top of page

ສິ່ງທີ່ເຈົ້າຄວນປະຕິບັດ ຖ້າຫາກຮູ້ສືກວ່າ ເຈົ້າກຳລັງຫມົດແຮງບັນດານໃຈ ໃນການກ້າວຕໍ່ໄປ.

ພວກເຮົາຮູ້ດີວ່າ ເມື່ອໃດທີ່ເຈົ້າຮູ້ສືກມີພະລັງໃນແຮງບັນດານໃຈ ເຈົ້າຈະສາມາດເຮັດທຸກສິ່ງທຸກຢ່າງໄດ້, ສິ່ງທີ່ເຮັດໃຫ້ເຈົ້າມີພະລັງ ເມື່ອເລີ່ມຕົ້ນທີ່ຈະເຮັດບາງສິ່ງບາງຢ່າງໃນເວລານັ້ນໆ ມັນບໍ່ແມ່ນສິ່ງດຽວກັນກັບວ່າຈະສາມາດເຮັດໃຫ້ເຮົາມີພະລັງກະຕຸ້ນໃນອານາຄົດເຮົາໄດ້.

ບັນຫາກໍ່ຄຶວ່າ ເມື່ອບາງຄົນບໍ່ໄດ້ຮຽນຮູ້ຈາກການອ່ານບົດຄວາມຈາກບ໋ອກໂພດສ໌ ແບບນີ້ ສຸດທ້າຍພວກເຂົາກໍ່ຈະຍອມຮັບໄປກັບການຂາດແຮງບັນດານໃຈ ຕາມຄວາມເປັນຈິງທີ່ເຂົາເປັນ ແລະ ສຸດທ້າຍແລ້ວພວກເຂົາກໍ່ບໍ່ສາມາດທີ່ຈະເຮັດຫຍັງໄດ້ ໄດ້ແຕ່ປ່ອຍໄປຕາມໂຊກຊະຕາ.

ຖ້າເຮົາປ່ອຍໄປຕາມ ໂຊກສະຕາ ກໍ່ປະສົບຜົນສຳເລັດ ແນ່ນອນວ່າ ທຸກໆຄົນກໍ່ຈະພາກັນເຮັດເຊັ່ນນັ້ນຫມົດ, ແຕ່ເຖີງຢ່າງໃດກໍ່ຕາມ ຂ້ອຍເຊື່ອວ່າບຸກຄົນທີ່ສົນໃຈເຂົ້າມາອ່ານບົດຄວາມເຊັ່ນນີ້ ຈະຕ້ອງເຮັດໃນສິ່ງທີ່ແຕກຕ່າງ ຄຶບໍ່ປ່ອຍໃຫ້ໂຊກຊະຕາມາເປັນໂຕກຳນົດຊີວິດແນ່ນອນ.

ສະນັ້ນແລ້ວຂ້ອຍຂໍແນະນຳວ່າ ບ໋ອກໂພດສ໌ ອັນນີ້ແມ່ນເຫມາະກັບຄົນ ສອງ ປະເພດຄຶ:

1. ຄົນທີ່ຮູ້ສຶກວ່າຕົນເອງມີແຮງບັນດານໃຈ ແລະ ຕ້ອງການຢາກໃຫ້ຕົນເອງໄດ້ຮັບ ຫລື ມີການກະຕຸ້ນຢູ່ຢ່າງສະຫມໍ່າສະເຫມີ.

2. ຄົນທີ່ຮູ້ສຶກວ່າຂາດແຮງບັນດານໃຈ ແລະ ຍອມຮັບວ່າການທີ່ເຕີມເຕັມດ້ວຍການຮຽນຮູ້ແບບນີ້ ຈະຊ່ວຍໃຫ້ຊີວິດຂອງຕົນເອງໄດ້ຮັບພັດທະນາຂື້ນ.

