top of page

10 ວິທີງ່າຍໆທີ່ຈະເຮັດໃຫ້ເຮົາສາມາດກັບໄປໃຊ້ຊີວິດໄດ້ ຫລັງຈາກພົບກັບຄວາມລົ້ມເຫລວ.


ການທີ່ເຮົາພົບກັບຄວາມລົ້ມເຫລວ ມັນກໍ່ເປັນພຽງແຕ່ການ ປ່ຽນຜ່ານໃຫ້ເຮົາໄປພົບກັບການປ່ຽນແປງບາງສິ່ງບາງຢ່າງທີ່ດີກວ່າເທົ່ານັ້ນ, ມັນອາດຈະເປັນການມາທົດສອບ ບໍ່ວ່າຈະເປັນເລື່ອງວຽກງານ ຫລື ແມ້ກະທັງເລື່ອງຄວາມຮັກ ແລະ ຕອນນີ້ ເຈົ້າກຳລັງຢູ່ໃນຈຸດປ່ຽນຜ່ານ ລະຫວ່າງ 2 ຢ່າງຄຶ: ການນັ່ງຢູ່ລ້າໆ ພ້ອມທັງເມີນເສີຍ ບໍ່ແກ້ໄຂບັນຫາທີ່ເກີດຂື້ນ, ແຕ່ສິ່ງຫນຶ່ງທີ່ດີ ຄຶເຫດຜົນທີ່ເຈົ້າກຳລັງຕັ້ງໃຈອ່ານບົດຄວາມບົດນີ້ຢູ່ ມັນໄດ້ສະແດງເຖີງວ່າ ເຈົ້າກຳລັງຕ້ອງການທີ່ຈະປ່ຽນແປງມັນໃຫ້ດີຂື້ນ.

ຕໍ່ໄປນີ້ຄຶ 10 ວິທີງ່າຍໆໃນການກັບມາດຳເດີນຊີວິດຕໍ່ໄປຢ່າງບໍ່ຫວັນໄຫວ ເຖີງວ່າຈະພົບກັບ ບັນຫາ ຫລື ສະຖານະການທີ່ຮ້າຍແຮງ ແບບໃດມາກໍ່ຕາມ.

1. ຈົ່ງເຊື່ອໃນຕົວເອງສະເຫມີວ່າ ຂ້ອຍສາມາດເຮັດໄດ້ ແລະ ຂ້ອຍຈະລົງມືເຮັດ.

ແລະນີ້ຄຶສິ່ງປະການທຳອິດ ທີ່້ເຈົ້າຈຳເປັນຕ້ອງ ຄອຍບອກກ່າວກັບຕົນເອງໃນ ທຸກໆມື້ ຫລື ອາດຈະເປັນກິດຈະວັດໃນເວລາທີ່ເຮົາລຸກຂື້ນມາຈາກບ່ອນນອນ ໃນຕອນເຊົ້າ ກໍ່ຍິ່ງເປັນການດີ, ເພື່ອຈະໄດ້ເປັນການກະຕູ້ນ ແລະ ເສີມສ້າງຈິດໃຈຂອງເຮົາໄປໃນຕົວ.

“ນະເວລາຂະນະນີ້ ຄຶເວລາຂອງວັນໃຫມ່, ເປັນວັນຫນຶ່ງທີ່ເຮົາ ມີຫລາຍສິ່ງຫລາຍຢ່າງທີ່ຈະຕ້ອງໄດ້ທຳ, ເປັນວັນຫນຶ່ງທີ່ເຮົາບໍ່ສາມາດທີ່ຈະກັບໄປປ່ຽນແປງອາດີດທີ່ຜ່ານມາໄດ້, ນັ້ນຄຶເຫດຜົນທີ່ເຮົາຈະຕ້ອງເຮັດມື້ນີ້ໃຫ້ດີທີ່ສຸດ ເພື່ອມັນຈະເປັນສິ່ງທີ່ສາມາດກຳນົດອານາຄົດຂອງເຮົາ”

2. ເລີ່ມຕົ້ນສ້າງແຜນ.

