top of page

ເປີດເຜີຍ 4 ຂັ້ນຕອນທີ່ເຈົ້າຈະສາມາດນຳໄປໃຊ້ໃນການເຝືກຝົນຈິດໃຈ ເພື່ອການເພີ້ມລະດັບຄວາມສາມາດທີ່ພິເສດຂອງເຈົ້


ເຈົ້າເຄີຍອອກໄປຢ່າງຫລີ້ນຕາມຖະຫນົນ ຫລື ອອກໄປທ່ອງທ່ຽວກັບ ຫມູ່ເພື່ອນ ຫລືວ່າກັບຄອບຄົວຂອງເຈົ້າບໍ່ ແລະ ເຈົ້າເຄີຍສັງເກດເຫັນບໍ່ວ່າພວກເຂົາເຈົ້າເຫລົ່ານັ້ນໄດ້ເຮັດໃຫ້ເຈົ້າມີຄວາມປະທັບໃຈໃນການກະທຳຂອງພວກເຂົາ ຫລືບໍ່?

ເຈົ້າອາດມັກ ຫລື ບາງທີ່ກະບໍ່ພໍໃຈ ຕໍ່ກັບພວກເຂົາກະເປັນໄດ້ ແຕ່ເຈົ້າກໍ່ບໍ່ຫມັ້ນໃຈໃນຕົວເອງວ່າຄິດແນວໃດກັນແທ້ ແມ່ນບໍ່?

ແຕ່ກະຊ່າງມັນເທາະ ເພາະວ່າໃນທາງກົງກັນຂ້າມກັບທີ່ຫລາຍໆຄົນເຊື່ອ, ບໍ່ມີໃຜດ໋ອກທີ່ເກີດມາພ້ອມກັບພອນສະຫວັນ. ເຮົາທຸກຄົນຕ້ອງມີການໄດ້ຮຽນຮູ້ໃນການເສີມສ້າງຄວາມສາມາດ ແລ້ວເຮົາຈະກາຍເປັນບຸກຄົນທີ່ຫນ້າຄົບຫາໃນສາຍຕາຄົນອື່ນໆ ໄປໃນໂຕ ແລະ ເຈົ້າຈະຄົ້ນພົບວ່າໂຕເຈົ້າເປັນຄົນທີ່ຫນ້າເຊື່ອຖື ແລະ ມີສັດຈະຫລາຍຂື້ນ, ສາມາດໂນ້ມນ້າວຄົນອື່ນໄດ້ ລວມທັງການສ້າງຄວາມສຳພັນກັບຄົນຮອບຂ້າງໄດ້ດີ ເວົ້າກໍ່ຄຶສາມາດຢູ່ຮ່ວມກັບຄົນໃນສັງຄົມໄດ້ຢ່າງມີປະສິດທິພາບ.

ສຳຫລັບມື້ນີ້ເຮົາຈະມາເປີດເຜີຍ 4 ຂັ້ນຕອນທີ່ເຈົ້າຈະສາມາດນຳໄປໃຊ້ໃນການເຝືກຝົນຈິດໃຈ ເພື່ອການເພີ້ມລະດັບຄວາມສາມາດທີ່ພິເສດຂອງເຈົ້າໃຫ້ກາຍເປັນດັ່ງທີ່ເຈົ້າປາດຖະຫນາທີ່ຈະເປັນໄດ້.

1. ການພັດທະນາສິ່ງທີ່ເຈົ້າເປັນ ແລະ ມີດີຢູ່ໃນໂຕ.