ຂ້ອຍເຊື່ອວ່າ ຄວາມມຸ້ງຫມັ້ນ ແລະ ແຮງຈູງໃຈຈະສາມາດຈັບມືກັນ ພ້ອມທັງກ້າວໄປພ້ອມກັນໄດ້, ຫລາຍຄົນມີແຮງຈູງໃຈ ແຕ່ເຂົາເຫລົ່ານັ້ນບໍ່ໄດ້ມີຄວາມມຸ້ງຫມັ້ນໃນຄວາມຝັນຂອງເຂົາ, ເຊິ່ງນັ້ນເປັນເຫດຜົນທີ່ເຮັດໃຫ້ພວກເຂົາບໍ່ໄດ້ຮັບຜົນລັບທີ່ດີ.

ສິ່ງທີ່ເຈົ້າມີ ມັນເປັນພຽງແຮງບັນດານໃຈ ຫລື ເປັນສິ່ງທີ່ເຈົ້າຕ້ອງການທີ່ຈະມຸ້ງຫມັ້ນ ເຮັດມັນ?

ຫລັງຈາກທີ່ເຈົ້າໄດ້ພະຍາຍາມທີ່ຈະມຸ້ງຫມັ້ນເຮັດມັນແລ້ວ ສີ່ງທີ່ເກີດຂື້ນມັນເປັນແນວໃດ?

ຄວາມຮູ້ສືກຂອງແຮງຈູງໃຈໄດ້ກັບມາໃນແບບທີ່ດີກວ່າເກົ່າ ຍ້ອນວ່າເຮົາໄດ້ຮັບຄວາມພະຍາມທີ່ຈະມຸ້ງຫມັ້ນ ແລະ ແຮງຈູງໃຈເປັນເຄື່ອງມືທີ່ຍອດຢ້ຽມ ຖ້າເຮົາມີຄວາມຫມັ້ນໃຈ, ມີຈຸດປະສົງແລ້ວ ແຕ່ຫາກຍັງປາສະຈາກການມີແຮງຈູງໃຈທີ່ດີແລ້ວ ມັນກໍ່ຈະຖືວ່າເປັນສິ່ງທີ່ຂາດຫາຍ ສິ່ງທີ່ສຳຄັນໄປ.

ການໃຊ້ທັງສອງຢ່າງນີ້ຮ່ວມກັນ ມັນເປັນວິທີທີ່ຄົນປະສົບຄວາມສຳເລັດເຂົາເຈົ້າເລືອກເຮັດຫລາຍທີ່ສຸດ ເມື່ອເກີດມີແຮງຈູງໃຈ ພວກເຂົາໄດ້ເລືອກຕັດສິນໃຈທີ່ຈະມຸ້ງຫມັ້ນໄປພ້ອມກັບມັນ.

ມີຄວາມມຸ້ງຫມັ້ນທີ່ຈະເຮັດໃນສິ່ງທີ່ເຈົ້າມັກເວົ້າວ່າ ເຈົ້າຈະເຮັດມັນໃຫ້ສຳເລັດ ພາຍຫລັງທີ່ມັນເປັນພຽງແຕ່ຄວາມຄິດ ແຕ່ເຈົ້າບໍ່ເຄີຍລົງມືເຮັດຈັກເທື່ອ.

ຄວາມມຸ້ງຫມັ້ນ ມັນປຽບສະເຫມືອນເປັນທາງເລືອກ ແລະ ແນ່ນອນວ່າ ເຈົ້າສາມາດເລືອກໄດ້ດ້ວຍຕົວເອງ 100 ເປີເຊັນ ແລະ ມັນຂື້ນຢູ່ກັບໂຕເຈົ້າ, ຄວາມມຸ້ງຫມັ້ນຄຶສິ່ງທີ່ເຈົ້າຕ້ອງເຮັດໃນມື້ນີ້ ແລະ ຕະຫລອດໄປ ມັນຂື້ນຢູ່ກັບວ່າເຈົ້າຈະມີຄວາມອົດທົນທີ່ຈະໄປຕໍ່ຫລືບໍ່ ເຖີງແມ່ນວ່າເຈົ້າຈະອິດເມື່ອຍ ແລະ ຢາກຈະຢຸດພັກກໍ່ຕາມ ຫລື ເຈົ້າໄດ້ມີຄວາມກະວົນກະວາຍທີ່ເກີດຂື້ນພາຍໃນຈິດໃຈພຽງໃດ.

