ທາງເລືອກທີ່ສຳຄັນທີ່ສຸດທີ່ເຮົາຕ້ອງເລືອກ.
- ສັກໄຊ ແສງອາລຸນ Sakxay Seng Aloun
- Oct 31, 2018
- 1 min read
ແນ່ນອນວ່າເຮົາບໍ່ສາມາດທີ່ຈະເລືອກ ໃນການທີ່ຈະເກີດມາຢູ່ໃນໂລກນີ້ໄດ້ ແລະ ເຮົາກໍ່ບໍ່ສາມາດທີ່ຈະເລືອກໄດ້ວ່າມື້ໃດມື້ຫນຶ່ງເຮົາຈະບໍ່ຈາກໂລກນີ້ໄປ, ແນວໃດກໍ່ຕາມໄລຍະເວລາລະຫວ່າງທີ່ດຳລົງຊີວິດຢູ່ຈະມີຫລາຍໆທາງເລືອກເຂົ້າມາຫາເຮົາຢ່າງແນ່ນອນ.

ຕາມທຳມະຊາດຂອງສັງຄົມມະນຸດເຮົາແລ້ວ ທາງເລືອກໃນການທີ່ເຮົາເລືອກຄົບຫມູ່ເພື່ອນ, ວຽກທີ່ເຮົາເຮັດ, ວິຖີໃນການດໍາລົງຊີວິດ ຫລື ແມ້ກະທັ້ງຍີ່ຫໍ້ລົດທີ່ເຮົາຂັບ ແລະ ເພັງທີ່ເຮົາຟັງ ກໍ່ຕາມ ສະພາບແວດລ້ອມເຫລົ່ານີ້ຍ່ອມຈະສົ່ງຜົນສະທ້ອນເຂົ້າມາໃຫ້ກັບຊີວິດຂອງເຮົາໄດ້ທັ້ງຫມົດ.
ແນວໃດກໍ່ຕາມ, ນີ້ເປັນພຽງສ່ວນຫນຶ່ງຂອງທາງເລືອກຂອງເຮົາເທົ່ານັ້ນ ເຖີງວ່າມັນຈະເປັນເລື່ອງທີ່ນ້ອຍ, ແຕ່ມັນກໍ່ມີຄວາມສຳຄັນຢ່າງຫລວງຫລາຍ ເພາະພວກມັນເປັນຕົວເລືອກທີ່ກຳນົດຄຸນະພາບຂອງການດຳລົງຊີວິດຂອງເຮົາ. ຈາກການທີ່ໄດ້ຮຽນຮູ້ ແລະ ດຳລົງຊີວິດມາ ນີ້ເປັນສິ່ງທີ່ຂ້ອຍຄິດວ່າມັນເປັນທາງເລືອກທີ່ສຳຄັນທີ່ສຸດຢ່າງຫນຶ່ງ.

ເຮົາທຸກຄົນມີອິດສະລະພາບ ໃນການທີ່ຈະເລືອກບຸກຄະລິກະພາບຂອງເຮົາໃຫ້ເປັນໄປໃນແບບທີ່ເຮົາຢາກເປັນ ແລະ ບຸກຄົນທີ່ເຮົາຢາກຈະເປັນຄຶພວກເຂົາ, ເຮົາສາມາດເລືອກທີ່ຈະໃຫ້ຕົວຕົນຂອງເຮົາເປັນແບບດັ່ງຄົນອື່ນໆ ທີ່ເຮົາປາຖະຫນາທີ່ຈະເປັນ ຫລື ເປັນດັ່ງໄອດໍ ຂອງເຮົານັ້ນເອງ ລວມທັງສະພາບແວດລ້ອມທີ່ເຮົາຢາກຈະເອົາໂຕເອງເຂົ້າໄປຢູ່ກໍ່ເຊັ່ນກັນ, ຈະເວົ້າໄປກໍ່ຄຶເຮົາສາມາດທີ່ຈະມຸ້ງຫມັ້ນໃນການພັດທະນາຕົວເອງໃຫ້ເປັນໃນແບບທີ່ເຮົາຕ້ອງການໄດ້.
ເຮົາທຸກຄົນມີອິດສະລະພາບ ໃນການທີ່ຈະເລືອກຄ່ານິຍົມຂອງເຮົາ, ເຮົາສາມາດທີ່ຈະໃຫ້ຄົນອື່ນຕັດສິນວ່າເຮົາເປັນຄົນແນວໃດ ຫລື ເຮົາສາມາດທີ່ຈະບອກວ່າຕົວເຮົາເປັນແບບໃດ ດ້ວຍຕົວຂອງເຮົາເອງ, ເຮົາສາມາດທີ່ຈະກຳນົດຄ່າມາດຕະຖານຂອງເຮົາກ່ຽວກັບສິ່ງທີ່ຄົນອື່ນກຳລັງເຮັດຢູ່ ຫລື ເຮົາສາມາດທີ່ຈະກຳນົດໄດ້ຕາມສິ່ງທີ່ເຮົາເຫັນວ່າສິ່ງນັ້ນມັນຖືກ ແລະ ດີ.

