7 ຢ່າງທີ່ເຈົ້າຄວນຈະປະຕິບັດ, ຖ້າຢາກຕ້ອງການທີ່ຈະປະສົບຜົນສໍາເລັດໃນຊີວິດ.
- Sakxay Seng Aloun
- Jan 14, 2018
- 1 min read

ການເດີນເພື່ອໃຫ້ໄປເຖີງເສັ້ນໄຊ ແຫ່ງຄວາມປະສົບຜົນສຳເລັດນັ້ນ ຍ່ອມຈະຕ້ອງມີອຸປະສັກ ແລະ ຄວາມທ້າທາຍຫລາຍສິ່ງ, ຫລາຍຢ່າງ ທີ່ກັ້ນຂວາງເອົາໄວ້ຢ່າງແນ່ນອນ. ເຊັ່ນດຽວກັນຫລາຍຄັ້ງ ເຮົາຈະມັກເຫັນຜູ້ທີ່ໄດ້ຮັບຄວາມປະສົບຜົນສຳເລັດມາກ່ອນນັ້ນ ໄດ້ແນະນຳເອົາໄວ້ວ່າ: ຖ້າເຮົາຢາກທີ່ຈະປະສົບຜົນສຳເລັດຢ່າງໃດ ຢ່າງຫນຶ່ງ ກໍ່ຕາມໃນຊີວິດ, ເຮົາຕ້ອງໄດ້ຮຽນຮູ້ທີ່ຈະປະຕິເສດຫລາຍໆປັດໃຈທີ່ມັນບໍ່ໄດ້ກ່ຽວຂ້ອງ ທີ່ຜ່ານເຂົ້າມາໃນຊີວິດຂອງເຮົາໃຫ້ໄດ້, ເພາະສິ່ງເຫລົ່ານັ້ນອາດຈະເປັນໂຕທີ່ເຮັດໃຫ້ເຮົາເສຍເວລາໄປກັບມັນລ້າໆ ເຮົາຄວນຈະມຸ້ງຄວາມສົນໃຈໄປທີ່ເປົ້າຫມາຍ ຫລື ເສັ້ນໄຊ ຂອງເຮົາຈະດີກວ່າ.
“ຍອມປະຕິເສດ 1000 ສິ່ງ, ເພື່ອໃຫ້ໄດ້ສິ່ງດຽວທີ່ຕ້ອງການ”.
ເພື່ອໃຫ້ເຮົາສາມາດໄປຮອດເຖີງເສັ້ນໄຊແຫ່ງຄວາມສໍາເລັດ ຕາມເປົ້າຫມາຍ ແລະ ຄວາມຝັນ ຂອງເຮົາໄດ້ນັ້ນ, ພວກເຮົາຄວນປະຕິບັດຕາມ 7 ຂໍ້ ຄໍາແນະນໍາດັ່ງຕໍ່ໄປນີ້.
1. ຢຸດປຽບທຽບໂຕເຮົາເອງກັບຄົນອື່ນ.
ຫນຶ່ງໃນສິ່ງທີ່ບໍ່ຄວນເຮັດທີ່ສຸດ ຖ້າທ່ານຢາກທີ່ຈະປະສົບຜົນສຳເລັດໃນສິ່ງທີ່ເຮົາຕັ້ງເປົ້າໄວ້ ຄຶການເອົາໂຕເອງ ເຂົ້າໄປປຽບທຽບກັບຄົນອື່ນ, ເພາະນັ້ນຄຶສິ່ງທີ່ຈະສາມາດຂັດຂວາງໂອກາດທີ່ດີຂອງເຮົາໄປໄດ້, ເພື່ອໃຫ້ບັນລຸຕາມເປົ້າຫມາຍ ແລະ ຄວາມຝັນ ເຮົາຄວນຢຸດໃຫ້ຄວາມສົນໃຈກັບຄົນອື່ນ ແລ້ວຫັນມາສົນໃຈໃນສິ່ງທີ່ເຮົາຕ້ອງການຢາກຈະເປັນ, ຈົ່ງຍອມຮັບຄວາມເປັນຈິງວ່າ ຄົນເຮົາທຸກຄົນຍ່ອມຈະມີຄວາມຕ້ອງການທີ່ບໍ່ຄຶກັນ ເຊຶ່ງນຳໄປສູ່ຈຸດຫມາຍປາຍທາງທີ່ແຕກຕ່າງກັນ.
