top of page

ເຄັດລັບ 3 ຂໍ້ ໃນການໃຊ້ຊີວິດຮ່ວມກັບບຸກຄົນທີ່ທ່ານບໍ່ມັກ.

ເຄັດລັບ 3 ຂໍ້ ໃນການໃຊ້ຊີວິດຮ່ວມກັບບຸກຄົນທີ່ທ່ານບໍ່ມັກ.

ມະນຸດເຮົາອາໄສຢູ່ຮ່ວມກັນເປັນສັງຄົມ, ພວກເຮົາປຽບສະເຫມືອນວ່າເປັນສ່ວນຫນຶ່ງຂອງກັນແລະກັນ. ສະນັ້ນເຮົາຈຳເປັນຕ້ອງໄດ້ມີການໂອ້ລົມ, ທັກທາຍ-ສະບາຍດີ ກັບຄົນອື່ນໆ ຖືວ່າເປັນສິ່ງທີ່ປະຕິເສດບໍ່ໄດ້.

ໃນບາງຄັ້ງ ກັບບາງຄົນ ມັນຂ້ອນຂ້າງຍາກທີ່ເຮົາຈະສາມາດເຂົ້າໃຈໄດ້, ພວກເຂົາອາດຈະບໍ່ໃຫ້ການນັບຖືໃນໂຕເຈົ້າ, ພວກເຂົາອາດຈະມັກຕິສິນນິນທາຄົນອື່ນສູ່ເຈົ້າຟັງ ຫລື ບາງທີອາດຈະນໍາສິ່ງທີ່ເປັນດ້ານລົບມາສູ່ໂຕເຈົ້າກະມີ.

ຕໍ່ກັບບັນຫານີ້ ເຮົາສາມາດເລືອກທີ່ຈະເດີນອອກມາຈາກຄົນເຫລົ່ານັ້ນໄດ້ຢ່າງງ່າຍໆ, ແຕ່ເຖີງຢ່າງໃດກໍ່ຕາມ ມັນກໍ່ບໍ່ງ່າຍປານໃດ ຖ້າຫາກວ່າຄົນເຫລົ່ານັ້ນເປັນຄົນທີ່ເຮົາຈຳເປັນຕ້ອງໄດ້ພົບເຫັນກັນເກືອບວ່າທຸກໆມື້, ບໍ່ວ່າຈະເປັນເພື່ອນຮ່ວມງານ, ຫມູ່ຄູ່ຢູ່ໃນໂຮງຮຽນ ຫລື ແມ້ກະທັ້ງຄົນທີ່ອາໃສຢູ່ໃນບ້ານດຽວກັນກັບເຮົາ.

ການທີ່ເຮົາຍອມທີ່ຈະຢູ່ຮ່ວມກັນກັບຄົນທີ່ເຮົາບໍ່ຄ່ອຍມັກ ມັນບໍ່ໄດ້ຫມາຍເຖີງວ່າ ເຮົາຈະຍອມແພ້ ຫລືວ່າ ຈະໄປເປັນເຫມືອນກັນກັບພວກເຂົາ, ແຕ່ມັນຄຶການທີ່ຈະເຮັດໃຫ້ເຮົາໄດ້ຮຽນຮູ້ທີ່ຈະປ່ອຍວາງ ແລະ ບໍ່ໄປຊີຣຽດກັບເລື່ອງພວກນີ້ຫລາຍເກີນໄປ, ຢ່າງນ້ອຍທີ່ສຸດມັນກໍ່ຈະເຮັດໃຫ້ເຮົາສະບາຍໃຈໄປໄດ້ໃນລະດັບຫນຶ່ງ.

ສະນັ້ນຂ້ອຍໄດ້ມີ 3 ຫົນທາງທີ່ແຕກຕ່າງກັນ ໄວ້ໃຫ້ສຳຫລັບພວກເຮົາທີ່ຈະເອົາໄວ້ໃຊ້ເມື່ອພົບກັບຄົນທີ່ເຮົາບໍ່ມັກ, ເຊິ່ງຂ້ອຍເອງຄິດວ່າມັນເປັນວິທີທາງທີ່ດີຢ່າງຫນຶ່ງເລີຍກໍ່ວ່າໄດ້.

ແລະ ດ້ານລຸ່ມນີ້ຄຶ 3 ວິທີການ ທີ່ເຈົ້າສາມາດເອົາໄປເປັນບົດຮຽນ ໄວ້ໃຊ້ຮັບມືເມື່ອທ່ານຈຳເປັນຕ້ອງໄດ້ພົບກັບບຸກຄົນທີ່ທ່ານບໍ່ຄ່ອຍຈະມັກ.

1. ເບິ່ງໃນມູມທີ່ແຕກແຕ່ງ.