ການມີພັດທະນາຈຸດເດັ່ນທີ່ມີຢູ່ໃນໂຕຂອງເຈົ້າຖືເປັນສິ່ງສຳຄັນ ແລະ ຈຳເປັນຫລາຍໃນການເສີມສ້າງພອນສະຫວັນ,

ຖ້າເຈົ້າເຄີຍຢູ່ໃນສະພາບແວດລ້ອມຮ່ວມກັບໃຜຄົນຫນຶ່ງທີ່ລາວໄດ້ ເຮັດເປັນຕົວຂອງຕົນເອງ, ແລ້ວເຈົ້າຈະເຂົ້າໃຈໃນຄວາມຫມາຍທີ່ຂ້ອຍກໍາລັງອະທິບາຍຢູ່ໃນຂະນະນີ້ ເມື່ອເຈົ້າຮູ້ສືກປະທັບໃຈທີ່ໄດ້ຢູ່, ໄດ້ຮ່ວມສົນທະນາກັບບຸກຄົນນັ້ນ ແລະ ຄ້າຍໆກັບວ່າເຈົ້າສາມາດໂອ້ລົມ ແລກປ່ຽນຄວາມຄິດເຫັນໃນທຸກໆເລື່ອງກັບຄົນໆໄດ້ແບບສະບາຍໃຈ.

ນອກຈາກນີ້ແລ້ວ ການຢູ່ກັບປັດຈຸບັນ ຍັງເປັນສິ່ງທີ່ສຳຄັນບໍ່ນ້ອຍກວ່າກັນໃນການ ພັດທະນາທັກສະພອນສະຫວັນຂອງເຮົາ, ເພາະວ່າການຢູ່ກັບປັດຈຸບັນຫມາຍເຖີງ ການໃຫ້ຄວາມສົນໃຈກັບບຸກຄົນເຈົ້າກຳລັງສົນທະນາຢູ່ ແລະ ຄວາມຄິດຂອງເຮົາຕ້ອງບໍ່ຄິດໄປຫາເລື່ອງອື່ນເຊັ່ນ: ເລື່ອງທີ່ເຮົາໄດ້ເຮັດກິດຈະກຳທີ່ຜ່ານມາໃນຊ່ວງມື້ພັກໃນອາທິດທີ່ແລ້ວ ຫລື ກ່ຽວກັບເລື່ອງອາຫານທີ່ໄດ້ຮັບປະທານໃນແລງມື້ນີ້ ເປັນຕົ້ນ.

ມີຄົນກວ່າໄວ້ວ່າ: “ບຸກຄົນທີ່ສຳຄັນທີ່ສຸດຄົນຫນຶ່ງ ຄຶບຸກຄົນທີ່ຢືນຢູ່ຕໍ່ຫນ້າເຮົາໃນຂະນະເວລານີ້”

ການຢູ່ກັບປັດຈຸບັນ ແລະ ຕັ້ງໃຈຮັບຟັງ ບຸກຄົນທີ່ກຳລັງເວົ້າຢູ່ເຊີ່ງຫນ້າເຮົາຖືໄດ້ວ່າເປັນແນວທາງທີ່ດີຢ່າງຫນຶ່ງກໍ່ວ່າໄດ້ໃນການພັດທະນາທັກສະ ແລະ ເສີມສ້າງຄວາມສຳພັນອັນດີງາມກັບຄົນອື່ນໆ ຕະຫລອດຮອດການຂະຫຍາຍຂອບເຂດຂີດຄວາມຮູ້, ຄວາມສາມາດ ຂອງເຈົ້າເອງໂດຍຢູ່ກັບສິ່ງທີ່ມີຢູ່ຕໍ່ຫນ້າ ແລະ ເຈົ້າຍັງຈະສາມາດທີ່ຈະເສີມສ້າງສິ່ງທີ່ດີໆ ທີ່ມີຢູ່ໃນໂຕເຈົ້າໄດ້ ຈາກການໄດ້ຮັບບົດຮຽນ, ຈາກການຮັບຟັງມາ. ເຖີງຢ່າງໃດກໍ່ຕາມ ມັນເປັນສິ່ງທີ່ສໍາຄັນຢ່າງຍິ່ງໃນການທີ່ເຮົາຄວນຈະຄວບຄຸມ ອັດຕາ ຫລື ຕົວຕົນ (Ego) ຂອງເຮົາ ຈາກການຢາກພັດທະນາຕົວຕົນຫລາຍເກີນໄປ ເພື່ອໃຫ້ຊະນະຄົນອື່ນໄດ້.