ຂໍຢ້ຳອີກເທື່ອຫນຶ່ງວ່າ ເຮົາບໍ່ຄວນທີ່ຈະໄປເສຍເວລາດ້ວຍການເອົາໂຕເອງໄປປຽບທຽບກັບຄົນອື່ນຢ່າງເດັດຂາດ, ການທີ່ເຮົາມີຄວາມອິດສາ, ລິດສະຫຍາ ໃຜຄົນຫນຶ່ງ ໂດຍການທີ່ໄປຄອຍຕິດຕາມເບີ່ງທຸກສິ່ງ ທຸກຢ່າງທີ່ເຂົາເຈົ້າເຮັດ, ກະທໍາ ຢູ່ເປັນປະຈໍານັ້ນ ມັນບໍ່ໄດ້ມີຜົນດີອິຫຍັງຕໍ່ຕົວເຮົາເລີຍ, ໃນທາງກັບກັນ ມັນຈະແຮງເຮັດໃຫ້ເຮົາເສຍເວລາໄປລ້າໆ ມັນຈະດີກວ່າບໍ່ຖ້າເຮົາເອົາເວລາໃນສ່ວນນັ້ນມາພັດທະນາຕົນເອງໃຫ້ເດີນໄປໃນເສັ້ນທາງ ທີ່ເຈົ້າຢາກຈະໄປເຖີງໃຫ້ໄດ້.
2.ຢ່າໄປສົນໃຈກັບການແຂ່ງຂັນ ເພື່ອທີ່ຈະຊະນະຄົນອື່ນ.
ເຮົາບໍ່ຄວນທີ່ຈະໄປເສຍເວລາກັບການທີ່ຄິດແຕ່ຈະເອົາຊະນະຄົນອື່ນ ຫລື ດ້ວຍການເອົາເປົ້າຫມາຍຂອງຕົນເອງໄປປຽບທຽບກັບຄົນອື່ນ, ສິ່ງທີ່ເຮົາຄວນຈະເອົາໃຈໃສ່ ກໍ່ຄຶການພັດທະນາທັດສະນະ ແລະ ການມີວິໃສທັດທີ່ດີຂອງເຮົາຕ່າງຫາກ, ເວົ້າງ່າຍໆກໍ່ຄຶຈົ່ງເປັນຄູ່ແຂ່ງກັບໂຕເອງເຮົາ ເພາະການແຂ່ງທີ່ດີທີ່ສຸດກໍ່ຄຶການແຂ່ງຂັນກັບໂຕເຮົາເອງ ແລະ ຄວນຈະກຳນົດເປົ້າຫມາຍໃຫ້ຢູ່ໃນເກນ ຫລື ໃຫຍ່ພໍທີ່ຈະສາມາດກະຕຸ້ນຈິດໃຈຂອງເຮົາໃຫ້ມີພະລັງສູ້ໄດ້.
3.ຢ່າມົວແຕ່ເປັນຄົນທີ່ມັກໂອ້ອວດ. ຈົ່ງລົງມືກະທຳໃຫ້ເຫັນເປັນຮູບປະທຳ.
ການກະທຳ ຍ່ອມສຳຄັນກວ່າຄຳເວົ້າ, ຈົ່ງຮຽນຮູ້ທີ່ຈະລົງມືປະຕິບັດ ແທນທີ່ຈະມາເປັນຄົນດີແຕ່ເວົ້າ ແຕ່ບໍ່ເຄີຍເຮັດຫຍັງສຳເລັດຈັກເທື່ອ, ຖ້າເຮົາຕ້ອງການທີ່ຈະພິສູດໃຫ້ຄົນອື່ນເຫັນເຖີງຄວາມຝັນ ຫລື ເປົ້າຫມາຍຂອງເຮົາ ແນ່ນອນວ່າເຮົາຕ້ອງສະແດງໃຫ້ເຂົາເຈົ້າເຫັນໄດ້ທາງຮູບປະທຳທີ່ມີຕົວຕົນ, ບໍ່ແມ່ນວ່າຈະສະແດງດ້ວຍການຂີ້ໂມ້, ໂອ້ອວດ ໃຫ້ຄົນອື່ນຟັງຢ່າງດຽວ. ເມື່ອເວົ້າເຖີງແຮງບັນດານໃຈ ມັນຈະເປັນຕົວຊ່ວຍເພີ້ມພະລັງຕໍ່ໂຕເຮົາຢ່າງໃຫຍ່ຫລວງ ຖ້າຫາກເຮົາສາມາດຕັ້ງເປົ້າຫມາຍໄວ້ແລ້ວ ເຮົາຫາກສາມາດບັນລຸເປົ້າຫມາຍນັ້ນໄດ້ ເຮົາກໍ່ຈະເຫມືອນມີພະລັງທີ່ຈະເຮັດສິ່ງທີ່ໃຫຍ່ກວ່າເກົ່າໄດ້ຢ່າງແນ່ນອນ.
