top of page

ຄຳຄົມ 20 ຂໍ້ທີ່ຈະເສີມສ້າງແຮງບັນດານໃຈ ໃຫ້ກັບຕົວເຮົານັ້ນເອງ.

ຜູ້ຄົນສ່ວນໃຫຍ່ມັກຈະເວົ້້າວ່າ, ພວກເຂົາຕ້ອງການທີ່ຈະໃຊ້ຊີວິດຢູ່ດ້ວຍຄວາມສຸກສະຫງົບ, ຄວາມຮັກທີ່ສົມບູນແບບ ລວມເຖີງການມີຄວາມສະຖຽນລະພາບໃນການດຳລົງຊີວິດກໍ່ເຊັ່ນດຽວກັນ. ເມື່ອເວົ້າເຖີງການເງີນ, ຄອບຄົວ, ຫມູ່ເພື່ອນ, ສຸຂະພາບ ແລະ ຫນ້າທີ່ການງານ. ຢ່າງໃດກໍ່ຕາມ ມັນຈະມີຢູ່ຈຸດໆຫນຶ່ງ ທີ່ພວກເຮົາຮູ້ສຶກວ່າມັນໄດ້ຮັບສິ່ງທີ່ດີ ແລະ ສູງທີ່ສຸດ ເທົ່າທີ່ເຮົາຕ້ອງການໄດ້ ຈົນມັນໄດ້ເຮັດໃຫ້ເຮົາກາຍເປັນຄົນທີ່ບໍ່ໃສ່ໃຈ ແລະ ບໍ່ມີແຮງຈູງໃຈທີ່ຈະກ້າວຕໍ່ໄປໃຫ້ສູງກວ່ານັ້ນ.

ໂດຍສ່ວນໃຫຍ່ແລ້ວ ພວກເຮົາມັກຈະບໍ່ໄດ້ຮັບການກະຕຸ້ນ ຫລື ສົ່ງເສີມໃຫ້ຖືກຈຸດທີ່ແນ່ນອນ ຕົວຢ່າງເຊັ່ນ: ຂ້ອຍມັກຈະໄດ້ຍີນຜູ້ຄົນເວົ້າວ່າ ຂ້ອຍຈະເລີ່ມຕົ້ນໃນການ ອົດອາຫານ ຫລື ລົດຄວາມອວ້ນ ໃນມື້ອື່ນ ຫລື ບໍ່ກໍ່ເວົ້າວ່າ ໄວ້ມື້ຫນຶ່ງ ຫລື ຍາມໃດທີ່ຂ້ອຍມີເວລາ ແລ້ວຂ້ອຍຈຶ່ງຈະເຮັດມັນ. ຢ່າງໃດກໍ່ຕາມ ເປັນຫຍັງເຈົ້າຄຶບໍ່ເລີ່ມຕົ້ນເຮັດມັນ ໃນຕອນນີ້ ແລະ ດຽວນີ້ໄປເລີຍ, ເປັນຫຍັງຈຶ່ງເວົ້າວ່າເອົາໄວ້ກ່ອນ ນີ້ແຫລະຄຶການສ້າງແຮງກະຕຸ້ນໃຫ້ກັບຕົວເອງ ເຊີ່ງມັນຄຶການປົດລ໋ອກ ສິ່ງທີ່ຢູ່ພາຍໃນຈິດໃຈຂອງເຮົານັ້ນເອງ.

ດ້ານລຸ່ມນີ້ຄຶຄຳຄົມ 20 ຂໍ້ທີ່ຈະເສີມສ້າງແຮງບັນດານໃຈ ໃຫ້ກັບຕົວເຮົານັ້ນເອງ.

1. “ຄຳວ່າ ການປະສົບຄວາມສຳເລັດ ມັນຍ່ອມຈະເກີດຂື້ນມາໄດ້ຍ້ອນການກະທຳ, ຄົນທີ່ປະສົບກັບຄວາມສຳເລັດ ພວກເຂົາຈະບໍ່ເປັນຄົນທີ່ຢຸດຢູ່ກັບທີ່, ແນ່ນອນວ່າພວກເຂົາຍ່ອມເຄີຍເຮັດຜິດພາດ, ແຕ່ພວກເຂົາຈະບໍ່ຍອມແພ້ ຫລື ລົ້ມເລີກໄປໂດຍເດັດຂາດ” – Conrad Hilto