ສໍາຫລັບທຸກສິ່ງທີ່ເຮົາຕ້ອງການທີ່ຈະສົມຫວັງ ບໍ່ວ່າຈະເປັນການຝຶກຝົນທັກສະ, ການສອບເສັງ, ການຫາວຽກເຮັດງານທໍາ, ການລົດນໍ້າຫນັກ ຫລື ແມ້ກະທັ້ງເລື່ອງການຮຽນຂັບລົດໃຫຍ່... ທຸກສິ່ງທີ່ຂ້ອຍໄດ້ເວົ້າມານັ້ນ ແມ່ນມັນລ້ວນແລ້ວທີ່ຈະຕ້ອງການ ໄດ້ວາງແຜນທັງຫມົດ. ເຊິ່ງວິທີໃນການສ້າງແຜນນີ້ ຈະໄດ້ເວົ້າໃນຂັ້ນຕອນຕໍ່ໄປ, ມັນຂື້ນກັບວ່າເປົ້າຫມາຍຂອງເຈົ້າແມ່ນຕ້ອງການທີ່ຈະເຮັດຫຍັງຫລາຍກວ່າ ແລະ ວິທີການຫນຶ່ງ ຂ້ອຍຂໍແນະນຳໃຫ້ເຮົາຈົ່ງເຂົ້າໄປປືກສານຳຜູ້ທີ່ມີຊ່ຽວຊານໃນດ້ານນັ້ນ ລວມທັງການຫາແຫລ່ງຂໍ້ມູນທີ່ກ່ຽວຂ້ອງ ດ້ວຍການອ່ານຫນັງສຶກ່ຽວກັບເປົ້າຫມາຍທີ່ເຮົາຕ້ອງເຮັດ, ແລ້ວເຮົາຈະຮູ້ຈັກການວາງແຜນທີ່ມາພ້ອມກັບ ຊ່ວງໄລຍະເວລາຂອງການດຳເນີນການ ທີ່ມີເປົ້າຫມາຍຊັດເຈນ ແລະ ສິ່ງຫນຶ່ງທີ່ສຳຄັນທີ່ສຸດຄຶການຮູ້ຈັກສິ່ງທີ່ຕົນເອງຖະນັດນັ້ນເອງ.

3. ຊອຍເປົ້າຫມາຍໃຫ້ຍ່ອຍລົງ.

ການແບ່ງຫນ້າວຽກຂອງເຈົ້າໃຫ້ເປັນຂໍ້ຍ່ອຍໆລົງນັ້ນ ສາມາດທີ່ຈະຊ່ວຍໄດ້ສະເຫມີ, ເພາະນອກຈາກມັນຈະເປັນການສ້າງຄວາມເຊື່ອຫມັ້ນໃຫ້ກັບໂຕເຮົາເອງໄດ້ແລ້ວ ມັນຍັງຊ່ວຍໃນການກ້າວເຂົ້າໄປຫາເປົ້າຫມາຍໄດ້ຢ່າງຫມັ້ນໃຈ. ການທີ່ຕິດຕາມແຜນການຂອງເຮົາໃນແຕ່ລະ ອາທິດໆ ແລ້ວຊອຍລາຍລະອຽດປີກຍ່ອຍຂອງມັນໃຫ້ເຫມາະສົມ ໃນແຕ່ລະວັນ ເຊັ່ນວ່າ: ເຈົ້າມີເປົ້າຫມາຍທີ່ຈະໄປເຂົ້າຮ່ວມການແຂ່ງຂັນ ກິລາແລ່ນມາລາທອນ ໃນໄລຍະທາງ 5 Km ໃນເດືອນຫນ້າ ເຊິ່ງຕໍ່ໄປນີ້ຄຶແບບແຜນການແບ່ງ ການຝຶກຊ້ອມ ດັ່ງນີ້.

