4 ວິທີທາງ ທີ່ຈະເຮັດໃຫ້ເຮົາສາມາດລຸກຂື້ນມາໄດ້ ຫລັງຈາກທີ່ເຮົາໄດ້ຮັບຄວາມເຈັບປວດຈາກໃຜບາງຄົນ.
- ສັກໄຊ ແສງອາລຸນ Sakxay Seng Aloun
- Nov 14, 2018
- 1 min read

ມັນບໍ່ແມ່ນເລື່ອງງ່າຍ, ແຕ່ນັ້ນມັນກໍ່ຄຶຊີວິດ ນັ້ນຈຶ່ງເປັນເຫດຜົນວ່າຍ້ອນຫຍັງເມື່ອໃດທີ່ເຮົາມີຄວາມສຸກ ເຮົາຈຶ່ງຮູ້ສືກດີເປັນພິເສດ.
ຊີວິດຂອງຄົນເຮົາທຸກຄົນມັກຈະມີບັນຫາເຂົ້າມາຢູ່ເລື້ອຍໆ ເຖີງມັນຈະດີຫລືບໍ່ ກໍ່ຕາມ, ມັນເປັນເລື່ອງງ່າຍ ແລະ ເຮົາກໍ່ສາມາດທີ່ຈະຍີ້ມໄດ້, ສາມາດເບິ່ງມັນເປັນດ້ານບວກໄດ້ ຖ້າສິ່ງເຫລົ່ານັ້ນມັນໄດ້ເຮັດໃຫ້ເຮົາພໍໃຈ, ແຕ່ກົງກັນຂ້າມເມື່ອມີບັນຫາທີ່ບໍ່ດີເຂົ້າມາຫາເຮົາ ມັນກໍ່ຈະຍາກຫລາຍທີ່ຈະໃຫ້ເຮົາເບິ່ງໄປໃນແງ່ບວກ ເມື່ອຊີວິດຂອງເຮົາໄດ້ຖືກຖີ້ມໃຫ້ໄປກອງຢູ່ກັບພື້ນດິນແບບນີ້.
ຕໍ່ໄປນີ້ແມ່ນ 4 ຫົນທາງທີ່ຈະສາມາດຊ່ວຍໃຫ້ເຮົາ ລຸກຂື້ນກັບຄຶນມາໄດ້ ຫລັງຈາກທີ່ມີໃຜບາງຄົນ ຫລື ສິ່ງໃດສິ່ງຫນຶ່ງເຮັດໃຫ້ເຮົາເຈັບປວດ.
1.ຈົ່ງມີຄວາມ ເຫັນອົກ-ເຫັນໃຈ ກັບຄົນອື່ນ.
ຄຳເວົ້າທີ່ໂຫດຮ້າຍ, ພຶດຕິກຳທີ່ບໍ່ດີ, ຄວາມຄິດເຫັນທີ່ເກີດຂື້ນກັບເຮົາ ທີ່ເຮັດໃຫ້ເຮົາຮູ້ສຶກໂສກເສົ້າ ຈົ່ງຮຽນຮູ້ທີ່ຈະຮັບຮູ້ສິ່ງນັ້ນ ແລ້ວປ່ອຍວາງ, ໃຫ້ອາໄພ ແລະ ຍົກໂທດໃຫ້ກັບພວກເຂົາໃຫ້ໄດ້ຫລາຍທີ່ສຸດ ເທົ່າທີ່ຈະສາມາດເຮັດໄດ້.
2.ຮຽນຮູ້ທີ່ຈະໃຫ້ອາໄພໃນໂຕເອງ.