ເຮົາຈະເວົ້າເຖີງລາຍລະອຽດກ່ຽວກັບເລື່ອງນີ້ຢູ່ໃນປື້ມທີ່ຂ້ອຍໄດ້ຂຽນຂື້ນມາ ເຊິ່ງກຳລັງຢູ່ໃນຊ່ວງກວດແກ້ ປື້ມເຫລັ້ມດັ່ງກວ່ານີ້ມີຊື່ວ່າ:

"ປື້ມທີ່ທ່ານຄວນອ່ານ."

ທີ່ຜ່ານມາ ແມ່ນຫຍັງຄຶສິ່ງທີ່ເຮັດໃຫ້ທ່ານຮູ້ສຶກວ່າໄດ້ຮັບແຮງບັນດານໃຈທີ່ດີ?

ບາງຄັ້ງເຮົາກໍ່ຕ້ອງໄດ້ກັບໄປຍ້ອນເບິ່ງເລື່ອງທີ່ເກີດຂື້ນໃນອາດີດ ວ່າມັນມີສິ່ງທີ່ດີ ທີ່ໄດ້ເກີດຂື້ນມາມີຫຍັງແດ່, ເມື່ອຮັບຮູ້ແລ້ວເຮົາສາມາດໃຊ້ແຮງຈູງໃຈດັ່ງກ່າວນັ້ນ ເປັນສິ່ງຍຶດດຶງຕົວເຮົາໃຫ້ກັບເຂົ້າມາໃນກອບຂອງຄວາມຄິດທີ່ດີ ນັ້ນໄດ້ຕະຫລອດເວລາ. ຄວາມສາມາດໃນການຄວບຄຸມອາລົມ ແລະ ຄວາມຄິດຂອງເຮົາ ເປັນກະແຈທີ່ສຳຄັນດອກຫນຶ່ງໃນການປະສົບຜົນສຳເລັດ ເລີຍກະວ່າໄດ້, ຈົ່ງຈື່ໄວ້ສະເຫມີວ່າ ເມື່ອໃດທີ່ເຮົາຮູ້ສຶກວ່າໄດ້ຮັບພະລັງແຫ່ງແຮງບັນດານໃຈ ແມ່ນຫຍັງຄຶສິ່ງທີ່ເຮັດໃຫ້ເຮົາມີຄວາມຮູ້ສືກໄດ້ແບບນັ້ນ? ແລະ ວິທີ ທີ່ເຮົາສາມາດນຳພາຕົວເອງໃຫ້ເຂົ້າໄປໃນສະພາບແບບນັ້ນໄດ້ແນວໃດ.

ປັບໂຕໃຫ້ເຂົ້າກັບສະພາບແວດລ້ອມທີ່ດີ.

ສິ່ງຫນຶ່ງທີ່ຍັງຂາດສຳຫລັບສະພາບແວດລ້ອມຂອງຄົນສ່ວນໃຫຍ່ ກໍ່ຄຶການປັບໂຕ, ເຈົ້າມັກປັບໂຕເອງໃຫ້ເຂົ້າກັບສະພາບແວດລ້ອມທີ່ເຈົ້າເປັນຢູ່ສະເຫມີ ແລະ ເຈົ້າຈະມີນິໃສທີ່ຄ້າຍໆກັນກັບຫມູ່ສະນິດ 5 ຄົນ ທີ່ເຈົ້າຄົບຢູ່ເຊັ່ນກັນ.