ອາທິດ ທຳອິດ: ເຈົ້າຄວນຈະໃຊ້ເວລາແລ່ນເພື່ອການຝຶກຊ້ອມ ເປັນເວລາ 3 ຄັ້ງໃນອາທິດທໍາອິດ.

ອາທິດ ທີສອງ: ຄວນແລ່ນທຸກໆມື້ ແຕ່ຢ່າໃຫ້ຫນັກ ຫລື ຫັກໂຫມ ຈົນເກີນໄປ ເຊັ່ນ: ແລ່ນໄປ 8-10 ນາທີ ແລ້ວກໍ່ພັກກິນນໍ້າເທື່ອຫນຶ່ງ.

ອາທິດ ທີສາມ: ເປັນອາທິດທີ່ຄວນຝຶກຝົນກ່ຽວກັບການຫາຍໃຈ ເຂົ້າ-ອອກ, ເພາະການແລ່ນ ມາລາທອນ ການຝຶກຫາຍໃຈ ຖືວ່າເປັນເລື່ອງທີ່ສຳຄັນຫລາຍ.

ອາທິດ ສຸດທ້າຍ: ຄວນໃຊ້ເວລາທີ່ເຫລືອໃນການຝຶກ ແລ້ວ ກໍ່ຝຶກ ໃຫ້ເຕັມທີ່ (ມັນບໍ່ມີທາງເລືອກອື່ນເລີຍ ນອກຈາກການອຸທິດແຮງກາຍ-ແຮງໃຈ ພຽງຢ່າງດຽວ)

“ເຮັດສິ່ງທີ່ເຈົ້າຕັ້ງໃຈທຸ້ມເທຢ່າງຫນັກ ໃຫ້ເກີດຜົນ”

4. ຢໍ້າເຕືອນເປົ້າຫມາຍຂອງເຈົ້າ.

ສິ່ງທີ່ຜິດພາດ ຢ່າງຍິ່ງໃຫຍ່ປະການຫນຶ່ງກໍ່ຄຶ ການທີ່ເຮົາເຂົ້າໃຈວ່າ ພວກເຮົາຍັງມີເວລາຫລາຍ, ກ່ອນທີ່ເຮົາຈະຮັບຮູ້ວ່າ ຕະຫລອດເວລາທີ່ຜ່ານມາ ເຮົາໄດ້ເສຍເວລາໄປກັບເລື່ອງບໍ່ເປັນປະໂຫຍດ ມັນກໍ່ບໍ່ສາມາດຍ້ອນຄຶນກັບມາໄດ້ແລ້ວ, ເວລາປຽບສະເຫມືອນເປັນຊັບພະຍາກອນ ທີ່ບໍ່ສາມາດຈະ ອານຸລັກ ຫລື ເກັບໄວ້ໄດ້, ການເວົ້າວ່າ ປະໄວ້ກ່ອນ ແລ້ວຈັ່ງເຮັດ ຫລື ການດອງວຽກ -ພາລະກິດໄວ້ ມັນຈະເຮັດໃຫ້ເຮົາເກີດນິໄສເປັນຄວາມຊິນເຄີຍ ແລະ ສຸດທ້າຍແລ້ວເຮົາຈະຖືວ່າເປັນເລື່ອງທຳມະດາ, ວຽກງານທີ່ເຮົາສະສົມໄວ້ໃນແຕ່ລະມື້ມັນຈະຄ່ອຍໆເພີ້ມຈໍານວນ ຂື້ນເລື້ອຍໆ ຈົນຮອດມື້ຫນຶ່ງເຮົາຈະບໍ່ສາມາດເຮັດຫຍັງກັບມັນໄດ້ ແລະ ສຸດທ້າຍແລ້ວກໍ່ຄຶກາຍເປັນວ່າເຮົາຕ້ອງໄດ້ປະປ່ອຍມັນໄປເອົາຊື່ໆ.

