ຄຳວ່າ “ບໍ່ມີເວລາ” ເປັນຄໍາເວົ້າທີ່ເຮົາບໍ່ຄວນຈະເອົາມາໃຊ້ເພື່ອເປັນຄໍາແກ້ໂຕ.
- ສັກໄຊ ແສງອາລຸນ Sakxay Seng Aloun
- Oct 17, 2018
- 1 min read

ຄຳວ່າ ຫຍຸ້ງວຽກ ຫລື ບໍ່ມີເວລາ ມັນເປັນຄຳເວົ້າຂອງຄົນທີ່ຜ່າຍແພ້ ແລ້ວສັນຫາຄຳເວົ້າເພື່ອມາແກ້ໂຕໃຫ້ກັບຕົວເອງຊື່ໆ. ເວລາໃດທີ່ມີຄົນມາເວົ້າຄຳນີ້ກັບຂ້ອຍ, ຂ້ອຍຈະຮູ້ສຶກສົງສານເຂົາຫລາຍ, ມັນເປັນສິ່ງທີ່ບໍ່ດີເລີຍ ທີ່ເຮົາຈະໃຫ້ຄໍາເວົ້າແກ້ຕົວງ່າຍໆແບບນີ້ ມາຂັດຂວາງຊີວິດຂອງເຮົາ ແລະ ເປັນຕົວກາລັນຕີວ່າເຮົາຈະບໍ່ສາມາດບັນລຸເປົ້າຫມາຍ ຫລື ສິ່ງທີດີຕ່າງໆທີ່ເຂົ້າມາໃນຊີວິດຂອງເຮົານັ້ນໄດ້.
“ຜູ້ຄົນມັກຈະແກ້ຕົວ ດ້ວຍໃຊ້ຄຳວ່າບໍ່ມີເວລາ, ນັ້ນແຫລະຄຶເຫດຜົນທີ່ເຮັດໃຫ້ພວກເຂົາພ່າຍແພ້”
ເຫດຜົນທີ່ວ່າ ຂ້ອຍຫຍຸ້ງ, ຂ້ອຍບໍ່ມີເວລາ ເປັນເຫດຜົນທີ່ບໍ່ຄວນຈະເອົາມາໃຊ້ເປັນຄຳແກ້ຕົວ.
ມັນຂ້ອນຂ້າງທີ່ຈະທຳມະດາເກີນໄປ, ເມື່ອເຈົ້າເວົ້າວ່າ ເຈົ້າບໍ່ມີເວລາ ຫລື ເຈົ້າບໍ່ຫວ້າງເລີຍ ຕໍ່ຫນ້າຄົນໃດຄົນຫນຶ່ງ, ມັນປຽບສະເຫມືອນກັບວ່າເຈົ້າບໍ່ໃຫ້ຄວາມສຳຄັນກັບຄົນໆນັ້ນເລີຍ. ຄ້າຍໆກັບວ່າເຈົ້າເປັນຄົນທີ່ສະອາດ ບໍລິສຸດ, ແຕ່ເຮັດກັບວ່າຄົນອື່ນເປັນຄົນທີ່ເປີະເປື້ອນ ຈົນບໍ່ຢາກເຂົ້າໃກ້ພວກເຂົາ ເຖີງຂັ້ນປະຕິເສດໄປເຊັ່ນນັ້ນ.
ກ່ອນເຮົາຈະໃຊ້ຄຳວ່າ ບໍ່ມີເວລາ ຄວນຈະພິຈາລະນາ ຫລື ນຶກເຖີງຄວາມຮູ້ສຶກຂອງຄົນອື່ນກ່ອນ, ເພາະການທີ່ເຈົ້າເວົ້ານັ້ນ ມັນເທົ່າກັບການທີ່ເຈົ້າບອກໃຫ້ເຂົາ ໄປໃຫ້ໄກໆ.

ເວົ້າຄວາມຈິງ.
ຫລາຍໆຄັ້ງທີ່ເຮົາແກ້ໂຕວ່າເຮົາ ບໍ່ຫວ້າງ, ມັນເປັນພຽງຂໍ້ອ້າງ ຫລື ການຕົວະຊື່ໆ ສະນັ້ນຈົ່ງເວົ້າຄວາມຈິງກັບເຂົາໄປ ແລ້ວເຂົາຈະເຄົາລົບຫລືເຊື່ອຫມັ້ນໃນໂຕທ່ານຫລາຍຂື້ນ.