2.“ການລົງມືທຳ ເປັນກະແຈດອກສຳຄັນ ໃນການພົບກັບຄວາມສຳເລັດໃນທຸກໆຢ່າງ” – Pablo Picasso

3.“ບຸກຄົນທີ່ມີຄວາມກະຕຶລຶລົ້ນທີ່ຈະປ່ຽນແປງໂລກໃບນີ້ໃຫ້ໄດ້, ຈະເປັນຄົນດຽວກັນກັບຄົນທີ່ສາມາດປ່ຽນແປງໄດ້ຢ່າງແທ້ຈິງ” – Unknown

4.“ຈິດໃຈທີ່ຄັບແຄບ ຈະຖືກຄວບຄຸມ ແລະ ເອົາຊະນະດ້ວຍ ຄວາມໂຊກຮ້າຍ, ແຕ່ກົງກັນຂ້າມກັບຈິດໃຈທີ່ສູງສົ່ງ ຈະສາມາດຢູ່ເຫນືອສິ່ງດັ່ງກ່າວນັ້ນໄດ້” – Washington Irving

5.“ເຮົາບໍ່ຈຳເປັນຈະຕ້ອງເກັ່ງກ່ອນແລ້ວຈິ່ງເລີ່ມ, ແຕ່ເຮົາຈຳເປັນຕ້ອງເລີ່ມເພື່ອເຮັດໃຫ້ເຮົາເກັ່ງ” – Zig Ziglar

6.“ການທີ່ເຮົາກ້າວຂາອອກມາຈາກຈຸດ comfort zone ຂອງເຮົາໄດ້ນັ້ນ ມັນຄຶການ ສະແດງເຖີງການເລີ່ມຕົ້ນຂອງຊີວິດ” – Neale Donald Walsh

7.“ຜູ້ຄົນຈະໄດ້ຮັບ ສິ່ງທີ່ດີທີ່ສຸດໄດ້, ກໍ່ຕໍ່ເມື່ອຄົນເຫລົ່ານັ້ນຈະຄິດ ຫລື ເຮັດໃນສິ່ງທີ່ດີທີ່ສຸດເທົ່ານັ້ນ” – John Wooden

8. “ມັນບໍ່ສຳຄັນດ໋ອກວ່າເຮົາຈະມີໂອກາດຫລືບໍ່, ມັນສຳຄັນຢູ່ທີ່ວ່າເຮົາໄດ້ສ້າງໂອກາດໃຫ້ມັນເກີດຂື້ນມາຫລືບໍ່” – Chris Grosser

9. “ຈະມີຄົນຢູ່ 2 ປະເພດທີ່ຈະເວົ້າກັບເຈົ້າວ່າ “ເຈົ້າບໍ່ວັນທີ່ຈະສາມາດສ້າງຄວາມແຕກຕ່າງໄປຈາກໂລກນີ້ໄດ້”. 1 ຄຶຄົນທີ່ບໍ່ກ້າຈະເຮັດ ແລະ 2 ຄຶຄົນທີ່ຢ້ານວ່າເຈົ້າຈະປະສົບຄວາມສຳເລັດ” – Ray Goforth

10. "ຢ່າໄປກັງວົນກັບເວລາ, ຈົ່ງມຸ້ງຫມັ້ນ ແລະ ກ້າວຕໍ່ໄປຂ້າງຫນ້າ” – Sam Levenson

11.“ຖ້າເຈົ້າຫາກພົບກັບຄວາມຝັນ, ຈົ່ງໂອບກອດມັນເອົາໄວ້ໃຫ້ດີ ເພາະບໍ່ແມ່ນວ່າທຸກໆຄົນຈະສາມາດ ເຮັດຕາມຄວາມຝັນຂອງຕົນເອງໄດ້ຫມົດ. ສະນັ້ນຖ້າຫາກເຈົ້າຕ້ອງການສິ່ງໃດຫນຶ່ງ ຈົ່ງຢ່າຢ້ານທີ່ຈະຢ່າງເຂົ້າໄປຫາມັນ” – Will Smith

12. “ຄວາມທຸກຍາກລຳບາກ ມັນຄຶການເຝືກກຽມຄວາມພ້ອມ ໃຫ້ກັບຄົນທຳມະດາຄົນຫນຶ່ງ ໄດ້ໄປພົບກັບຄວາມໂຊກດີສະເຫມີ” – C.S. Lewis

