11 ຂໍ້ຄິດຈາກ Lionel Messi ທີ່ຈະມາຊ່ວຍສ້າງແຮງບັນດານໃຈໃຫ້ເຮົາໄດ້ໃຊ້ຊີວິດຢ່າງຫນ້າມະຫັດສະຈັນ.
- ສັກໄຊ ແສງອາລຸນ Sakxay Seng Aloun
- Nov 5, 2018
- 2 min read

ດັ່ງທີ່ທຸກຄົນຮູ້ Lionel Messi ລາວເປັນນັກກິລາເຕາະບານຂອງທີມຊາດ ອາເຈນຕີນາ ທີ່ເຮົາຮູ້ກັນດີວ່າ ເປັນຫນຶ່ງໃນທີມຊາດທີ່ເກັ່ງພໍສົມຄວນຢູ່ໃນລະດັບໂລກ, ເຂົາຫລີ້ນໃຫ້ກັບທີມ ສະໂມສອນ ບາເຊໂລນາ ແລະ ທີມຊາດ ອາເຈນຕີນາ. ລາວມີຄວາມສະຫນິດສະຫນົມກັບສະໂມສອນ ບາເຊໂລນາ ມາຢ່າງຍາວນານ ເພາະລາວໄດ້ເລີ່ມເຂົ້າຮ່ວມທີມສະຖາບັນການສຶກສາ ນີ້ຕັ້ງແຕ່ຕອນລາວອາຍຸ 13 ປີ, ໄລ່ລວມມາຮອດປັດຈຸບັນລາວໄດ້ລົງຫລີ້ນໃຫ້ກັບທີມມາ ຫລາຍກວ່າ 600 ນັດການແຂ່ງຂັນ ແລະ ໄດ້ຍີງປະຕູໄປແລ້ວກວ່າ 500 ລູກ ສຳຫລັບສະໂມສອນ ບາເຊໂລນາ.
Messi ລາວໄດ້ເອົາຊະນະຄວາມລໍາບາກໃນອາຊີບການເປັນນັກເຕະຂອງລາວ ເມື່ອຕອນທີ່ລາວອາຍຸໄດ້ 10 ປີ ລາວຖືກແພດວິນິດໄສວ່າເປັນໂລກ ການຂາດຮໍໂມນໃນການຈະເລີນເຕີບໂຕ, ໃນເວລານັ້ນມີພຽງທີມດຽວທີ່ພ້ອມຈະຍອມຈ່າຍຄ່າປີ່ນປົວໃຫ້ເຂົາໃນຕອນນັ້ນກໍ່ຄຶ ທີມບາເຊໂລນາ, ເຊີ່ງນີ້ຫນ້າຈະເປັນເຫດຜົນທີ່ລາວໄດ້ຕັດສິນໃຈຫລີ້ນໃຫ້ກັບທີມນີ້ຈົນເທົ້າທຸກມື້ນີ້.

ດ້ານລຸ່ມນີ້ຄຶ 12 ຂໍ້ຄິດຄຳຄົມຂອງ Lionel Messi ທີ່ສາມາດສ້າງແຮງກະຕຸ້ນ ແລະ ແຮງບັນດານໃຈໃຫ້ກັບຊີວິດຂອງເຮົາໄດ້.
1. ເຮົາຈະສາມາດເອົາຊະນະ ແລະ ກ້າວຂ້າມຜ່ານ ທຸກສິ່ງ, ທຸກຢ່ງໄດ້ຢ່າງແນ່ນອນ ຖ້າຫາກວ່າເຮົາຮັກສິ່ງນັ້ນຫລາຍພໍ.
You can overcome anything, if and only if you love something enough.”- Lionel Messi
2. ເງີນບໍ່ແມ່ນສິ່ງທີ່ເປັນປັດໃຈໃຫ້ເກີດແຮງຈູງໃຈ, ເພາະວ່າສິ່ງທີ່ເປັນແຮງຈູງໃຈໃຫ້ຂ້ອຍຄຶການໄດ້ລົງຫລີ້ນເຕະບານທີ່ຂ້ອຍຮັກ. ຖ້າຂ້ອຍບໍ່ໄດ້ຮັບເງີນຈາກການທີ່ເປັນນັກກິລາມືອາຊີບ, ຂ້ອຍກໍ່ບໍ່ຮູ້ວ່າຈະເຕັມໃຈລົງຫລີ້ນໄປເພື່ອຫຍັງ.
“Money is not a motivating factor…My motivation comes from playing the game I love. If I wasn’t paid to be a professional footballer, I would willingly play for nothing.”- Lionel Messi
3.ບາງຄັ້ງເຮົາກໍ່ຕ້ອງຍອມຮັບຄວາມຈິງວ່າ ເຮົາບໍ່ສາມາດທີ່ຈະເປັນຜູ້ທີ່ຊະນະ ໄດ້ຕະຫລອດເວລາ.
“Sometimes you have to accept you can’t win all the time.”- Lionel Messi

4. ເມື່ອລະການເລີ່ມເປີດຂື້ນ ຈຸດປະສົງຂອງເຮົາກໍ່ຄຶການທີ່ຈະສາມາດຄວ້າເອົາໄຊຊະນະ ຮ່ວມກັນກັບທີມ, ສ່ວນການທີ່ຈະສາມາດຄວ້າເອົາລາງວັນອື່ນໆນັ້ນແມ່ນເປັນເລື່ອງທີ່ສຳຮອງລົງມາ.
“When the year starts, the objective is to win with all the team, personal records are secondary.” – Lionel Messi