4. ປ່ອຍໃຫ້ຄວາມຈິງມັນເປີດເຜີຍຕົວມັນເອງ.
ຖ້າເວົ້າເຖີງການຂາຍສີນຄ້າ ຖ້າເຮົາຕ້ອງການໃຫ້ສີນຄ້າຂອງເຮົາເຂົ້າໄປຢູ່ໃນທ້ອງຕະຫລາດໄດ້ນັ້ນ, ເຮົາກໍ່ຈະຕ້ອງໄດ້ເອົາໃຈໃສ່ການເລື່ອງການບໍລິການ, ການຄວບຄຸມຄຸນະພາບຂອງສີນຄ້າ ຫລື ເລື່ອງການຕະຫລາດ ເພື່ອເຮັດໃຫ້ຜູ້ບໍລິໂພກມີຄວາມເພິ່ງພໍໃຈ ແລະ ເປັນທີ່ຈົດຈຳຂອງລູກຄ້າໄດ້ ເຊັ່ນດຽວກັນ ເລື່ອງການປະສົບຜົນສຳເລັດ ເຮົາກໍ່ຕ້ອງໄດ້ມີຄວາມພະຍາຍາມທີ່ຈະສະແດງອອກມາໃຫ້ຄົນອື່ນເຫັນວ່າໂຕເຈົ້າເອງມີດີ ຫລື ມີຄຸນຄ່າ, ຄວາມສາມາດທີ່ຈະເຮັດໄດ້ ໃຫ້ເຂົາຍອມຮັບໃນໂຕຂອງເຮົາໃຫ້ໄດ້ ໂດຍຜ່ານຜົນງານ ແທນທີ່ຈະໄປໂອ້ອວດວ່າເຮົາເກັ່ງແນວນັ້ນ ແນວນີ້, ເພາະສຸດທ້າຍແລ້ວຄວາມຈິງຈະເຮັດໃຫ້ເຂົາເຈົ້າ ກະຈ່າງແຈ້ງເອງ.

5. ເກັບຄວາມຝັນຂອງເຈົ້າເອົາໄວ້ໃຫ້ດີ.
ໃນການເດີນທາງທີ່ຈະໄປຫາຄວາມຝັນຂອງເຮົາໄດ້ນັ້ນ ສິ່ງຫນຶ່ງທີ່ເຮົາຄວນຈະຮູ້ໄວ້ກໍ່ຄຶ ບໍ່ແມ່ນວ່າທຸກໆຄົນ ໂດຍສະເພາະຄົນໃກ້ຊິດຂອງເຈົ້າ ຈະສົ່ງເສີມ ຫລື ເຫັນດີໃນສິ່ງທີ່ເຈົ້າຈະເປັນ, ເຫດຜົນທີ່ເປັນເຊັ່ນນັ້ນກໍ່ຄຶ ເຂົາເຈົ້າອາດຈະບໍ່ເຂົ້າໃຈ ຫລື ເຊື່ອຫມັ້ນໃນສັກກະຍະພາບຂອງເຈົ້າ ວ່າຈະສາມາດເຮັດໄດ້. ສະນັ້ນແລ້ວ ເຈົ້າຄວນເລືອກທີ່ຈະຂາຍຄວາມຝັນຂອງເຈົ້າໃຫ້ກັບຄົນທີ່ພ້ອມຈະຮັບຟັງ ຫລື ຄົນທີ່ມີຄວາມເຊື່ອຖື ແລະ ສົ່ງເສີມວ່າເຈົ້າສາມາດເຮັດໄດ້, ແທນທີ່ຈະໄປບອກເລົ່າ ຫລື ປືກສາກັບຄົນທີ່ມີແຕ່ຄວາມຄິດແຕ່ດ້ານລົບ ເຊຶ່ງຈະເຮັດໃຫ້ເຮົາມີຄວາມຄິດລົບໄປນຳ.
