top of page

5 ຂັ້ນຕອນໃນການທີ່ຈະສາມາດພິຊິດຄວາມຢ້ານກົວ ແລະ ເຮັດໃຫ້ເຮົາໄປພົບກັບຄວາມສໍາເລັດ.


ສະຫມອງຄົນເຮົາຈະມີບາງສ່ວນທີ່ເຮົາເອີ້ນວ່າ ມັນເປັນສິ່ງທີ່ສ້າງຄວາມຢ້ານກົວໃຫ້ແກ່ກັບຕົວເຮົາ, ມັນຈະເຮັດທຸກວິທີທາງເພື່ອໃຫ້ສະຫມອງອີກສ່ວນຫນຶ່ງຂອງເຮົາທີ່ມີແນວຄິດສ້າງສັນນັ້ນເກີດຄວາມຢ້ານກົວຕໍ່ທຸກສິ່ງທຸກຢ່າງທີ່ເຮົາຄິດວ່າຈະສາມາດເປັນໄປໄດ້ ສຸດທ້າຍແລ້ວຈະເຮັດໃຫ້ເຮົາລົ້ມເລີກຄວາມຄິດທີ່ຢາກຈະເຮັດ, ຢາກຈະເປັນ ຍ້ອນເກີດມີຄວາມຢ້ານຕ່າງໆທີ່ສະຫມອງສ່ວນນັ້ນສ້າງຂື້ນມາ.

“ພວກເຮົາທຸກຄົນຍ່ອມຈະມີຄວາມຢ້ານກົວທີ່ເກີດຂື້ນພາຍໃນຈິດໃຈ ດ້ວຍກັນທັງຫມົດ ແລະ ເຊັ່ນດຽວກັນເຮົາກໍ່ສາມາດຮຽນຮູ້ວິທິ ທີ່ຈະເອົາຊະນະຄວາມຢ້ານກົວເຫລົ່ານັ້ນໄດ້ຄຶກັນ” – Karl Augustus Menninger

ເມື່ອຄວາມຢ້ານກົວຂອງເຮົາ ພາໃຫ້ຄວາມຄິດເກີດມີຄວາມທ້າທາຍ ແລະ ສົ່ງຜົນໃຫ້ເຮົາຄິດອອກໄປນອກກອບນັ້ນ ສະຫມອງຂອງເຮົາຈະຄ່ອຍໄດ້ຮັບການປ່ຽນແປງ ແລະ ເລີ່ມປັບຕົວໄປນຳ, ຄວາມຄິດໃນສ່ວນທີ່ສ້າງສັນ ແລະ ການພັດທະນາໄອເດຍ ລວມເຖີງການມີຄວາມສຸກກັບສິ່ງຕ່າງໆ ກໍ່ຈະໄດ້ຮັບຜົນສະທ້ອນໄປນຳກັນ ເພາະວ່າສະຫມອງຂອງເຮົາໄດ້ຖືກຄອບຄອງ ຫລື ໄດ້ຮັບການສັ່ງງານຈາກແນວຄວາມຄິດພວກນັ້ນໄປແລ້ວ.

ນັກກິລາທີ່ເກັ່ງໆ ພວກເຂົາຍ່ອມຈະໄດ້ມີການເຝຶກຊ້ອມຢູ່ຕະຫລອດເວລາເພື່ອໃຫ້ຄວາມສາມາດ ແລະ ທັກສະຂອງເຂົາເຈົ້າບໍ່ຢູ່ບ່ອນເກົ່າ, ແນ່ນອນວ່າພວກເຂົາຕ້ອງໄດ້ມີການພັກດັນ ແລະ ພັດທະນາໂຕເອງຢູ່ເປັນປະຈໍາ ເພື່ອບັງຄັບໃຫ້ສະພາບຮ່າງກາຍ ແລະ ຈິດໃຈມີຄວາມເຂັ້ມແຂງໃນລະດັບທີ່ສາມາດຕໍ່ສູ້ກັບຄູ່ແຂ່ງໄດ້. ຫລັກການດຽວກັນນີ້ ເອົາມານຳໃຊ້ກັບສະຫມອງຂອງເຮົາ ຖ້າເຮົາມົວແຕ່ປະປ່ອຍໃຫ້ສະຫມອງໃນສ່ວນຄວາມຢ້ານກົວຂອງເຮົາອອກມາເຮັດວຽກ ຫລື ເປັນໂຕກະຕຸ້ນຄວາມຄິດຂອງເຮົາຢູ່ເປັນປະຈຳ ແນ່ນອນວ່າຄວາມຄິດໃນສ່ວນນັ້ນກໍ່ຈະສາມາດຄອບຄອງການກະທຳຂອງເຮົາໄດ້.

ສະນັ້ນ ສິ່ງທີ່ເຮົາຄວນຈະເຮັດເປັນສິ່ງທຳອິດກວ່າຫມູ່ແມ່ນຫຍັງ?

