ການຄິດ ດ້ວຍການເປີດໃຈ
- ສັກໄຊ ແສງອາລຸນ Sakxay Seng Aloun
- Dec 9, 2018
- 1 min read
ການທີ່ເຮົາເປີດໃຈ ຄຶຈຸດເລີ່ມຕົ້ນຂອງການຄົ້ນພົບຕົວຕົນທີ່ແທ້ຈິງ ແລະ ການຮຽນຮູ້ທີ່ຈະສ້າງໃຫ້ໂຕເຮົາເອງໄດ້ເຕີບໃຫຍ່, ເຮົາບໍ່ສາມາດທີ່ຈະຮຽນຮູ້ທຸກສິ່ງ-ທຸກຢ່າງໄດ້ ຈົນກວ່າວ່າເຮົາຈະໄດ້ເຂົ້າໃຈ ເຖີງເລື່ອງນັ້ນໄດ້ຢ່າງທ່ອງແທ້ ດ້ວຍຕົວເຮົາເອງ.

ຂ້ອຍສຶກສາໃນສາຍວິຊາກ່ຽວກັບປັດຊະຍາ ແລະ ໄດ້ເຂົ້າຮ່ວມຫລາຍໆຫລັກສູດ ມັນໄດ້ສະແດງໃຫ້ຂ້ອຍເຫັນວ່າ ຂ້ອຍຈຳເປັນທີ່ຈະຕ້ອງໄດ້ຄິດໃຫ້ເລີກເຊິ່ງ ໃຫ້ຫລາຍກວ່ານີ້, ກວ່າທີ່ຂ້ອຍໄດ້ເປັນຢູ່. ຂ້ອຍຍັງຈື່ໄດ້ສະເຫມີວ່າ ອາຈານລາວໄດ້ບອກກັບພວກເຮົາວ່າ ການອ່ານ ແລະ ການຮຽນຮູ້ ຈະເຮັດໃຫ້ພວກເຮົາສາມາດຄິດໄດ້ດີຂື້ນ, ລວມທັງຈະເຮັດໃຫ້ເຮົາສາມາດແກ້ໄຂບັນຫາໄດ້ທຸກໆດ້ານ, ອາຈານຍັງໄດ້ບອກອີກວ່າ ພວກເຮົາຄວນຈະຝຶກນິໃສຂອງເຮົາໃຫ້ມີການຄິດທີດີຂື້ນ ແລ້ວລາວກໍ່ໄດ້ເວົ້າບາງຢ່າງທີ່ເຮັດໃຫ້ຂ້ອຍບໍ່ມີມື້ທີ່ຈະລືມ ວ່າ:
“ຂ້ອຍບໍ່ສາມາດທີ່ຈະສິດສອນພວກເຈົ້າ ແມ່ນແຕ່ເລື່ອງດຽວໄດ້ເລີຍ ຖ້າຫາກເຈົ້າບໍ່ມາເຂົ້າຮ່ວມ ໃນເວລາທີ່ຂ້ອຍຂື້ນຫ້ອງສອນ ພ້ອມກັບການເປີດໃຈທີ່ຈະຮຽນຮູ້ກັບຂ້ອຍ. ເພາະໃນຄວາມເປັນຈິງແລ້ວ ເຈົ້າຈະບໍ່ສາມາດຮຽນຮູ້ອິຫຍັງຈາກໃຜໄດ້ເລີຍ ຈົນກວ່າເຈົ້າຈະເປີດໃຈທີ່ຈະຮຽນຮູ້ ແລະ ພ້ອມທີ່ຈະຮັບຟັງ”

ການເປີດໃຈໃຫ້ກວ້າງ ແມ່ນປຽບສະເຫມືອນເປັນຄວາມຄິດ ແລະ ທັດສະນະຄະຕິ ຂອງເຮົາ, ຂ້ອຍກຳລັງຈະຫມາຍເຖີງ ເຮົາບໍ່ຄວນທີ່ຈະໄປສະແດງຕົນວ່າ ເຮົາແມ່ນຮູ້ໄປຫມົດທຸກສິ່ງທຸກຢ່າງ ນັ້ນແຫລະຄຶຄວາມໂຫດຮ້າຍທີ່ເກີດຂື້ນກັບຫລາຍໆຄົນ. ພວກເຂົາຮຽນຮູ້ຈາກຄົນອື່ນພຽງແຕ່ຫນ້ອຍດຽວ ແຕ່ພັດຄິດວ່າ ພວກເຂົາຮູ້ໄປຫມົດທຸກສິ່ງ-ທຸກຢ່າງ, ພວກເຂົາປິດກັ້ນຄວາມຄິດຂອງໂຕເອງກັບຄົນອື່ນ ເຊິ່ງນັ້ນມັນເປັນຄວາມຜິດພາດທີ່ຮ້າຍແຮງທີ່ສຸດ ທີ່ຄົນໆຫນຶ່ງສາມາດເຮັດໄດ້.
ແລະ ໃນຕອນທ້າຍຂອງຊົ່ວໂມງຮຽນນັ້ນ ອາຈານຍັງໄດ້ກ່າວອີກວ່າ:
“ໃນມື້ນີ້ຖ້າເຈົ້າບໍ່ໄດ້ຮຽນຮູ້ອິຫຍັງເລີຍ, ຂ້ອຍຂໍໃຫ້ເຈົ້າຈົ່ງໄດ້ຮຽນຮູ້ສິ່ງດຽວນີ້ກໍ່ພໍ ຄຶ:
ການຄິດ ດ້ວຍການເປີດໃຈໃຫ້ກວ້າງ”
Comments