ສິ່ງທຳອິດທີ່ເຮົາຄວນທຳຄວາມເຂົ້າໃຈ ໃນການທີ່ຈະຢູ່ຮ່ວມກັບຜູ້ຄົນໃນສັງຄົມໃດຫນຶ່ງກໍ່ຄຶ ຈົ່ງຮັບຮູ້ວ່າ ເຮົາບໍ່ສາມາດທີ່ຈະປ່ຽນແປງຄົນອື່ນໆໄດ້, ແຕ່ສິ່ງທີ່ເຮົາສາມາດປ່ຽນແປງໄດ້ກໍ່ຄຶຕົວເຮົາເອງນີ້ແຫລະ. ສະນັ້ນ ຈົ່ງຢ່າພະຍາຍາມເລີຍທີ່ຈະໄປປ່ຽນຄົນອື່ນ ເພາະບາງຄັ້ງສິ່ງທີ່ເຮົາຫວັງວ່າຈະເຮັດໃຫ້ມັນດີ ມັນກັບຈະຮ້າຍແຮງໄປກວ່າເກົ່າດ້ວຍຊ້ຳ, ເພາະວ່າການທີ່ເຮົາຈະໄປປ່ຽນແປງແນວຄວາມຄິດ, ນິໄສ ຂອງຄົນໆຫນຶ່ງ ແມ່ນມັນເປັນໄປໄດ້ຍາກຫລາຍ ແລະ ແນ່ນອນວ່າຄົງບໍ່ມີໃຜດ໋ອກ ທີ່ຈະມັກຖືກບັງຄັບໃຫ້ຕ້ອງປ່ຽນແປງ ເພາະຄົນສ່ວນໃຫຍ່ແມ່ນບໍ່ມັກການປ່ຽນແປງຢູ່ແລ້ວ.

ຖ້າຫາກມີໃຜບາງຄົນທີ່ມາເຮັດໃຫ້ທ່ານບໍ່ພໍໃຈ, ຈົ່ງມອງຍ້ອນກັບໄປເບິ່ງຄຶນ ແລະ ພິຈາລະນາວ່າ ສິ່ງທີ່ເຮົາບໍ່ມັກນີ້ມັນອາດເປັນພຽງສິ່ງທີ່ເຮົາເຄີຍຍິດຕິດວ່າບໍ່ມັກ ມາແຕ່ໃນອາດີດຜ່ານມາ ຫລືບໍ່; ຈຶ່ງເປັນເຫດໃຫ້ເຮົາບໍ່ຢາກທີ່ຈະຢູ່ຮ່ວມກັບຄົນແບບນັ້ນ.

2. ຫລີກລຽ້ງສິ່ງທີ່ເປັນໂຕກະຕຸ້ນ.

ມັນເປັນເຫດຜົນທີ່ດີຫລາຍ ຖ້າຫາກເຮົາຈະບໍ່ເອົາເລື່ອງຂອງການເມືອງ, ສາສະຫນາ...ມາເປັນບົດສົນທະນາກັນຢູ່ໃນວົງງານລ້ຽງອາຫານຄ່ຳ, ເພາະວ່າຫົວຂໍ້ທີ່ເວົ້າມານີ້ຖືວ່າເປັນເລື່ອງທີ່ລະອຽດອ່ອນຫລາຍ ແລະ ໃນເລື່ອງນີ້ແຕ່ລະຄົນກໍ່ຖືວ່າມີຄວາມຄິດທີ່ເປັນຂອງໂຕເອງສູງ, ຂ້ອຍເຄີຍໄດ້ພົບເຫັນຄົນຈຳນວນຫລາຍ ທີ່ເມື່ອເວລາເວົ້າເຖີງເລື່ອງນີ້ຍາມໃດກໍ່ມີຈະມີການຜິດຖຽງ, ປະທະຄາລົມກັນ ເພາະພວກເຂົາບໍ່ເຫັນດີກັບແນວຄວາມຄິດຂອງອີກຝ່າຍ.

ແຕ່ມັນກໍ່ບໍ່ສະເພາະແຕ່ເລື່ອງການເມືອງ ຫລື ສາສະຫນາ ເທົ່ານັ້ນ ທີ່ມັກເປັນບັນຫາຖົກຖຽງກັນ, ມັນຍັງມີເລື່ອງເລັກໆນ້ອຍໆ ອີກຫລາຍຢ່າງເຊັ່ນວ່າ: ເລື່ອງບັນຫາການລ້ຽງດູເດັກນ້ອຍດ້ວຍອາຫານແນວໃດຈຶ່ງຈະເຫມາະສົມ ແລະ ທຸກໆເລື່ອງທີ່ເຫັນວ່າສາມາດເອົາມາໂຕ້ຖຽງກັນໄດ້ ໂດຍສະເພາະເມື່ອເວລາຕ່າງຄົນຕ່າງມີຄວາມຕຶງຄຽດໃນຄວາມສຳພັນມາກ່ອນນັ້ນຢູ່ແລ້ວ.

ສະນັ້ນແລ້ວ ຖ້າຫາກວ່າເຈົ້າຕ້ອງການທີ່ຈະເສີມສ້າງຄວາມສຳພັນໃນໄລຍະຍາວກັບໃຜຄົນຫນຶ່ງແລ້ວ ໃຫ້ພິຈາລະນາຍົກເວັ້ນຫົວຂໍ້ບົດສົນທະນາທີ່ລະອຽດອ່ອນຄຶດັ່ງທີ່ກວ່າມານີ້ ເພື່ອຈະໄດ້ຫລີກລ້ຽງຈາກການຖົກຖຽງກັນເກີດຂື້ນ, ແລ້ວຫັນມາໃສ່ໃຈກັບສິ່ງທີ່ເຫັນວ່າຕ່າງຝ່າຍຕ່າງກໍ່ສົນໃຈແທນ.