Bhagavad Geeta (ເປັນຊື່ຫນັງສຶ ພະຄຳພີ ທີ່ເວົ້າເຖີງກ່ຽວກັບ ການດຳລົງຊີວິດ) ໄດ້ກ່າວໄວ້ວ່າ: “ຈິດວິນຍານຂອງເຮົາ ປຽບສະເຫມືອນເປັນເພື່ອນທີ່ດີທີສຸດ ແລະ ໃນຂະນະດຽວກັນກໍ່ສາມາດເປັນສັດຕູ ຂອງເຮົາໄດ້ເຊັ່ນກັນ ສຸດທ້າຍແລ້ວທຸກການກະທໍາກໍ່ຍ່ອມມາຈາກຈິດໃຈ ການຝຶກຕົວເອງໃຫ້ມີນິໄສການເຮັດວຽກໃຫ້ແລ້ວເສັດ ຕາມທີ່ໄດ້ຖືກມອບຫມາຍໃຫ້ນັ້ນ ມັນຄຶພື້ນຖານຂອງການສ້າງຄວາມຫມັ້ນໃຈ ແລະ ຄວາມເຊື່ອຫມັ້ນໃນຕົວເອງ ຂອງເຮົາ”.

5. ພູມໃຈກັບໄຊຊະນະ ເລັກໆນ້ອຍໆທີ່ໄດ້ຮັບ.

ຈົ່ງພາກພູມໃຈໃນການສຳເລັດ ຫລື ບັນລຸ ການວາງແຜນງານ ໃນແຕ່ລະມື້ຂອງເຈົ້າ, ການເຮັດໃຫ້ຕົວເອງໄດ້ຢູ່ບົນເສັ້ນທາງແຫ່ງໄຊຊະນະນັ້ນ ມັນງ່າຍກວ່າການທີ່ເຮົາຈະຮັກສາມັນໄວ້ໃຫ້ໄດ້. ການກຽມຄວາມພ້ອມ ເພື່ອກວດສອບຄວາມກ້າວຫນ້າຂອງເຮົາ ເປັນຊ່ວງໄລຍະໆ ຖືວ່າເປັນເລື່ອງທີ່ດີ ເພາະບາງຄັ້ງເຮົາອາດຈະບໍ່ໄດ້ເດີນໄປຕາມແຜນການທີ່ເຮົາໄດ້ກຳນົດໄວ້ກະເປັນໄດ້, ແຕ່ຕາບໃດທີ່ເຮົາຍັງມີຄວາມກ້າວຫນ້າພາຍໃນ 10% ກໍ່ຖືວ່າເປັນສິ່ງທີ່ດີ, ການຊົມເຊີຍຕົວເອງ ໃນຖານະທີ່ເຮົາມີການພັດທະນາຢ່າງຕໍ່ເນື່ອງນັ້ນ ຖືວ່າເປັນການມອບຄວາມເຊື່ອຫມັ້ນໃຫ້ຕົວເຮົາ ໃນລະດັບຫນຶ່ງ.

“ຂ້ອຍໄດ້ສ້າງມັນຂື້ນມາ ເພາະມັນໄດ້ເປັນຄວາມສອດຄ່ອງເພື່ອການພັດທະນາໃນໂຕຂ້ອຍ”

6. ເຮັດໂຕເປັນຄຶດັ່ງ ກົບຫູຫນວກ.