ຍົກຕົວຢ່າງວ່າ: ຄົນທີ່ມັກໄປອອກກຳລັງກາຍຢູ່ ຢີມ (Gym) ເປັນປະຈຳທຸກມື້ ສາເຫດທີ່ເຂົາມີແຮງບັນດານໃຈດັ່ງກ່າວນັ້ນກໍ່ຍ້ອນວ່າ ເຂົາໄດ້ຢູ່ໃນສະພາບແວດລ້ອມທີ່ມີຜູ້ຄົນໄດ້ອອກກຳລັງກາຍ ແລະ ມີແຮງກາຍທີ່ແຂງແຮງ, ດັ່ງນັ້ນ ຈຶ່ງເຮັດໃຫ້ເຂົາເຈົ້າໄດ້ຮັບໂອກາດທີ່ຈະປ່ຽນແປງໂຕເອງ, ຕອນນີ້ ກັບມາໃຊ້ກັບໂຕເອງ ຖ້າເຈົ້າຢູ່ສັງຄົມທີ່ບໍ່ມີແຮງກົດດັນ ຫລື ບໍ່ທີໂອກາດທີ່ຈະປ່ຽນແປງໃດໆ ມັນກໍ່ຫມາຍຄວາມວ່າເຈົ້າຈະບໍ່ມີໂອກາດທີ່ຈະໄດ້ຮັບແຮງຈູງໃຈທີ່ດີໄດ້ເຊັ່ນກັນ

ລອງສັງເກດເບິ່ງຫມູ່ສະນິດຂອງເຈົ້າ 5 ຄົນ ວ່າເຂົາເຫລົ່ານັ້ນໄດ້ມີລະດັບທີ່ເຮັດໃຫ້ທ່ານໄດ້ຮັບແຮງຈູງໃຈຫລາຍຫນ້ອຍປານໃດ? ພວກເຂົາເຫລົ່ານັ້ນໄດ້ມີລະດັບຄວາມເອົາໃຈໃສ່ໃນການເບິ່ງແຍງສຸຂະພາບ, ດ້ານຫນ້າທີ່ວຽກງານ ແລະ ດ້ານສັງຄົມ ຄຶແນວໃດ? ເຊິ່ງການກະທຳຂອງເຂົາມັນຈະ ເປັນສິ່ງຄອຍຊືມຊັບໃຫ້ເຂົ້າກັບໂຕເຈົ້າ, ອາດຈະເປັນສິ່ງທີ່ດີ ຫລື ບໍ່ດີກໍ່ຕາມ ຈຶ່ງສົ່ງຜົນໃຫ້ກາຍເປັນນິໄສຂອງທ່ານ ໂດຍໄດ້ຮັບຜົນກະທົບຈາກຄົນທີ່ອ້ອມຮອບຕົວທ່ານ.

ໃນຄັ້ງຕໍ່ເປັນຖ້າຫາກເຈົ້າຂາດເປົ້າຫມາຍ ລວມເຖີງແຮງບັນດານໃຈໃນການຕໍ່ສູ້ຊີວິດໃດໆກໍ່ຕາມ ຈົ່ງຢ່າລືມວ່າບົດຄວາມນີ້ໄດ້ສອນວິທີການຫຍັງໃຫ້ກັບໂຕທ່ານແດ່.

ແຊສ໌ບົດຄວາມນີ້ໄປໃຫ້ຄົນທີ່ຮັກ ແລະ ເປັນຫ່ວງ ໄດ້ຮັບຮູ້ນຳ.

ແລະ ຕິດຕາມຜົນງານຫນັງສື "ປື້ມທີ່ທ່ານຄວນອ່ານ" ຂອງຂ້ອຍໄດ້ທີ່ Facebook ນີ້,

ທີ່ກຳລັງຈະມີວາງຈຳຫນ່າຍໃນໄວໆນີ້.

ສັກໄຊ ແສງອາລຸນ

ຮຽບຮຽງ ໂດຍ: Kee Khammisai

Comments


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page