ການທີ່ປະເຊີນຫນ້າກັບ ໂອກາດອັນເຫມາະສົມນັ້ນຫມາຍຄວາມວ່າບໍ່ມີຫຍັງສຳລັບເຈົ້າເລີຍ, ຈົ່ງບອກເຫດຜົນທີ່ແທ້ຈິງຂອງເຮົາ ແລະ ພ້ອມທັງແນະນຳ ແລະ ສົ່ງເສີມພວກເຂົາແທນ. ຢ່າລືມພຽງແຕ່ການແນະນຳ 2-3 ປະໂຫຍກງ່າຍໆ, ມັນກໍ່ດີພໍແລ້ວ ກໍ່ຖືວ່າເປັນການຈົບລົງດ້ວຍດີ ແລະ ສຳຄັນຢ່າລືມຂອບໃຈພວກເຂົາທີ່ມາຂໍຄຳແນະນຳກັບເຮົາ.
ຄຳວ່າ ບໍ່ຫວ້າງ ເປັນຄຳເວົ້າທີ່ບໍ່ມ່ວນຫູ, ມັນສະແດງເຖີງການທີ່ເຮົາມີອັດຕາ (ອີໂກ-Eco) ໃນຕົວເອງທີ່ສູງຫລາຍເກີນໄປ ຫລື ການເຫັນແກ່ຕົວ ນັ້ນເອງ.
ນັ້ນເປັນເຫດຜົນທີ່ຄົນສ່ວນຫລາຍໃຊ້ຄຳນີ້, ເພາະຖ້າເຮົາເວົ້າວ່າເຮົາຫວ້າງວຽກ ຫລືບໍ່ມີຫຍັງເຮັດ ມັນຈະເຮັດໃຫ້ເບິ່ງແລ້ວບໍ່ເທ່ໃນສາຍຕາຂອງຄົນອື່ນ.
ສ່ວນວິທີການຂອງຂ້ອຍ ແມ່ນແຕກຕ່າງຈາກສິ່ງທີ່ເວົ້າມານີ້ຄຶ ຂ້ອຍຄິດວ່າຖ້າເຮົາມີວຽກຫລາຍ ແລະ ມີຄວາມຕຶງຄຽດແລ້ວ ເຮົາຍິ່ງຈະຕ້ອງໄດ້ມີແຮງພັກດັນໃຫ້ໄປທາງຫນ້າໄດ້ຢ່າງວ່ອງໄວ. ຄຳວ່າບໍ່ຫວ້າງ-ບໍ່ມີເວລາ ມັນເປັນຕົວບົ່ງບອກເຖີງຄຸນະພາບຂອງການເຮັດວຽກຂອງເຈົ້າ ວ່າມັນບໍ່ຄ່ອຍຈະດີ.
ຄຳວ່າບໍ່ຫວ້າງ ຄຶການຂາດຝືກຝົນ.