ຫລາຍໆທ່ານອາດຈະເຄີຍໄດ້ຍີນ ນິທານເລື່ອງ ໂຕກົບ ທີ່ພະຍາຍາມໄຕ່ປິນຂື້ນໄປເທິງປາຍສຸດຂອງຕົ້ນໄມ້ ໃນຂະນະທີ່ບັນດາຫມູ່ກົບຂອງລາວຄິດວ່າມັນເປັນເລື່ອງທີ່ເປັນໄປບໍ່ໄດ້ເລີຍ. ເຫດຜົນທີ່ວ່າກົບໂຕນັ້ນມັນສາມາດປີ້ນຂື້ນໄປຮອດປາຍຂອງຕົ້ນໄມ້ໄດ້ ກໍ່ຍ້ອນວ່າ ມັນເປັນກົບທີ່ຫູຫນວກນັ້ນເອງ ຈຶ່ງບໍ່ສາມາດໄດ້ຍິນສຽງຂອງຫມູ່ມັນຮ້ອງໃສ່ປະນາມ ບໍ່ວ່າຈະເປັນຄຳວ່າມັນເປັນໄປບໍ່ໄດ້ດ໋ອກ, ບາງໂຕກະເວົ້າວ່າ ມັນສູງເກີນໄປ ຄໍາເຢາະເຍີຍຕ່າງໆນາໆ ສະນັ້ນໃນເວລາມັນກໍາລັງປີ້ນຂື້ນໄປນັ້ນ ມັນຈຶ່ງໄດ້ແຕ່ພະຍາຍາມໄປໃຫ້ເຖີງເປົ້າຫມາຍພຽງຢ່າງດຽວ.

ເມື່ອເຮົາມາຕີຄວາມຫມາຍຂອງນິທານເລື່ອງນີ້ ມັນສະທ້ອນເຖີງວ່າ ການກະທຳນີ້ແມ່ນສາມາດໃຊ້ໄດ້ກັບທຸກຄົນ ເພາະວ່າການເຮັດໃຫ້ຈິດໃຈຂອງເຮົາສະອາດ ແລະ ການມີຄວາມຄິດແງ່ບວກນັ້ນ ຖືວ່າເປັນສິ່ງທີ່ສຳຄັນຫລາຍ ຖ້າເຮົາຍັງມົວແຕ່ຟັງສິ່ງທີ່ຄົນອ້ອມຂ້າງເຂົາເວົ້າກັບເຮົາ ແລ້ວເຮົາຈະກາຍເປັນຄົນທີ່ບໍ່ມີຄວາມເຊື່ອຫມັ້ນໃນຕົວເອງ ເພາະວ່າຈິດໃຈຂອງເຮົາຈະໄດ້ຮັບອິດທິພົນມາຈາກສິ່ງທີ່ເຮົາໄດ້ຮັບ.

ສິ່ງທີ່ເຮົາເຫັນ, ໄດ້ຍິນ ຫລື ຄົນທີ່ເຮົາສະນິດນໍາ ຍ່ອມເປັນຜູ້ທີ່ມີອິດທິພົນ ກັບຊີວິດຂອງເຮົາ, ດັ່ງນັ້ນການທີ່ເຮົາໃຊ້ເວລາ ຫລື ເລືອກຄົບຢູ່ກັບຄົນປະເພດໃດ ມັນຈະເປັນສິ່ງທີ່ສໍາຄັນຫລາຍໃນການທີ່ເຮົາຈະສາມາດໄປຕາມເສັ້ນທາງຂອງເຮົາ. ສະນັ້ນມັນຈຶ່ງເປັນສິ່ງທີ່ດີຫລາຍຖ້າເຮົາຈະໄປເລືອກຄົບປະເພດຄົນທີ່ສາມາດໃຫ້ແຮງບັນດານໃຈ ແລະ ເປັນຄົນທີ່ມີແນວຄິດບວກ.

“ຄວາມລົ້ມເຫລວ ຖືວ່າເປັນໂອກາດທີ່ດີ ທີ່ຈະເຮັດໃຫ້ເຮົາໄດ້ເລີ່ມຕົ້ນໃນສິ່ງທີ່ດີກວ່າ ອີກຄັ້ງ”

– Henry Ford

7. ຫລີກລ້ຽງສິ່ງທີ່ລົບກວນ, ເພື່ອໃຫ້ເຮົາມຸ້ງເນັ້ນໄປທີ່ເປົ້າຫມາຍ.