ແລ້ວເຮົາຈະມີວິທີ ທີ່ຈະສາມາດເອົາຊະນະຄວາມຢ້ານກົວທັງຫມົດເຫລົ່ານັ້ນໄດ້ແນວໃດ?

1. ຮຽນຮູ້ຄວາມຢ້ານກົວຂອງເຮົາ.

ສຶກສາຄວາມຢ້ານກົວທີ່ມີຢູ່ໃນໂຕເຈົ້າທັງຫມົດເຫລົ່ານັ້ນ ວ່າມັນເປັນບັນຫາທີ່ໃຫຍ່-ນ້ອຍແນວໃດ ເຊຶ່ງແທ້ທີ່ຈິງແລ້ວ ຂະຫນາດມັນບໍ່ໄດ້ສຳຄັນ ເພາະສະຫມອງຂອງເຈົ້າຍັງຄົງເປັນໄປຕາມສິ່ງທີ່ເຈົ້າກັງວົນ ຫລື ຄວາມຢ້ານກົວຢູ່ຄຶເກົ່າ, ຫົນທາງໃນການແກ້ໄຂກໍ່ຄຶ ຕ້ອງຮູ້ວ່າແມ່ນຫຍັງຄຶສິ່ງທີ່ເຮັດໃຫ້ເຮົາຢ້ານ, ແລ້ວເຮົາຈະລົບລ້າງສິ່ງດັ່ງກ່າວນີ້ດ້ວຍວິທີໃດຕ່າງຫາກ ນີ້ແມ່ນວິການແກ້ໄຂທີ່ດີທີ່ສຸດ.

2.ໃຫ້ຄວາມສຳຄັນກັບຄວາມຢ້ານກົວຂອງເຮົາ.

ເຮົາຄວນຈັດລໍາດັບຄວາມຢ້ານກົວຂອງເຮົາ ຈາກຄວາມກົວທີ່ຫລາຍໄປຫາຫນ້ອຍ ໂດຍການເລືອກສິ່ງທີ່ມີອິດທິພົນຕໍ່ກັບຄວາມຄິດຂອງເຮົາຫລາຍທີ່ສຸດ ແລະ ຮອງລົງມາ ແລ້ວເຮົາຈະສາມາດເບິ່ງເຫັນພາບຂອງມັນໄດ້ ສຸດທ້າຍເຮົາຈະສາມາດລະບຸໄດ້ຢ່າງຊັດເຈນວ່າຕົ້ນຕໍຂອງຄວາມຢ້ານກົວຕ່າງໆເຫລົ່ານັ້ນມັນຄຶສິ່ງໃດ ແລະ ເກີດມາຈາກສາເຫດອັນໃດ ແລ້ວຈຶ່ງຄ່ອຍຫາວິທີແກ້ໄຂຕໍ່ໄປ.

3.ເລີ່ມແຜນການ ແລະ ເອົາຊະນະສິ່ງທີ່ເລັກນ້ອຍກ່ອນ.

ຫລັງຈາກທີ່ໄດ້ຮູ້ ຈາກການຈັດລຳດັບຄວາມຢ້ານກົວທີ່ເວົ້າໃນຂໍ້ທີ່ຜ່ານມາໄດ້ແລ້ວ ໂດຍຮູ້ວ່າ ຄວາມຢ້ານກົວທີ່ໃຫຍ່ທີ່ສຸດນັ້ນແມ່ນຫຍັງແລ້ວນັ້ນຄຶສິ່ງທີ່ເຮົາຈະຈັດການໃນຂັ້ນຕອນຕໍ່ໄປ.

ສະນັ້ນຈົ່ງກຳນົດ 5 ຄວາມຢ້ານກົວທີ່ໃຫຍ່ທີ່ສຸດໃນໂຕເຈົ້າມາ ແລະ ນັ້ນເອງຄຶຈຸດເລີ່ມຕົ້ນຂອງເຈົ້າ.

ສິ່ງທີ່ເຮົາຈະເຮັດຄຶການສ້າງເສັ້ນທາງຂອງເຮົາຂື້ນມາ ແລ້ວກ້າວເດີນໄປຢ່າງມີຄວາມທ້າທາຍ ທີ່ມີແຮງພັກດັນ. ການເລີ່ມຕົ້ນຈາກກ້າວນ້ອຍໆ ດ້ວຍການເອົາຊະນະຄວາມຢ້ານທີີ່ມີຄວາມສຳຄັນນ້ອຍກວ່າ ແລ້ວຈຶ່ງຄ່ອຍໄຕ່ເຕົ້າຂື້ນໄປ, ການທີ່ເຮັດແບບນີ້ມັນຈະຊ່ວຍໃຫ້ສະຫມອງເຂົາເຮົາມີພະລັງ ແລະ ແຮງບັນດານໃຈເພີ້ມຂື້ນໃນການທີ່ຈະສາມາດທຳລາຍກຳແພງທີ່ສູງກວ່າໄດ້.

