດ່ຽວຄົນດຽວ, ເຮົາມີພັກພວກທີ່ສາມາດເຂົ້າໃຈໃນຕົວເຮົາໄດ້ ຍ້ອນມີຄວາມສົນໃຈທີ່ເປັນສິ່ງດຽວກັນ.

4. ສັງເກດ ແລະ ປະຕິບັດຕາມ.

ອີກວິທີຫນຶ່ງທີ່ງ່າຍ ແລະ ສາມາດຮຽນຮູ້ໄດ້ໄວ ໃນການພັດທະນາທັກສະທາງດ້ານສັງຄົມ ກໍ່ຄຶການຕິດຕາມ ຫລື ການພະຍາຍາມເອົາໂຕເອງເຂົ້າໄປຢູ່ໃກ້ໆກັບຄົນທີ່ມີທັກສະທາງດ້ານສັງຄົມທີ່ດີຢູ່ແລ້ວ. ຕາມການສຶກສາພົບວ່າ ເຮົາຈະສາມາດໄດ້ຮັບທັກສະຈາກພວກເຂົາແບບບໍ່ຮູ້ໂຕ ເພາະອິດທິພົນຂອງພວກເຂົາຈະສາມາດເຮັດໃຫ້ເຮົາມີປະສິດທິພາບໃນການພັດທະນາທີ່ດີຂື້ນໃນແບບທີ່ເຂົາເປັນໄດ້.

“ຄົບຄົນແບບໃດ ເຈົ້າກໍ່ຈະກາຍເປັນຄົນແບບນັ້ນ”

ເຊັ່ນດຽວກັນກັບເດັກນ້ອຍຄົນຫນຶ່ງ ຈະສາມາດເຕີບໂຕເປັນຜູ້ໃຫຍ່ທີ່ດີ ຫລື ບໍ່ນັ້ນ ມັນບໍ່ໄດ້ມາຈາກກໍາມະພັນແຕ່ຢ່າງໃດ, ມັນຍ່ອມຂື້ນຢູ່ກັບການອົບຮົມລ້ຽງດູຈາກຄອບຄົວ, ການຮຽນຮູ້ເອົາເຄັດລັບທີ່ດີຈາກຄອບຄົວອື່ນໆທີ່ໄດ້ຮັບຜົນດີແລ້ວນຳມາປະຕິບັດຕ່າງຫາກ. ຖ້າເຈົ້າຮຽນຮູ້ຈາກປະສົບການທີ່ດີຂອງພວກເຂົາ ແລະ ນຳມາປະຍຸກ, ປະຕິບັດຕາມ ສຸດທ້າຍແລ້ວເຈົ້າຈະກາຍເປັນແບບດຽວກັນກັບເຂົາໂດຍທີ່ເຈົ້າບໍ່ຮູ້ຕົວເລີຍ.

ແລ້ວເຈົ້າເດ ມີວິທີການທີ່ຈະພັດທະນາທັກສະໃນການດຳລົງຊີວິດຢູ່ໃນສັງຄົມໄດ້ແນວໃດ? ກະລຸນາບອກເລົ່າ ເຄັດລັບຂອງເຈົ້າໃຫ້ພວກເຮົາຮັບຟັງນຳແດ່.

ຮຽບຮຽງ ແລະ ແປໂດຍ: Kee Khammisai

SAKXAY SENGALOUN

------------------------------------

WEBSITE: www.hisakxay.com

FACEBOOK: facebook.com/sakxay

INSTAGRAM: Hi.sakxay

YOUTUBE : 60Second BigIdea


 
 
 

Comments


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page