ສູດສຳລັບ ເພື່ອຄວາມສຳເລັດໃນຍຸກນີ້ກໍ່ຄຶການ ມີຄວາມສາມາດໃນການມຸ້ງເນັ້ນໄປຫາເປົ້າຫມາຍ ແລະ ການປ່ອຍວາງສິ່ງຕ່າງໆທີ່ເປັນການລົບກວນ ແລະ ເຂົ້າມາລໍ້ໃຈ ເຊັ່ນວ່າ: ພວກໂຊຊຽວມີເດຍ ຫລື ລາຍການຂ່າວຕ່າງໆ. ແຕ່ເຖີງຢ່າງໃດກໍ່ຕາມ ບັນດາສື່-ຂ່າວ ຕ່າງໆທີ່ພວກເຮົາໃຫ້ຄວາມສົນໃຈ ຕິດຕາມນັ້ນ ຖືໄດ້ວ່າເປັນເຄື່ອງຫມາຍຄໍາຖາມ ໃຫ້ແກ່ພວກເຮົາ ເພາະມັນຈະຄອຍ ດຶງດູດຄວາມສົນໃຈຂອງເຮົາດ້ວຍ ແມ່ນຫລືບໍ່.

ການທີ່ເຮົາມົວແຕ່ຄອຍຕິດຕາມພວກນັ້ນ ນອກຈາກມັນຈະລົດຄວາມສົນໃຈຂອງເຮົາລົງຈາກເປົ້າຫມາຍແລ້ວ ມັນຍັງເຮັດໃຫ້ເຮົາສີ້ນເປືອງເວລາໄປຢ່າງມະຫາສານ. ຕໍ່ຈາກຈຸດກ່ອນຫນ້ານີ້ ສິ່ງໃດກໍ່ຕາມທີ່ເຮົາຢູ່ກັບມັນເລີຍໆມັນຈະກາຍເປັນພື້ນຖານຄວາມຄິດຂອງເຮົາ ສະນັ້ນຈົ່ງລອງຄ່ອຍສັງເກດການເບິ່ງພິດຕິກຳຂອງໂຕເອງວ່າເຮົາໄດ້ໃຊ້ເວລາໄປກັບສິ່ງໃດແດ່ ແລະ ຈົ່ງພະຍາຍາມທີ່ຈະຫລຸດຜ່ອນຈາກການໃຊ້ຊື່ສັງຄົມອອນລາຍ ລວມທັງ ແອັບແຊັດ ວ໋ອດແອັບ...ລົງແດ່ ທັງນີ້ທັງນັ້ນການຈຳກັດໂຕເຮົາເອງອອກຈາກສິ່ງພວກນັ້ນ ມັນກໍ່ຈະເຮັດໃຫ້ເຮົາໄດ້ມີເວລາໃນການກ້າວໄປເຖີງເປົ້າຫມາຍນັ້ນເອງ.

ແລ້ວຄຳຖາມມັນກໍ່ຈະຕາມມາຄຶ: ແລ້ວເຮົາຈະມີວິທີໃນການຜ່ອນຄາຍ ໄດ້ແນວໃດ? ຄຳແນະນຳຂອງຂ້ອຍກໍ່ຄຶ ຫາກິດຈະກຳເຮັດໂດຍການໄປຢ່າງຫລີ້ນ ອອກກຳລັງກາຍ, ແລກປ່ຽນຄໍາຄິດເຫັນກັບຫມູ່-ຄູ່ຂອງເຈົ້າ ຫລື ແມ້ກະທັງການອອກໄປຂ້າງນອກຫລີ້ນ ແລະ ຄຳແນະນຳທີ່ສຸດທ້າຍກໍ່ຄຶຈົ່ງເຮັດສິ່ງທີ່ເຮົາມັກ ຫລື ສິ່ງທີ່ເຮັດແລ້ວພາໃຫ້ມີຄວາມສຸກ (ແຕ່ບໍ່ຜິດຕໍ່ຄົນອື່ນ) ນັ້ນເອງ, ໃນຕອນທຳອິດເຈົ້າອາດຈະຮູ້ສຶກວ່າຕົນເອງຂາດຄວາມຮັບຮູ້ ຫລື ບໍ່ມີຕົວຕົນ ຢູ່ໃນສັງຄົມ, ແຕ່ກໍ່ຢ່າລືມວ່າໃນໂລກໂຊຊຽວມີເດຍ ມັນຄຶໂລກສະເຫມືອນຈິງ ຫລື ໂລກແຫ່ງການສົມມຸດ(ໃນບາງເລື່ອງ). ສຸດທ້າຍແລ້ວ ຕົວເຈົ້າເອງແມ່ນເປັນຄົນທີ່ຕ້ອງໄດ້ຕັດສິນໃຈເອງວ່າແມ່ນຫຍັງຄຶສິ່ງທີ່ສຳຄັນໃນຊີວິດຂອງເຮົາ.