ເຮົາທຸກຄົນມີອິດສະລະພາບ ໃນການທີ່ຈະເລືອກວິທີໃນການທີ່ຈະປະຕິບັດຕໍ່ຜູ້ອື່ນ, ເຮົາສາມາດທີ່ຈະເຮັດໃຫ້ພວກເຂົາມີແຮງລຸກຂື້ນສູ້, ມີຄວາມສຸກ ຫລື ມີຄວາມໂສກເສົ້າ ໃນເວລາດຽວກັນ ກໍ່ໄດ້, ພວກເຮົາສາມາດທີ່ຈະເປັນຕົວຂອງໂຕເຮົາເອງ ຫລື ເປັນຄົນທີ່ຫນ້ານັບຖື, ເປັນຄົນທີ່ມີນ້ຳໃຈ ແລະ ຮູ້ຊ່ວຍເຫລືອຄົນອື່ນກໍ່ໄດ້ ມັນຂື້ນຢູ່ກັບເຮົາ.
ເຮົາທຸກຄົນມີອິດສະລະພາບ ໃນການທີ່ຈະເລືອກວິທີ ທີ່ຈະຈັດການກັບຄວາມຍາກລຳບາກ, ເຮົາສາມາດທີ່ຈະປ່ອຍໃຫ້ຕົວເອງໄດ້ໄປພົບກັບການທີ່ໄດ້ຕໍ່ສູ້ ຫລື ການຍອມແພ້ ແລະ ລວມເຖີງການໂທດໂຕເອງ, ພວກເຮົາສາມາດເລືອກທີ່ຈະໄດ້ຮຽນຮູ້ຈາກມັນ, ເອົາມັນມາເປັນບົດຮຽນກໍ່ໄດ້ ມັນຂື້ນຢູ່ກັບໂຕເຮົາ.

ເຮົາທຸກຄົນມີອິດສະລະພາບ ທີ່ຈະເລືອກໃນການຮຽນຮູ້ຫລາຍເທົ່າໃດກໍ່ໄດ້, ເຮົາສາມາດທີ່ຈະເບິ່ງມັນວ່າ ເປັນສິ່ງທີ່ບໍ່ດີ ຫລື ເບິ່ງວ່າມັນເປັນໂອກາດທີ່ດີໃຫ້ເຮົາໄດ້ປັບປຸງໂຕເອງ ເພື່ອທີ່ເຮົາຈະໄດ້ເປີດໃຈຕົນເອງໃຫ້ກວ້າງຂື້ນ.
ເຮົາທຸກຄົນມີອິດສະລະພາບ ໃນການທີ່ຈະເລືອກຄວາມເຊື່ອຫມັ້ນ ແລະ ວັດຖຸປະສົງຂອງເຮົາ, ເຮົາສາມາດໄປຢ່າງແບບບໍ່ມີຈຸດຫມາຍ ຫລື ເຮົາສາມາດທີ່ຈະຄົ້ນຫາຄວາມຫມາຍຂອງຊີວິດ ເພື່ອທີ່ຈະໄດ້ໃຊ້ຊີວິດໃຫ້ມີຄວາມຊັດເຈນ ແລະ ໄດ້ໃຊ້ຊີວິດຢ່າງເຕັມທີ່ ທັ້ງຫມົດນີ້ ມັນເປັນທາງເລືອກຂອງເຮົາ.
ສຸດທ້າຍ ສິ່ງຫນຶ່ງທີ່ສຳຄັນທີ່ສຸດ ໃນການເລືອກຂອງເຮົາກໍ່ຄຶ:
ເຮົາທຸກຄົນມີອິດສະລະພາບ ໃນການທີ່ຈະເລືອກທັດສະນະຄະຕິ ກໍ່ຄຶຄວາມຄິດຂອງເຮົາ ໂດຍບໍ່ຕ້ອງໄດ້ຄຳນຶງສິ່ງອື່ນໃດເລີຍ, ນີ້ເປັນທາງເລືອກທີ່ສຳຄັນທີ່ສຸດ ທີ່ເຮົາຈະຕ້ອງເຮັດ ເພາະມັນມີຜົນກັບທຸກຢ່າງທີ່ເຮົາໄດ້ເຮັດໃນຊີວິດ. ທັດສະນະຄະຕິ ຄຶທາງເລືອກ, ທຸກສິ່ງທຸກຢ່າງສາມາດເປັນໄປໄດ້ຍ້ອນຄົນເຮົາ, ແຕ່ສິ່ງຫນຶ່ງທີ່ເປັນຂໍ້ສຸດທ້າຍ ທີ່ຈະສາມາດເຮັດໃຫ້ຄົນເຮົາໄດ້ຮັບອິດສະລະພາບ ກໍ່ຄຶການເລືອກວິທີທີ່ຈະຄິດ ໃນເວລາພົບກັບສະຖານະການ ເພື່ອເປັນຫົນທາງໃນການດຳລົງຊີວິດຂອງເຮົາໄດ້.

ສັ່ງຊື້ "ປື້ມທີ່ທ່ານຄວນອ່ານ" ນອກຈາກຈະໄດ້ຄວາມຮູ້, ໄດ້ຂໍ້ຄິດ ແລະ ຍັງໄດ້ບຸນນຳອີກ!
ເພາະຄ່າປື້ມທຸກໆຫົວ ພວກເຮົາຈະບໍລິຈາກໃຫ້ ມູນລະນິທິສົ່ງເສີມການສຶກສາທັງຫມົດ!
ສົ່ງເຖິງທີ່ , ສົ່ງ FREE ໃນນະຄອນຫຼວງວຽງຈັນ
ຮ້ານປື້ມ ດີບຸກ 97636007 / 99284384
ຮ້ານປື້ມ ຮັກອ່ານ 02078924265


























Comments