3. ຢ່າລືມວ່າເຮົາແມ່ນຢູ່ໃນຍຸກສັງຄົມແຫ່ງຂໍ້ມູນຂ່າວສານທີ່ມີຄວາມວ່ອງໄວ (Social media).

ແນ່ນອນວ່າ ທີ່ເຮົາຢູ່ໃນຍຸກດີຈີຕ້ອນແບບນີ້ແມ່ນມັນມີປະໂຫຍດຢ່າງມະຫາສານ ຕົວຢ່າງເຊັ່ນ Facebook & Twitter ເປັນຕົ້ນ, ພວກນີ້ມັນອາດຈະເປັນບ່ອນທີ່ສະສົມຂໍ້ມູນ ແລະ ນຳໄປສູ່ຄວາມຮຸນແຮງໄດ້.

ບາງຄົນອາດຈະເຜີຍແຜ່ສິ່ງທີ່ເຂົາບໍ່ເຄີຍເຮັດມາໃນຊີວິດຈິງຂອງເຂົາກ່ອນກະໄດ້, ມັນເປັນເລື່ອງງ່າຍອີຫລີ ໃນການທີ່ຈະແບ່ງປັນສິ່ງຕ່າງໆໃຫ້ຄົນອື່ນໄດ້ຮັບຮູ້ນຳເຊັ່ນ: ການສະແດງຄວາມເຫັນໃນດ້ານການເມືອງ ຫລື ອື່ນໆ ເຈົ້າອາດຈະເຮັດໃຫ້ຄົນອື່ນສະດຸ້ງຕື່ນໄປເລີຍກໍ່ໄດ້, ພຽງແຕ່ເຮົານັ່ງຢູ່ຕໍ່ຫນ້າກັບຄອມພິວເຕີ, ສະມາດໂຟນ ແລະ ອິນເຕີເນັດ ເພາະເວົ້າໄດ້ວ່າມັນງ່າຍພຽງປ້າຍນີ້ວ.

ຍ້ອນກັບມາເລື່ອງຖ້າເຈົ້າບໍ່ຢາກຢູ່ຮ່ວມກັນກັບກຸ່ມຄົນທີ່ບໍ່ມັກ ລະເປັນຫຍັງເຈົ້າຄຶບໍ່ລອງເລີກຕິດຕາມບຸກຄົນເຫລົ່ານັ້ນໃນໂລກສັງຄົມອອນລາຍສ໌ (Social media)? ມັນເປັນເລື່ອງງ່າຍຫລາຍທີ່ຈະປິດກັ້ນເຮົາກັບເຂົາເຫລົ່ານັ້ນດ້ວຍການ ຍົກເລີກການຕິດຕາມ, ເພາະການທີ່ເຮົາໄປຍັງໄປ ຕິດຕາມເຂົາຢູ່ແນວນັ້ນ ມັນກໍ່ຈະສົ່ງຜົນໃຫ້ເຮົາມີຄວາມຄຽດເພີ້ມຂື້ນມາຊື່ໆ.

ສະນັ້ນ ຖ້າເຈົ້າພ້ອມທີ່ຈະປົດປ່ອຍໂຕເຈົ້າເອງອອກມາຈາກຄວາມກົດດັນຈາກບຸກຄົນທີ່ທ່ານບໍ່ມັກ ແລະ ຕ້ອງການທີ່ຈະສ້າງຄວາມສັນຕິພາບກັບພວກເຂົາ ເຈົ້າກໍ່ພຽງແຕ່ປະຕິບັດຕາມ 3 ວິທີ ທີ່ຂ້ອຍໄດ້ບອກກ່າວມານີ້. ບໍ່ພຽງແຕ່ມັນຈະມີສິ່ງດີໆທີ່ຈະເກີດຂື້ນລະຫວ່າງເຮົາກັບພວກເຂົາເທົ່ານັ້ນ, ເຈົ້າອາດຈະພົບກັບມິດຕະພາບໃນສິ່ງທີ່ຄາດບໍ່ເຖີງກໍ່ເປັນໄດ້ ຢ່າງນ້ອຍກໍ່ຖືໄດ້ວ່າເຮົາເປັນຝ່າຍທີ່ຈະເຂົ້າໄປແກ້ບັນຫາກ່ອນ ເຊິ່ງມັນເປັນສິ່ງທີ່ວິເສດຫລາຍ ແລະ ມັນຈະບໍ່ສຳເລັດໄດ້ຖ້າຫາກຂາດຄວາມພະຍາຍາມທີ່ດີຂອງເຈົ້າ.

ນັ້ນຄຶ 3 ສິ່ງງ່າຍໆ ທີ່ເຮົາຄວນຄິດ.

ແປໂດຍ: Kee Khammisai


 
 
 

Comments


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page