2.ສ້າງຄວາມເຊື່ອຫມັ້ນໃນຕົວເອງ.

ສິ່ງທີ່ສຳຄັນປະການທີ ສອງ ໃນການທີ່ຈະພັດທະນາທັກສະ ຄວາມສາມາດໃນໂຕເຮົາກໍ່ຄຶການມີຄວາມເຊື່ອຫມັ້ນໃນຕົວເອງ. ຢ່າງໃດກໍ່ຕາມ ນີ້ຖືໄດ້ວ່າເປັນສິ່ງທີ່ຂ້ອນຂ້າງຈະຍາກແດ່ ໃນການປັບປຸງທັດສະນະຄະຕິຂອງເຮົາ ເພື່ອໃຫ້ໄດ້ຮັບການພັດທະນາທີ່ດີຂື້ນກວ່າເກົ່າ ເມື່ອປຽບທຽບກັບແຕ່ກ່ອນທີ່ບໍ່ມີຄວາມເຊື່ອຫມັ້ນໃນຕົນເອງເລີຍ.

ແນວໃດກໍ່ຕາມ ໃນຄວາມເປັນຈິງແລ້ວ ສາມາດເວົ້າໄດ້ວ່າ ຄວາມເຊື່ອຫມັ້ນ ປຽບເຫມືອນເປັນທັ້ງຫມົດຂອງຄວາມຮູ້ສືກທີ່ເຊື່ອງຊ້ອນຢູ່ໃນຜິວຫນັງຂອງເຈົ້າ ແລະ ຕ້ອງໄດ້ອາໄສການກິນອາຫານທີ່ດີຕໍ່ສຸຂະພາບ ຫລື ການອອກກຳລັງກາຍ ຢູ່ເປັນປະຈຳ ລວມທັງການໃສ່ເສື້ອຜ້າທີ່ເຈົ້າມັກ ຫລື ຕ້ອງການທີ່ຈະສວມໃສ່ ແລ້ວມັນຈະຊ່ວຍເຮັດໃຫ້ເຈົ້າຮູ້ສືກວ່າມີຄວາມສະດວກສະບາຍ ແລະ ຊ່ວຍເພີ້ມຄວາມຫມັ້ນໃຈໃນໂຕເອງຂື້ນ ໄດ້ຢ່າງເຫັນຜົນ.

3.ເວົ້າຄວາມຈິງເພື່ອອະທິບາຍເລື່ອງຫລອກລວງ.

ໃນປັດຈຸບັນນີ້ຕ້ອງຂໍຊົມເຊີຍຊື່ສັງຄົມທາງອອນໄລ໌ຕ່າງໆທີ່ມາຊ່ວຍເຮັດໃຫ້ໂລກຂອງເຮົາໃບນີ້ແຄບລົງ, ເຮັດໃຫ້ເຮົາສາມາດຮູ້ທຸກສິ່ງທີ່ຢາກຈະຮູ້ໄດ້ ບໍ່ວ່າຈະເປັນຂ່າວສານທີ່ເປັນເລື່ອງຈິງ ຫລື ບໍ່ກໍ່ຕາມ ທີີ່ໄດ້ອັບເດດເຂົ້າມາໃຫ້ເຮົາໄດ້ຮັບຮູ້ໃນທຸກໆມື້ ຫລື ທຸກໆຊົ່ວໂມງກໍ່ອາດຈະວ່າໄດ້. ແນວໃດກໍ່ຕາມ ຖ້າເຮົາພົບເຫັນເລື່ອງລາວໃດຫນຶ່ງທີ່ມັນບໍ່ມີມູນຄວາມຈິງ, ທີ່ໄດ້ຖືກສ້າງເລື່ອງລາວຂື້ນມາ ເຮົາກໍ່ສາມາດທີ່ຈະບອກຕໍ່ໆຄົນອື່ນໄດ້ວ່າບໍ່ໃຫ້ພວກເຂົາເຊື່ອກ່ຽວກັບເລື່ອງນັ້ນ ເຖີງວ່າມັນຊິດຳເນີນໄປແນວໃດກໍ່ຕາມ.