8. ຢ່າເອົາໂຕເຈົ້າເອງ ໄປປຽບທຽບກັບຄົນອື່ນ.

ຊີວິດມັນເປັນຂອງເຮົາ ເຊິ່ງເຮົາບໍ່ສາມາດທີ່ຈະເອົາໄປແລກປ່ຽນກັບຄົນອື່ນໄດ້, ຈົ່ງຈໍາເອົາໄວ້ວ່າຊັບພະຍາກອນທີ່ດີທີ່ສຸດ ອາດຈະບໍ່ຈຳເປັນຕ້ອງນຳນຳມາເຊິ່ງຜົນລັບທີ່ດີທີ່ສຸດກະເປັນໄດ້. ບຸກຄົນຜູ້ທີ່ມີທັດສະນະຄະຕິທີ່ດີ ຍ່ອມຈະມີແຮງຈູງໃຈທີ່ຈະສາມາດເກີດຜົນດີທີ່ສຸດ, ໂຕເຈົ້າເອງແມ່ນເປັນຄົນຕົ້ນແບບໃຫ້ກັບຊີວິດຂອງເຈົ້າ ແລະ ບໍ່ມີໃຜທີ່ຈະສາມາດເຮັດໃຫ້ມັນດີຂື້ນໄດ້ ນອກເຫນືອຈາກໂຕເຈົ້າ.

9. ຍອມຮັບໃນຈຸດອ່ອນຂອງເຮົາ ແລ້ວພ້ອມທີ່ຈະພັດທະນາມັນ.

ຄົນທຸກຄົນຍ່ອມຈະມີຈຸດດ້ອຍ ແລະ ເກັ່ງ ແຕກຕ່າງກັນ ບາງຄົນອາດຈະຮູ້ວິທີໃນການໃຊ້ປະໂຫຍດຈາກຈຸດແຂງຂອງຕົນເອງ ແລະ ນຳໄປພັດທະນາໃຫ້ດີຂື້ນ, ແຕ່ນັ້ນບໍ່ໄດ້ຫມາຍຄວາມວ່າເຮົາຈະມີພຽງແຕ່ຈຸດແຂງອື່ນໆອີກ, ຮຽນຮູ້ສິ່ງທີ່ເຮົາຖະນັດ ແລະ ໃຊ້ປະໂຫຍດຈາກມັນ, ທັງນີ້ກໍ່ຢ່າລືມຄົ້ນຫາສິ່ງທີ່ເຮົາອ່ອນ ແລ້ວພັດທະນາມັນໄປຄຽງຄູ່ກັນ, ເພາະການລົບຫນີຈາກບັນຫາ ຈະເຮັດໃຫ້ມັນໃຫຍ່ຂື້ນ ການຍອມປະເຊີນຫນ້າ ແລະ ຮຽນຮູ້ກັບມັນຄຶສິ່ງທີ່ດີກວ່າ.