ມີປະໂຫຍກຄຳເວົ້າທີ່ບໍ່ຄ່ອຍຈະມ່ວນຫູປານໃດ ອີກຄຳຫນຶ່ງຂື້ນມາໃນບົດຄວາມຂອງຂ້ອຍອີກແລ້ວ. ຄຳວ່າບໍ່ຫວ້າງ-ບໍ່ມີເວລາ ແມ່ນຄຳເວົ້າທາງເລືອກຫນຶ່ງຂອງຄົນຂາດລະບຽບວິໄນ. ເຊິ່ງໂຕນີ້ແຫລະ ຈະເປັນໂຕຫນຶ່ງທີ່ເຮັດໃຫ້ເຮົາຢູ່ຫ່າງອອກໄປຈາກການປະສົບຄວາມສຳເລັດໄດ້ໃນທີ່ສຸດ.
ການພະຍາມທີ່ຈະຕໍ່ຕ້ານທີ່ຈະຕອບຕົກລົງກັບທຸກໆອີເມວ, ເຟດສ໌ບຸກ, ພ໋ອດແຄັດ ຫລືລວມທຸກໆໂອກາດໃນເວລາທີ່ໄດ້ຢູ່ກັບຜູ້ຟັງກໍ່ຕາມ ແລະ ຫລາຍໆສິ່ງ ມັນເປັນເລື່ອງທີ່ຍາກ ມັນຕ້ອງໄດ້ອາໄສຄວາມກ້າຫານເພື່ອທີ່ຈະຕອບ, ເພາະການທີ່ຕອບຕົກລົງໄປນັ້ນມັນຄຶການເພີ້ມຫນ້າວຽກ ໃຫ້ແກ່ເຮົາ ແລະ ສຸດທ້າຍແລ້ວ ເຮົາຈະພົບກັບຄວາມຫຍຸ້ງຍາກຫລາຍປະການ.
ການຄວບຄຸມອາຫານ-ການກິນ; ການໄປຢີມ ເພື່ອອອກກຳລັງກາຍ; ການດຳເນີນການເຮັດທຸລະກິດ; ລວມທັງຄວາມສຳເລັດຕ່າງໆ. ທັ້ງຫມົດເຫລົ່ານີ້ມັນຄຶການເຝືກເຮັດໃຫ້ເຮົາເປັນຄົນທີ່ມີລະບຽບວິໄນ ດ້ວຍກັນທັງນັ້ນ.
ຈົ່ງລຸກຂື້ນ ແລະ ກ້າວຕໍ່ໄປ...
ການກ່າວປະຕິເສດຄຶການສ້າງການຝືກຝົນ ແລະ ຈະຊ່ວຍເຮັດໃຫ້ ຫນ້າວຽກທີ່ວຸ້ນວາຍລົດລົງ.
ຄຳຕອບຂອງຄົນທີ່ມັກຈະບໍ່ມີເວລາຫວ້າງ ຄຶຄຳວ່າ ”ບໍ່”
ບໍ່ ເພື່ອການຈະໄດ້ມີເວລາຫລາຍຂື້ນ.
ບໍ່ ເພື່ອເຮົາຈະໄດ້ມີຈຸດມຸ້ງຫມາຍທີ່ຊັດເຈນຂື້ນ.
ບໍ່ ຄຶຄຳແກ້ໂຕວ່າເພື່ອເຮັດໃຫ້ຕົນເອງບໍ່ຫວ້າງວຽກ.
ສະນັ້ນການທີ່ ຕອບປະຕິເສດໄປ ຈຳເປັນຕ້ອງໄດ້ປະຕິບັດຕາມດັ່ງນີ້:
-ໃຫ້ຄວາມເຄົາລົບແກ່ຜູ້ທີ່ເຮົາປະຕິເສດ.
-ອາທິບາຍເຫດຜົນ ແລະ ຊື່ສັດຕໍ່ຄໍາເວົ້າ.
-ແກ້ໄຂຢ່າງຊ້າໆ ແລະ ຢ່າໂຍນບັນຫາຖີ້ມກາງທາງ.
-ຢ່າຈົ່ມເລື່ອງດັ່ງກ່າວນັ້ນຕາມພາຍຫລັງ.
ແນວໃດກໍ່ຕາມ ຄຳແນະນຳທີ່ວ່ານີ້ມັນເບິ່ງຄຶວ່າຮຸນແຮງເກີນໄປ, ເພາະວ່າການທີ່ເຮົາທຸກຄົນຈະພົບກັບການຫຍຸ້ງໃນວຽກງານ ແມ່ນເປັນເລື່ອງທີ່ງ່າຍ ແລະ ຖ້າສິ່ງໃດທີ່ເຫັນວ່າມັນຮຸນແຮງເກີນໄປເຈົ້າກໍ່ພຽງແຕ່ຢຸດມັນ ແລະ ສຸດທ້າຍແລ້ວ ກໍ່ກັບໄປວຸ້ນວຽກອີກຕາມເຄີຍ, ເຊີ່ງນັ້ນກໍ່ຄືຄວາມລົ້ມເຫລວນັ້ນເອງ.

ສັ່ງຊື້ "ປື້ມທີ່ທ່ານຄວນອ່ານ" ນອກຈາກຈະໄດ້ຄວາມຮູ້, ໄດ້ຂໍ້ຄິດ ແລະ ຍັງໄດ້ບຸນນຳອີກ!
ເພາະຄ່າປື້ມທຸກໆຫົວ ພວກເຮົາຈະບໍລິຈາກໃຫ້ ມູນລະນິທິສົ່ງເສີມການສຶກສາທັງຫມົດ!
ສົ່ງເຖິງທີ່ , ສົ່ງ FREE ໃນນະຄອນຫຼວງວຽງຈັນ
ຮ້ານປື້ມ ດີບຸກ 97636007 / 99284384
ຮ້ານປື້ມ ຮັກອ່ານ 02078924265


























Comments