ຖ້າເຈົ້າໄດ້ຖືກຄົນອື່ນຕົວະເລື່ອງໃດເລື່ອງຫນຶ່ງມາ ເຈົ້າຈະສາມາດຮູ້ໄດ້ແນວໃດວ່າເລື່ອງດັ່ງກວ່ານັ້ນເປັນເລື່ອງທີ່ສ້າງຂື້ນ ຫລື ເລື່ອງຈິງ. ຢ່າງໃດກໍ່ຕາມສິ່ງທີ່ສຳຄັນຂອງທັກສະຄຸນສົມບັດພິເສດຄຶການທີ່ຍອມຮັບໃນເລື່ອງທີ່ເຮົາບໍ່ຮູ້, ແລ້ວຄ່ອຍພິຈາລະນາ ເພື່ອທີ່ຈະໃຫ້ການສົນທະນາຢູ່ນັ້ນດໍາເນີນໄປດ້ວຍດີ ດ້ວຍການສະແດງຄວາມຢາກຮູ້, ຢາກເຫັນໃຫ້ຄູ່ສົນທະນາໄດ້ຮັບຮູ້ ແລະ ຮັບຟັງຕໍ່ຄຳເວົ້າຂອງເຂົາ ພ້ອມທັງຢ່າສະແດງສິ່ງທີ່ເຮົາຮູ້ໃຫ້ເຂົາຟັງ ພະຍາຍາມເຮັດເປັນຜູ້ຟັງທີ່ດີ ເຊີ່ງນີ້ເປັນວິທີການທີ່ຈະສະແດງວ່າໂຕເຈົ້າໄດ້ພັດທະນາລະດັບຂີດຄວາມສາມາດໄປອີກລະດັບຫນຶ່ງໄດ້.

ທີ່ເຫັນສ່ວນຫລາຍ ໃນສັງຄົມທຸກມື້ນີ້ ການປະຕິບັດຕົນແບບນີ້ຖືວ່າເປັນເລື່ອງທີ່ແປກໃຈກັບຄົນທີ່ເຈົ້າກຳລັງສົນທະນານຳ, ຖ້າວ່າມີຄົນຫນຶ່ງກໍາລັງໂອ້ລົມ ແລ້ວເວົ້າຄວາມເທັດກັບເຈົ້າຢູ່ ເຊີ່ງມັນຈະເຮັດໃຫ້ການສົນທະນານັ້ນບໍ່ຄ່ອຍລາບລື່ນປານໃດ ດັ່ງນັ້ນຈົ່ງພະຍາຍາມເວົ້າຄວາມຈິງໃຫ້ເຂົາໄດ້ຮັບຮູ້, ເພາະຄວາມຈິງຄຶການແກ້ໄຂທີ່ດີ ແລະ ສາມາດພາເຂົາອອກມາຈາກສະຖານະການນັ້ນໄດ້ ແລ້ວມັນຈະເຮັດໃຫ້ຄວາມສໍາພັນຂອງທັງສອງແຫນ້ນແຟ້ນຂື້ນອີກ, ມັນເປັນວິທີທີ່ມີສະເຫນ່ໃນຕົວໃນການແກ້ໄຂບັນຫາ ຂ້ອຍຮູ້ວ່າມັນບໍ່ງ່າຍ ແຕ່...ພະຍາຍາມເອົາໄປຄິດລອງເບິ່ງ.