13.“ເຮົາທຸກຄົນຍ່ອມມີເວລາທີ່ຈຳກັດ ດັ່ງນັ້ນຢ່າໄປເສຍເວລາກັບເລື່ອງຂອງຄົນອື່ນ” – Steve Jobs

14.“ຂ້ອຍບໍ່ເຄີຍທີ່ຈະໄດ້ຮັບສິ່ງຕ່າງໆ ດ້ວຍການອາທິຖານ ຫລື ດ້ວຍຄວາມຫວັງ, ແຕ່ຂ້ອຍໄດ້ຮັບສິ່ງຕ່າງໆເຫລົ່ານັ້ນດ້ວຍການທີ່ຂ້ອຍທຸ້ມເທ ເຮັດຢ່າງຫນັກກັບມັນຕ່າງຫາກ” – Estée Lauder

15. “ຂ້ອຍຂ້ອນຂ້າງທີ່ຈະເສຍດາຍ ໃນສິ່ງຕ່າງໆທີ່ຂ້ອຍຍັງບໍ່ທັນໄດ້ເຮັດຫລາຍກວ່າ ສິ່ງຕ່າງໆທີ່ຂ້ອຍໄດ້ເຮັດໄປແລ້ວ” – Lucille Ball

16. “ຢ່າໃຫ້ຄວາມຢ້ານກົວທີ່ຈະສູນສາຍ ມີຫລາຍກວ່າຄວາມຕື່ນເຕັ້ນທີ່ຈະເອົາຊະນະ” – Robert Kiyosaki

17. “ການສາມາດບັນລຸເປົ້າຫມາຍ ຍ່ອມຈະດີກວ່າການພະຍາຍາມເຮັດທຸກສິ່ງທຸກຢ່າງໃຫ້ສົມບູນແບບ” – Sheryl Sandberg

18. “ການລະນຶກໄດ້ສະເຫມີວ່າ ມື້ຫນຶ່ງຂ້າງຫນ້າເຮົາຈະຈາກໂລກນີ້ໄປກັນຫມົດ, ມັນຄຶຫົນທາງທີ່ດີທີ່ສຸດ ເພື່ອພາເຮົາໄປຮັບຮູ້ກັບສັດຈະທຳທີ່ວ່າ ເຮົາຈະພົບກັບຄວາມສູນເສຍໄປຫມົດທຸກຢ່າງ ສະນັ້ນມັນບໍ່ມີເຫດຜົນຫຍັງເລີຍ ທີ່ເຮົາຈະບໍ່ເຮັດຕາມທີ່ຫົວໃຈເຮົາຕ້ອງການ” – Steve Jobs

19.“ເຈົ້າຈະເຮັດສິ່ງໃດ ຖ້າຫາກເຈົ້າບໍ່ມີສິ່ງທີ່ຈະຢ້ານກົວ” – Sheryl Sandberg

20. “ຂ້ອຍບໍ່ໄດ້ລົ້ມເຫລວ ພຽງແຕ່ວ່າຂ້ອຍເຮັດ 10 000 ວິທີ ທີ່ບໍ່ປະສົບຜົນສຳເລັດຊື່ໆ” – Thomas Edison

ສັ່ງຊື້ "ປື້ມທີ່ທ່ານຄວນອ່ານ" ນອກຈາກຈະໄດ້ຄວາມຮູ້, ໄດ້ຂໍ້ຄິດ ແລະ ຍັງໄດ້ບຸນນຳອີກ!

ເພາະຄ່າປື້ມທຸກໆຫົວ ພວກເຮົາຈະບໍລິຈາກໃຫ້ ມູນລະນິທິສົ່ງເສີມການສຶກສາທັງຫມົດ!

ສົ່ງເຖິງທີ່ , ສົ່ງ FREE ໃນນະຄອນຫຼວງວຽງຈັນ

ຮ້ານປື້ມ ດີບຸກ 97636007 / 99284384

ຮ້ານປື້ມ ຮັກອ່ານ 02078924265​


 
 
 

Comments


Featured Posts
Recent Posts
Search By Tags
Follow Us
  • Facebook Social Icon
  • Twitter Social Icon
  • Google+ Social Icon
bottom of page