4 ວິທີທີ່ຈະໃຊ້ເວລາ ໃຫ້ມີປະໂຫຍດຫຼາຍທີ່ສຸດ
- ສັກໄຊ ແສງອາລຸນ Sakxay Seng Aloun
- Jun 3, 2018
- 1 min read

ເຮັດແນວໃດທີ່ເຮົາຈຶ່ງຈະສາມາດໃຊ້ເວລາ ໃຫ້ໄດ້ຢ່າງມີປະສິດທິພາບ?
ເຈົ້າຄິດວ່າເຈົ້າຈະສາມາດບັນລຸເປົ້າຫມາຍ ທຸກສິ່ງທຸກຢ່າງໄດ້ຕາມທີ່ເຈົ້າຕ້ອງການ ກ່ອນທີ່ເຈົ້າຈະຈາກໂລກນີ້ໄປໄດ້ ຫລືບໍ່?
ແລະ ເຄີຍມີບາງຄັ້ງບໍ່ທີ່ເຈົ້າຄິດວ່າ ເຈົ້າຈະບໍ່ສາມາດທີ່ຈະບັນລຸເປົ້າຫມາຍທີ່ເຈົ້າໄດ້ຕັ້ງໄວ້?
ແລະ ເຈົ້າໄດ້ວາງແຜນການ ເພື່ອທີ່ຈະເຮັດໃຫ້ເປົ້າຫມາຍຂອງເຈົ້າບັນລຸ ໄປຕາມທີ່ເຈົ້າຄິດໄວ້ ຫລືບໍ່?
ຖ້າເຈົ້າເປັນຄຶກັບຄົນສ່ວນໃຫຍ່ ເຈົ້າຍ່ອມຈະມີບັນຫາໃນການຈັດສັນເວລາໃນການເຮັດສິ່ງຕ່າງໆໃນແຕ່ລະມື້, ເພາະວ່າຄົນສ່ວນຫລາຍມັກຄິດວ່າໂຕເອງບໍ່ມີເວລາພໍ ແລະ ເວລາເຮັດສິ່ງໃດໃນແຕ່ມື້, ແຕ່ລະອາທິດ ຫລື ເດືອນ ກໍ່ມັກຈະໃຫ້ເວລາມາບີບຢູ່ສະເຫມີ. ສະນັ້ນ ຈົ່ງຢ່າປະຕິບັດຄຶກັນກັບຄົນສ່ວນໃຫຍ່ເຮັດ ຖ້າເຈົ້າຢາກໃຊ້ເວລາໃຫ້ໂຕເອງປະສົບຜົນສຳເລັດ ໃນຊ່ວງເວລາຂອງການດຳລົງຊີວິດຢູ່.
ຄວາມເປັນຈິງກໍ່ຄຶ ພວກເຮົາທຸກຄົນມີເວລາຫລາຍ ແລະ ພຽງພໍກວ່າທີ່ເຮົາຄິດ ທີ່ຈະສາມາດນຳພາເຮົາໄປບັນລຸໃນສິ່ງທີ່ເຮົາຕ້ອງການໄດ້. ເຊັ່ນໃນຜົນການສຶກສາພົບວ່າ ໃນປີ 2016 ທີ່ຜ່ານມານີ້ ຜູ້ຊາຍແມ່ນມີອາຍຸສະເລ່ຍຢູ່ທີ່ 69 ປີ ແລະ ຜູ້ຍິງຢູ່ທີ່ 72 ປີ, ສະແດງວ່າ ຖ້າຄົນສ່ວນໃຫຍ່ເລີ່ມເຮັດວຽກໃນຕອນອາຍຸ 18 ປີ ແລະ ເຮັດວຽກໄປຈົນກວ່າທີ່ຈະກະສຽນ ຢູ່ທີ່ອາຍຸ 65 ປີ, ຫມາຍຄວາມວ່າເຮົາຈະໄດ້ໃຊ້ຊີວິດໃນການເຮັດວຽກເຖີງ 47 ປີ. ສະນັ້ນເວລາໃນການທີ່ເຮົາໄດ້ເລີ່ມເຮັດວຽກກໍ່ເທົ່າກັບວ່າເຮົາໄດ້ເລີ່ມທີ່ຈະໃຊ້ຊີວິດ ເຈົ້າເຫັນບໍ່ບາດນີ້ ວ່າພວກເຮົາມີເວລາພຽງພໍທີ່ຈະຝືກຝົນ ແລະ ເດີນທາງໄປຫາເປົ້າຫມາຍຂອງເຮົາໄດ້, ຂ້ອຍຂໍແນະນໍາວ່າໃຫ້ເຈົ້າຈົ່ງພິນິດພິຈາລະນາໃນໂຕເອງ ພ້ອມກັບປະຕິບັດຕາມຄຳແນະທີ່ຂ້ອຍຈະໄດ້ເວົ້າໃນຕໍ່ໄປນີ້.