6. ເລືອກຄົບຄົນທີ່ມີຄວາມຄິດໃນແງ່ບວກ.
ເຮົາຈະຕ້ອງໄດ້ລະມັດລະວັງ ກັບບຸກຄົນທີ່ເຂົ້າມາໃນຊີວິດຂອງເຮົາ, ຖ້າເປັນໄປໄດ້ຄວນເລືອກສະນິດກັບຄົນທີ່ມີຄວາມຄິດໃນເຊີງບວກ ທີ່ຄອຍໃຫ້ກຳລັງໃຈ ແລະ ສົ່ງເສີມເຮົາຢູ່ຕະຫລອດເວລາ. ທີ່ເວົ້າແບບນີ້ກໍ່ຍ້ອນວ່າ ໃນທຳມະຊາດຂອງຄົນເຮົາກໍ່ຄຶ ການທີ່ເຮົາສະນິດກັບຄົນແບບໃດ, ລັກສະນະນິໃສ ຫລື ຄວາມຄິດຂອງເຮົາກໍ່ຈະມີຄວາມຄ້າຍຄຶ ຫລື ກາຍເປັນຄົນແບບນັ້ນ ເພາະເຮົາຍ່ອມຈະໄດ້ຮັບອິດທິພົນມາຈາກໂຕເຂົາຢ່າງແນ່ນອນ.
7. ຢ່າໄປໃຫ້ຄວາມສົນໃຈກັບຄົນທີ່ບໍ່ຫວັງດີ ທີ່ຄອຍແຕ່ວິຈານເຮົາ.
ຈົ່ງມີຄວາມເຊື່ອຫມັ້ນໃນໂຕເອງວ່າ ເຈົ້າເປັນຄົນທີ່ມີຄວາມສາມາດ, ມີຄວາມເຫມາະສົມທີ່ຈະປະສົບຜົນສຳເລັດໄດ້ ໂດຍບໍ່ສົນວ່າຄົນອື່ນຈະເວົ້າ, ຈະຄິດ ກັບເຮົາແນວໃດ, ໃນຄວາມເປັນຈິງເຮົາບໍ່ຄວນທີ່ຈະໄປເກັບມາໃສ່ໃຈກັບບຸກຄົນທີ່ພະຍາຍາມຈະມາທຳລາຍເຮົາໂດຍຈະເຮັດໃຫ້ເຮົາອອກຈາກນອກເສັ້ນທາງ ທີ່ຈະໄປຫາຄວາມສຳເລັດ ດ້ວຍວິທີທາງໃດກໍ່ຕາມ.

ເສັ້ນທາງໃນການດ້ານໄປສູ່ຄວາມສຳເລັດນັ້ນ ແນ່ນອນວ່າອາດຈະມີຫລາຍສິ່ງ ຫລາຍຢ່າງທີ່ເຮັດໃຫ້ເຮົາທໍ້ຖອຍໄດ້, ແຕ່ເຖີງຢ່າງໃດກໍ່ຕາມ ສິ່ງທີ່ເຮົາຄວນເຮັດ ຄຶພະຍາຍາມຢ່າໃຫ້ສິ່ງເຫລົ່ານັ້ນມາເປັນໂຕທຳລາຍເປົ້າຫມາຍ ແລະ ຄວາມຝັນຂອງເຮົາໄດ້, ຈົ່ງປິດຕາທີ່ແນມເຫັນແຕ່ຄວາມຫຍຸ້ງຍາກ, ປິດປາກທີ່ຄອຍຈະບອກວ່າຍອມແພ້ ແລະ ປີດຫູທີ່ໄດ້ຍິນແຕ່ສຽງຂອງການກ່າວປະນາມ, ແລ້ວເດີນໄປຕາມເສັ້ນທາງຂອງຫົວໃຈທີ່ເຈົ້າຢາກຈະເປັນ.
ຮຽບຮຽງ ແລະ ແປໂດຍ: Kee Khammisai
SAKXAY SENGALOUN ------------------------------------ WEBSITE: http://www.hisakxay.com/ FACEBOOK: facebook.com/sakxay INSTAGRAM: hi.sakxay
YOUTUBE: https://tinyurl.com/ycwn7p8s


























Comments