ຖ້າເຈົ້າມີຄວາມຮູ້ສຶກທີ່ຄ້ອຍໃຈ, ເຈົ້າບໍ່ມີຄວາມຮູ້ສຶກດີກັບໂຕຂອງເຈົ້າເອງເລີຍ ຍ້ອນເພາະວ່າມີໃຜຄົນຫນຶ່ງທີ່ເຮັດໃຫ້ເຈົ້າເສຍໃຈ ຫລື ຖີ້ມເຮົາໄປ ເຈົ້າຈະອາດຈະໂທດໂຕເອງ ແລະ ບອກກັບໂຕເອງວ່າເຈົ້າບໍ່ເຂັ້ມແຂງພໍ ຫລື ມັນເປັນຄວາມຜິດຂອງເຈົ້າຕ່າງໆນາໆ ທີ່ໄດ້ເລືອກໃນຄວາມສຳພັນຄັ້ງນີ້. ແນວໃດກໍ່ຕາມ ມັນຮອດເວລາແລ້ວທີ່ເຮົາຈະເຂົ້າໃຈວ່າເຮົາທຸກຄົນສາມາດທີ່ຈະເຮັດຜິດພາດໄດ້ ທີ່ເຫລືອກໍ່ມີແຕ່ວ່າເຮົາຄວນຈະໃຫ້ອາໄພໃນໂຕເອງ ເພາະເຮົາກໍ່ເປັນພຽງມະນຸດທຳມະດາຄົນຫນຶ່ງ ຄຶຄົນທົ່ວໆໄປ.
3. ເບິ່ງຫາວິກິດ ແລ້ວສ້າງມັນໃຫ້ມາເປັນໂອກາດ.
ໃຊ້ເວລານີ້ເພື່ອຄົ້ນຄິດກ່ຽວກັບສິ່ງທີ່ມັນບໍ່ດີ ທີ່ໄດ້ເກີດຂື້ນກັບເຮົາ, ແມ່ນຫຍັງຄຶສິ່ງທີ່ເຮົາສາມາດທີ່ຈະຮຽນຮູ້ໄດ້ຈາກບົດຮຽນໃນຄັ້ງນີ້, ຫາວິທີໃນການພັດທະນາ, ເບິ່ງວິກິດໃຫ້ເປັນໂອກາດ ແລະ ປ່ຽນແປງມັນໃຫ້ໄດ້.
4.ເອົາໃຈໃສ່ຫມູ່ເພື່ອນ ແລະ ຄອບຄົວໃຫ້ຫລາຍຂື້ນ.

ບໍ່ວ່າພວກເຂົາຈະເປັນຫມູ່ເພື່ອນ, ຄອບຄົວ ຫລື ໃຜກໍ່ຕາມທີ່ມີຄວາມເຊື່ອຫມັ້ນໃນໂຕທ່ານ ຈົ່ງເປີດໃຈໂອລົມກັບເຂົາ ພ້ອມທັງຄອຍເຕືອນໂຕເອງວ່າເຮົາເປັນໃຜ, ຈົ່ງໃສ່ໃຈວ່າພວກເຂົາເຫລົ່ານັ້ນແມ່ນຍັງຮັກເຮົາຢູ່ສະເຫມີ ສະນັ້ນເຮົາກໍ່ຄວນທີ່ຈະຮັກ ແລະ ປະຕິບັດດີຕໍ່ໂຕເຮົາເອງໃຫ້ດີເທົ່າທີ່ຈະດີໄດ້. ຈົ່ງເຊື່ອວ່ານັ້ນຄືຄວາມຈິງ.
ຈົ່ງຕື່ນ, ລຸກຂື້ນ ແລະ ພະຍາຍາມຕໍ່ໄປ, ຢ່າຍອມແພ້.

ສັ່ງຊື້ "ປື້ມທີ່ທ່ານຄວນອ່ານ" ນອກຈາກຈະໄດ້ຄວາມຮູ້, ໄດ້ຂໍ້ຄິດ ແລະ ຍັງໄດ້ບຸນນຳອີກ!
ເພາະຄ່າປື້ມທຸກໆຫົວ ພວກເຮົາຈະບໍລິຈາກໃຫ້ ມູນລະນິທິສົ່ງເສີມການສຶກສາທັງຫມົດ!
ສົ່ງເຖິງທີ່ , ສົ່ງ FREE ໃນນະຄອນຫຼວງວຽງຈັນ
ຮ້ານປື້ມ ດີບຸກ 97636007 / 99284384
Komentari