ດ້ານລຸ່ມນີ້ຄຶ 4 ວິທີ ໃນການທີ່ຈະສາມາດໃຊ້ປະໂຫຍດໄດ້ສູງສຸດຈາກເວລາທີ່ມີຂອງເຮົາ.
1. ໃຫ້ເວລາກັບຕົວເອງ.

ໃນການທີ່ຈະຫາເວລາສ່ວນຕົວໃຫ້ກັບໂຕເຮົາເອງມັນຂ້ອນຂ້າງຈະເປັນສິ່ງທີ່ມີຄວາມຫມາຍ, ແຕ່ມີພຽງບໍ່ພໍຈັກຄົນເທົ່ານັ້ນທີ່ຈະຮູ້ເຖີງຄຸນຄ່າທີ່ແທ້ຈິງຂອງວັນເວລາດັ່ງກ່າວນັ້ນ.
ຂ້ອຍຈຶ່ງຢາກຈະແນະນຳວ່າ ເມື່ອມີໂອກາດຈົ່ງໃຊ້ວັນເວລາດັ່ງກ່າວນັ້ນໃຫ້ເປັນປະໂຫຍດ, ຄຶໃຊ້ມັນໃຫ້ສອດຄ່ອງກັບສິ່ງທີ່ເຈົ້າຕ້ອງການ ກໍ່ຄຶການທີ່ຈະນຳໄປສູ່ ວັດຖຸປະສົງຂອງເຈົ້ານັ້ນເອງ.
2. ວາງເທັກໂນໂລຍີ (ສະມາດໂຟນ) ລົງກ່ອນ.
ທຸກມື້ນີ້ຂ້ອຍສັງເກດເຫັນວ່າ ເຮົາເກືອບທຸກຄົນຖືກມັດຕິດໄວ້ກັບອຸປະກອນ ສິ່ງອຳນວຍຄວາມສະດວກຕ່າງໆ ແບບບໍ່ເຄີຍມີມາກ່ອນ, ພວກເຮົາແທບຈະສາມາດເຂົ້າເຖີງຂໍ້ມູນທຸກສິ່ງທຸກຢ່າງທີ່ມັນສາມາດເຊື່ອມໂຍງເຂົ້າກັນໄດ້ຫມົດ ທີ່ຢູ່ໃນໂລກຂອງເຮົາ.

ແຕ່ແນວໃດກໍ່ຕາມ ຄວາມຈິງແລ້ວ ຂ້ອຍບໍ່ຄ່ອຍຈະຍິນດີກັບເລື່ອງນີ້ປານໃດ ເຖີງວ່າມັນຈະເປັນສິ່ງທີ່ຍອດຢ້ຽມປານໃດກໍ່ຕາມ ເຊັ່ນ: ການມີສະມາດໂຟນທີ່ສາມາດຊ່ວຍໃຫ້ເຮົາ ສັ່ງອາຫານ, ການເອີ້ນລົດແທັກຊີ, ການສ້າງສັນຜົນງານທາງສືມີເດຍຕ່າງໆ, ນັບທັງການໂພດສ໋ເຜີຍແຜ່ທາງອອນໄລສ໌ໄດ້ຢ່າງທັນໃຈ.
ເຖີງແມ້ວ່າຈະສາມາດຊ່ວຍໃຫ້ເຮົາສາມາດຕິດຕໍ່ສື່ສານ ແລະ ສາມາດເຮັດທຸກສິ່ງທຸກຢ່າງໄດ້ແບບຢ່າງອິດສະລະ ຈາກພຽງແຕ່ການນັ່ງຢູ່ຕໍ່ຫນ້າກັບອຸປະກອນຕ່າງໆເຫລົ່ານັ້ນກໍ່ຕາມ, ແຕ່ມັນກໍ່ຫມາຍຄວາມວ່າເຮົາຈະໄດ້ກາຍເປັນສ່ວນໃດຫນຶ່ງຂອງສິ່ງທີ່ເຮົາກຳລັງໃຊ້ງານຢູ່ນັ້ນ.