ເຈົ້າບໍ່ຕ້ອງໃຊ້ອາລົມກ່ຽວກັບເລື່ອງນີ້, ຖ້າເຈົ້າກໍາລັງສົນທະນາກ່ຽວກັບການໂຕ້ແຍ່ງຢູ່ໃນສະພາທາງການເມືອງຢູ່ ແລ້ວມີໃຜຄົນຫນຶ່ງມາຍົກ ຫລື ອ້າງອີງຈຳນວນຮູບແບບເລື່ອງໃດຫນຶ່ງຂື້ນມາ, ເຈົ້າກໍ່ພຽງມີແຕ່ຖາມພວກເຂົາວ່າ ໄດ້ຍີນ ຫລື ເຫັນເລື່ອງນີ້ມາແຕ່ໃສ ແລະ ຮູ້ບໍ່ວ່າມັນເປັນຄວາມຈິງຫລືບໍ່. ໃນລະດັບຂອງຄວາມຢາກຮູ້ຢາກເຫັນນີ້ຈະເປັນຕົວຊ່ວຍໃຫ້ເຈົ້າສາມາດປ້ອງກັນໂຕເອງໄດ້ ແລະ ຊ່ວຍໃຫ້ເຈົ້າຮູ້ສຶກເປັນຕົວຂອງຕົວເອງເມື່ອໄດ້ຮັບການປົກປ້ອງຈາກຄຳເວົ້າຂອງເຮົາເອງ.

4. ມີວາທະສິນໃນການເວົ້າ.

ເວົ້າງ່າຍໆກໍ່ຄຶ ບຸກຄົນທີ່ມີພອນສະຫວັນຈະຮູ້ຈັກວິທີການ ແລະ ການສົນທະນາ ພວກເຂົາສາມາດເປີດສາກການເລີ່ມຕົ້ນໂອ້ລົມກັບທຸກໆຄົນໄດ້ດ້ວຍຄວາມອ່ອນໂຍນ ແລະ ສ້າງຄວາມປະທັບໃຈໃຫ້ແກ່ຄູ່ສົນທະນາໄດ້ຢ່າງງົດງາມ.

ນີ້ເປັນແນວທາງຂັ້ນພື້ນຖານສຳລັບການສົນທະນາທີ່ເຫມາະສົມ ແລະ ສາມາດນຳໄປໃຊ້ໄດ້, ເຖີງຢ່າງໃດກໍ່ຕາມ ເຮົາຄວນຈະຄ່ອຍໆຮຽນຮູ້ ແລະ ພັດທະນາຂື້ນໄປຕາມລຳດັບຂັ້ນ ໂດຍການແກ້ໄຂ, ປັບປຸງຈາກການໄດ້ຮັບບົດຮຽນຈາກການສົນທະນາທີ່ຜ່ານໆມາ ແລ້ວເຈົ້າຈະສາມາດເຫັນຜົນໄດ້ດີຂື້ນຕາມລຳດັບຂັ້ນ ຈົນກວ່າເຈົ້າຈະກາຍເປັນຄົນທີ່ມີທັກສະໄດ້ຢ່າງດີ.

ແນ່ນອນວ່າທັກສະຂອງການເລີ່ມຕົ້ນບົດສົນທະນານັ້ນຄຶການເລີ້ມຕົ້ນກ້າວທຳອິດທີ່ດີ ແທນທີ່ຈະພະຍາຍາມໄປຄອບງຳຄົນອື່ນດ້ວຍການໄປສະແດງຄວາມຍິ່ງໃຫຍ່ຂອງຕົນເອງນັ້ນ ຄວນຈະປະຕິບັດດ້ວຍ ໃຫ້ກຽດ ແລະ ສົບຕາກັບຄູ່ສົນທະນາ ແລ້ວເຈົ້າຈະໄດ້ເຫັນຜົນຕອບແທນທີ່ເຈົ້າຈະໄດ້ຮັບ.

ຮຽບຮຽງ ແລະ ແປໂດຍ: Kee Khammisai

SAKXAY SENGALOUN

------------------------------------


Comments


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page