“ການຫລີກຫນີບັນຫາ ມັນພຽງເປັນການແກ້ໄຂບັນຫາໄດ້ຊົ່ວຄາວເທົ່ານັ້ນ, ແຕ່ການກ້າທີ່ຈະປະເຊີນຫນ້າ ແລ້ວຫາທຸກວິທີທາງເພື່ອແກ້ໄຂບັນຫາເຫລົ່ານັ້ນຕ່າງຫາກ ທີ່ເອີ້ນວ່າການແກ້ໄຂໃນໄລຍະຍາວໄດ້” – Helen Keller

4.ບໍ່ຄວນມີຂໍ້ຈຳກັດສຳຫລັບເວລາ, ພຽງແຕ່ຕ້ອງມີວິໃນການເຝຶກຝົນເທົ່ານັ້ນ.

ທຸກໆເປົ້າຫມາຍເຮົາບໍ່ຄວນທີ່ຈະໄປກຳນົດ ຫລຶ ບັງຄັບດ້ານເວລາ ເພາະວ່າໃນການທີ່ຈະຈັດການກັບຄວາມຢ້ານກົວນັ້ນ ຖ້າເຮົາໄປກຳນົດເລື່ອງຂອງເວລາມັນຈະປຽບສະເຫມືອນເປັນການກົດດັນ ແລະ ເຮັດໃຫ້ເຮົາມີຄວາມອຶດອັດ. ສະນັ້ນຈຶ່ງຂໍແນະນຳວ່າບໍ່ຄວນທີ່ຈະເອົາເວລາມາເປັນສິ່ງຂັດຂວາງໃນການພິຊິດຄວາມຢ້ານກົວຂອງເຮົາ.

ແທນທີ່ຈະໄປຕັ້ງ ຫລຶ ກຳນົດເວລາ ໃຫ້ກັບການເອົາຊະນະຄວາມກັງວົນເຫລົ່ານັ້ນເຮົາຄວນມຸ້ງໄປທີ່ການເຝຶກຝົນເພື່ອໃຫ້ສຳເລັດຈະດີກວ່າ ເຊັ່ນ: ຖ້າເຮົາເປັນຄົນທີ່ຂີ້ອາຍ ແລະ ບໍ່ມີຄວາມຫມັ້ນໃຈໃນເວລາເວົ້າຢູ່ຕໍ່ຫນ້າຜູ້ຄົນ ຫລື ບ່ອນສາທາລະນະ ສິ່ງທີ່ເຮົາຄວນເຮັດກັບຄວາມຢ້ານກົວເຫລົ່ານັ້ນກໍ່ຄຶການໄປເຝຶກຊ້ອມເວົ້າຢູ່ໃນເວທີ ທີ່ນ້ອຍໆກ່ອນ ແລະ ຕ້ອງມີວິໄນໃນການເຝຶກຝົນກັບໂຕເອງໃນການພະຍາຍາມນັ້ນ.

5.ພະຍາຍາມປະຕິບັດ ຢູ່ຢ່າງສະຫມ່ຳສະເຫມີ.

ແນ່ນອນວ່າແນວທາງນີ້ມັນບໍ່ແມ່ນການແກ້ໄຂໃຫ້ໄດ້ຢ່າງໄວທັນໃຈ, ມັນຈະຕ້ອງໄດ້ອາໄສຄວາມພາກພຽນ ແລະ ເວລາ ເຊິ່ງມັນຈະມີຄວາມຢ້ານກົວ, ມີສິ່ງທີ່ທ້າທາຍໃຫມ່ໆລໍຖ້າເຮົາຢູ່.ກະແຈດອກສໍາຄັນຂອງເຮົາມັນກໍ່ຄຶການມີທັກສະ ໃນການທີ່ຈະເອົາຊະນະຄວາມກັງວົນ ຫລືຄວາມຢ້ານກົວເຫລົ່ານັ້ນໄດ້ຢ່າງຖືກວິທີ ແທນທີ່ຈະປະປ່ອຍໃຫ້ຕົນເອງມີເກີດຄວາມທໍ້ຖອຍ ແລະ ລົ້ມເລີກໄປໃນທີ່ສຸດ.

ສັ່ງຊື້ "ປື້ມທີ່ທ່ານຄວນອ່ານ" ນອກຈາກຈະໄດ້ຄວາມຮູ້, ໄດ້ຂໍ້ຄິດ ແລະ ຍັງໄດ້ບຸນນຳອີກ!

ເພາະຄ່າປື້ມທຸກໆຫົວ ພວກເຮົາຈະບໍລິຈາກໃຫ້ ມູນລະນິທິສົ່ງເສີມການສຶກສາທັງຫມົດ!

ສົ່ງເຖິງທີ່ , ສົ່ງ FREE ໃນນະຄອນຫຼວງວຽງຈັນ

ຮ້ານປື້ມ ດີບຸກ 97636007 / 99284384


 
 
 

Comments


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page