ດັ່ງນັ້ນ ຫລັງຈາກທີ່ເຈົ້າໄດ້ອ່ານບົດຄວາມບົດນີ້ຈົບລົງ ຂ້ອຍກໍ່ຂໍໃຫ້ເຈົ້າຈົ່ງວາງສະມາດໂຟນລົງຢ່າງຫນ້ອຍ 1 ມື້ຕໍ່ອາທິດ ຫລື ຫລາຍກວ່ານັ້ນ ແລ້ວຫັ້ນມາໃຫ້ຄວາມສົນໃຈກັບບຸກຄົນທີ່ກຳລັງຢູ່ຕໍ່ຫນ້າຂອງທ່ານ.
3. ໃຊ້ເວລາຮ່ວມກັບບຸກຄົນທີ່ແຕກຕ່າງກັບໂຕເຈົ້າ.
ນີ້ຄຶຄວາມຄິດທີ່ບັນເຈີດຫລາຍ ເພາະໂດຍສະເລ່ຍແລ້ວເຮົາມັກຈະໃຊ້ເວລາສ່ວນໃຫຍ່ຢູ່ກັບ 5 ບຸກຄົນ, ລອງຄິດເບິ່ງແມວ່າມັນຖືກບໍ່ ແລະ ເຮົາກໍ່ມັກຈະໄດ້ຮັບລັກສະນະນິໄສຄຶກັນກັບ 5 ຄົນທີ່ກວ່າມານັ້ນ ສະນັ້ນເຮົາຄວນທີ່ຈະຕະຫນັກກ່ຽວກັບເລື່ອງນີ້ ເພາະມັນຈະຊ່ວຍໃຫ້ເຮົາຮັບຮູ້ວ່າເຮົາໄດ້ໃຊ້ຊີວິດໄປກັບແຕ່ລະ ວັນ, ເວລາ ແນວໃດ ແລະ ເຮົາຄວນຈະຕ້ອງໄດ້ລະມັດລະວັງກັບຫມູ່ເພື່ອນ ຫລື ບຸກຄົນທີ່ເຮົາມັກໃກ້ຊິດນຳ ເພາະເຂົາ ແລະ ເຮົາຕ່າງກໍ່ຈະໄດ້ນິໄສຂອງກັນ ແລະ ກັນມາ.

ຖ້າເຈົ້າໃຊ້ເວລາສ່ວນໃຫຍ່ຢູ່ກັບຫມູ່ເພື່ອນ ຫລື ຜູ້ຄົນທີ່ມີນິໄສ ຫລື ພູມຖານ ຄ້າຍຄຶກັບໂຕເຈົ້າເອງ ມັນຈະມີຜົນເສຍຕໍ່ໂຕເຈົ້າຢ່າງຫນຶ່ງກໍ່ຄຶ ເຈົ້າຈະບໍ່ສາມາດຮັບຮູ້ເຖີງສິ່ງໃຫມ່ໆຂອງສິ່ງຕ່າງໆທີ່ມີຢູ່ໃນໂລກແຫ່ງຄວາມແຕກຕ່າງໃບນີ້. ສະນັ້ນຈົ່ງຊອກຫາຄົບຄົນທີ່ແຕກຕ່າງຈາກຕົວເຈົ້າ ແລະ ຄົ້ນຫາສະພາບແວດລ້ອມໃຫມ່ໆແດ່ ເພາະຈະເຮັດໃຫ້ເຈົ້າບໍ່ຍຶດຕິດຢູ່ກັບສິ່ງເກົ່າໆທີ່ເຈົ້າເຄີຍຮູ້ຈັກ.
ຈົ່ງອອກໄປ ສຳຫລວດ ແລະ ຄົ້ນຫາສິ່ງໃຫມ່ໆ ກັບບຸກຄົນ ແລະ ສັງຄົມໃຫມ່ ເພື່ອທີ່ຈະໄດ້ຮູ້ຈັກວິທີການ ແລະ ປະສົບການ ທີ່ຫນ້າຕື່ນເຕັ້ນຫລາຍກວ່າເກົ່າ.
4. ຈົ່ງສະຫນຸກສະຫນານ.
ຂ້ອຍໄດ້ສັງເກດເຫັນວ່າຜູ້ຄົນສ່ວນໃຫຍ່ ມັກຈະມີຄວາມພາກພູມໃຈ ເມື່ອເຂົາເຫລົ່ານັ້ນ ໄດ້ ທຸມເທເຮັດວຽກຢ່າງຊີຣຽດ ແລະ ຢ່າງຫນັກ ໃຫ້ກັບບໍລິສັດ.