10. ຍ້ອນກັບໄປເບິ່ງສິ່ງທີ່ເຮົາໄດ້ເລີ່ມຕົ້ນ ແລະ ທອດຖອນບົດຮຽນວ່າເຮົາໄດ້ມາໄກເທົ່າໃດແລ້ວ.

ສຸດທ້າຍແລ້ວຈົ່ງ ຍ້ອນກັບໄປເບິ່ງສິ່ງທີ່ເຮົາໄດ້ເລີ່ມຕົ້ນ ແລະ ທອດຖອນບົດຮຽນວ່າເຮົາໄດ້ມາໄກເທົ່າໃດແລ້ວ. ມັນເປັນສິ່ງທີ່ຫນ້າຕື່ນເຕັ້ນ ທີ່ໄດ້ຮູ້ວ່າເຮົາສາມາດກ້າວຜ່ານອຸປະສັກຫຍັງມາແດ່ ໃນເວລາທີ່ຜ່ານມາ ດ້ວຍຄວາມທຸ້ມເທ ແລະ ມຸ້ງຫມັ້ນຂອງເຮົາ ທີ່ສາມາດມາຢູ່ນະຈຸດນີ້ໄດ້, ມັນບໍ່ໄດ້ເປັນເລື່ອງທີ່ບັງເອີນ ຫລື ໂຊກຊະຕາ ໃນການທີ່ຈະມາຮອດຈຸດນີ້ໄດ້, ແນ່ນອນວ່າເຈົ້າບໍ່ໄດ້ລໍຄອຍຖ້າໃຫ້ມັນເກີດຂື້ນເອງ ເພາະມັນເກີດຂື້ນໄດ້ຍ້ອນຄວາມພະຍາຍາມຂອງເຈົ້າເອງ. ໃນທີ່ສຸດເຈົ້າຈຶ່ງສາມາດບັນລຸເປົ້າຫມາຍ ແລະ ຄວາມຕັ້ງໃຈຈຶ່ງກາຍເປັນຈິງ. ບໍ່ມີມື້ໃດທີ່ຈະດີໄປກວ່າມື້ນີ້ ໃນການເລີ່ມຕົ້ນການເດີນທາງຂອງເຈົ້າ. ຈົ່ງຢູ່ຢ່າງມີຄວາມສຸກ ແລະ ຢູ່ດ້ວຍການຄິດບວກ, ເພາະມັນຄຶວິຕາມິນບໍາລຸງຈິດໃຈ ຊັ້ນດີ.

ວິດີໂອນີ້ແມ່ນ: ສໍາລັບນັກຮຽນທຸກໆຄົນທີ່ກໍາລັງຈະຮຽນຈົບ ແຕ່ຍັງບໍ່ຮູ້ວ່າອະນາຄົດຈະເຮັດຫຍັງຕໍ່ ສໍາລັບເດັກນ້ອຍທີ່ກໍາລັງຖືກຫົວຂວັນ ເພາະວ່າມີຄວາມຝັນທີ່ແຕກຕ່າງ ສໍາລັບຜູ້ໃຫຍ່ທີ່ກໍາລັງຊອກຫາຄໍາຕອບຂອງຊີວິດ ສໍາລັບຜູ້ເປັນລູກທີ່ຮູ້ສຶກວ່າພໍ່ແມ່ບໍ່ເຂົ້າໃຈ ສໍາລັບຜູ້ທີ່ເປັນພໍ່ແມ່ທີ່ຮັກລູກ ແຕ່ກໍ່ຢ້ານວ່າລູກຈະຜິດຫວັງ ‘ວິດີໂອ 10 ນາທີ ນີ້ແມ່ນສໍາລັບ 10 ປີ ຂ້າງຫນ້າຂອງທ່ານ’ WEBSITE: http://www.hisakxay.com/ FACEBOOK: facebook.com/sakxay INSTAGRAM: hi.sakxay YOUTUBE: https://tinyurl.com/ycwn7p8s


 
 
 

Comments


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page