5. ຂ້ອຍໃຊ້ເວລາໃນການຝຶກຊ້ອມກ່ອນຫມູ່ ແລະ ເລີກຊ້າກວ່າຄົນອື່ນໆ, ຕິດຕໍ່ກັນໃນມື້ຕໍ່ມື້, ຈົນກາຍເປັນປີຕໍ່ປີ. ຈົນຂ້ອຍໃຊ້ເວລາເຖີງ 17 ປີ ແລະ 114 ມື້, ຈຶ່ງເຮັດໃຫ້ຂ້ອຍກາຍເປັນຄົນທີ່ປະສົບຄວາມສຳເລັດໄດ້ໃນຊົ່ວຂ້າມຄຶນ.
“I start early and I stay late, day after day, year after year. It took me 17 years and 114 days to become an overnight success.”- Lionel Messi
6. ຍ້ອນວ່າຂ້ອຍມີຄວາມທະເຍີທະຍານ ແລະ ຄວາມໄຝ່ຝັນ ຢູ່ຕະຫລອດເວລາ ຈຶ່ງເຮັດໃຫ້ຂ້ອຍສາມາດເກັ່ງຂື້ນມາກວ່າເກົ່າຢູ່ເລື້ອຍໆ.
My ambition is always to get better and better.”- Lionel Messi
7. ຍັງມີຫລາຍເລື່ອງທີ່ສຳຄັນຢູ່ໃນຊີວິດ ຫລາຍກວ່າການທີ່ຈະຄິດພຽງແຕ່ ຈະເອົາຊະນະ ຫລື ຜ່າຍແພ້ ຢູ່ພາຍໃນການແຂ່ງຂັນເທົ່ານັ້ນ.
“There are more important things in life than winning or losing a game.” – Lionel Messi
8. ໃນມື້ທີ່ເຮົາຄິດວ່າ ມັນບໍ່ມີທາງທີ່ຈະສາມາດປັບປຸງອິຫຍັງໄດ້ອີກເລີຍ, ຄຶມື້ທີ່ຫນ້າເສົ້າທີ່ສຸດ ສຳຫລັບນັກເຕະທຸກຄົນ.
“The day you think there is no improvements to be made is a sad one for any player.”- Lionel Messi

9. ຂ້ອຍໄດ້ເສຍສະຫລະທີ່ຈະເດີນທາງອອກຈາກບ້ານເມືອງທີ່ຂ້ອຍເກີດ ແລະ ໄດ້ຫ່າງຈາກຄອບຄົວຂອງຂ້ອຍ ເພື່ອທີ່ຈະເລີ່ມຕົ້ນຊີວິດໃຫມ່, ຂ້ອຍຈຳເປັນຕ້ອງໄດ້ພົບຫມູ່ເພື່ອນໃຫມ່ໆ ແລະ ຍັງມີຫລາຍສິ່ງ, ຫລາຍຢ່າງ ເກືອບວ່າທັງຫມົດເລີຍກໍ່ວ່າໄດ້, ແຕ່ທັງຫມົດທີ່ຂ້ອຍໄດ້ເຮັດໄປນັ້ນ ກໍ່ເພື່ອການເປັນນັກກີລາເຕະບານມືອາຊີບ ແລະ ທີ່ສຳຄັນແມ່ນເພື່ອບັນລຸເປົ້າຫມາຍໃນຊີວິດ ຫລື ຄວາມຝັນຂອງຂ້ອຍນັ້ນເອງ.
“I made sacrifices by leaving Argentina, leaving my family to start a new life. I changed my friends, my people. Everything. But everything I did, I did for football, to achieve my dream.”
10. ຂ້ອຍຄິດວ່າ ຄວາມປາຖະຫນາຂອງຂ້ອຍຈະດີຂື້ນ ແລະ ມີຄວາມຕ້ອງການຢູ່ຢ່າງສະເຫມີ, ທີ່ຈະກາຍເປັນບຸກຄົນທີ່ຢູ່ໃນແຖວຫນ້າ ແລະ ເຮັດໃຫ້ຜູ້ອື່ນຍອມຮັບໃນເລື່ອງທີ່ດີ ຫລື ບໍ່ດີໃນໂຕຂ້ອຍໄດ້.
“I think my desire to always get better, to always want more, to always be my top critic, and accepting the good and the bad.” – Lionel Messi

11. ຂ້ອຍເຮັດ ຍ້ອນວ່າຂ້ອຍຮັກມັນ ແລະ ນັ້ນຄຶສິ່ງທັງຫມົດທີ່ຂ້ອຍໄດ້ທຸ້ມເທໃສ່.
"I do it because I love it and that’s all I care about.” – Lionel Messi

ສັ່ງຊື້ "ປື້ມທີ່ທ່ານຄວນອ່ານ" ນອກຈາກຈະໄດ້ຄວາມຮູ້, ໄດ້ຂໍ້ຄິດ ແລະ ຍັງໄດ້ບຸນນຳອີກ!
ເພາະຄ່າປື້ມທຸກໆຫົວ ພວກເຮົາຈະບໍລິຈາກໃຫ້ ມູນລະນິທິສົ່ງເສີມການສຶກສາທັງຫມົດ!
ສົ່ງເຖິງທີ່ , ສົ່ງ FREE ໃນນະຄອນຫຼວງວຽງຈັນ
ຮ້ານປື້ມ ດີບຸກ 97636007 / 99284384
ຮ້ານປື້ມ ຮັກອ່ານ 02078924265
Comments