“ຂ້ອຍໄດ້ທຸ້ມເທເຮັດວຽກຢ່າງຫນັກ ແລະ ບໍ່ສົນວ່າຈະຂໍລາພັກ”
ມັນເປັນຄໍາເວົ້າທີ່ພວກເຂົາເວົ້າອອກມາດ້ວຍຄວາມພາກພູມໃຈ.
ແລ້ວເຮົາລອງກັບມາຍ້ອນເບິ່ງວ່າ ມັນແມ່ນຢູ່ຫວາ?

ແລະ ຫລັງຈາກນັ້ນໃນຊ່ວງວັນພັກ ເສົາ-ທິດ ພວກເຂົາກໍ່ໄດ້ປະຕິບັດໃນສິ່ງທີ່ເປັນກົງກັນຂ້າມ ດ້ວຍການອອກໄປ ເຮຮາ, ປາຕີ້ ຫລືບໍ່ດັ່ງນັ້ນກໍ່ນອນເບິ່ງຫນັງຢູ່ກັບ Netflix ຫມົດມື້ຫມົດເວັນ. ເຊຶ່ງນີ້ມັນບໍ່ແມ່ນຫົນທາງທີ່ເວີກໃນການໃຊ້ຊີວິດ, ແນ່ນອນວ່າຂ້ອຍຮູ້ດີໃນເລື່ອງນີ້ ເພາະຂ້ອຍກໍ່ເຄີຍປະສົບມາດ້ວຍໂຕເອງແລ້ວ.
ທຸກມື້ນີ້ເຮົາມັກຈະພົບເຫັນຜູ້ຄົນສ່ວນໃຫຍ່ໄດ້ພະຍາຍາມໃນການທີ່ຈະທຸ້ມເທ ແລະ ຊີຣຽດກັບຫນ້າວຽກ ໃນອົງກອນຂອງຕົນເອງຈົນເກີນໄປ, ຈົນເກີດຄວາມວິຕົກກັງວົນທີ່ເກີດຈາກການເຮັດວຽກຫນັກ ຈົນລືມໃຫ້ຄວາມສົນໃຈກັບເພື່ອນຮ່ວມງານຂອງຕົນເອງໄປເລີຍ. ສະນັ້ນຈົ່ງຮຽນຮູ້ທີ່ຈະຫາວິທີແນວໃດທີ່ຈະມີຄວາມສະຫນຸກສະຫນານ ກັບຫນ້າວຽກທີ່ຕົນເອງກຳລັງເຮັດຢູ່, ຫັນມາໃຫ້ຄວາມເອົາໃຈໃສ່, ຍ້ອງຍໍ-ຊົມເຊີຍ, ປືກສາ-ໂອລົມ ແລະ ຮຽນຮູ້ສິ່ງໃຫມ່ກັບຄົນຢູ່ໃນຫ້ອງການດຽວກັນດ້ວຍຄວາມມີໄມຕີຈິດທີ່ດີນັ້ນເອງ.
ຈົ່ງຈຳໄວ້ວ່າ ເຮົາທຸກຄົນມີອາຍຸສະເລ່ຍທີີ່ຈະຢູ່ໃນໂລກນີ້ໄດ້ພຽງແຕ່ 65-80 ປີ ເທົ່ານັ້ນ, ເຫັນບໍ່ວ່າມັນແສນສັ້ນ ສະນັ້ນຢ່າເອົາເວລາອັນມີຄຸນຄ່ານີ້ໄປກັບຄວາມຕຶງຄຽດ ຫລື ພຽງແຕ່ລໍຖ້າໃຫ້ຮອດແລງວັນສຸກ, ເສົາ-ອາທິດ ເພື່ອທີ່ຈະໄດ້ພັກຜ່ອນເທົ່ານັ້ນ ຈົ່ງຫັນມາເຮັດທຸກມື້ໃຫ້ມີຄຸນຄ່າ ເຖີງວ່າມັນຈະເປັນພຽງສິ່ງເລັກໆນ້ອຍໆເທົ່ານັ້ນ ແລະ ດຳລົງຊີວິດໄປທຸກມື້ດ້ວຍຄວາມສົດຊື່ນ ແລ້ວເຈົ້າຈະບໍ່ມີຄຳວ່າເສຍໃຈ, ຂໍໃຫ້ເຊື່ອທີ່ຂ້ອຍເວົ້າໂລດ.
ຂໍໃຫ້ມີຄວາມສຸກສົມຫວັງ ໃນແບບທີ່ເຈົ້າຕ້ອງການ.
ໂດຍ: Sakxay
ແປໂດຍ: Kee Khammisai


























Comments