ບໍ່ມີໃຜທີ່ຈະມັກ ການຖືກວິພາກ-ວິຈານ ຫລື ການເຍາະເຍີ້ຍ, ແຕ່ຖ້າເຈົ້າຕ້ອງການທີ່ຈະປະສົບຜົນສຳເລັດ ເຈົ້າຕ້ອງໄ
- ສັກໄຊ ແສງອາລຸນ Sakxay Seng Aloun
- Oct 3, 2018
- 1 min read
ການປືກສາ-ແລກປ່ຽນຄຳເຫັນ ເຊິ່ງກັນ ແລະ ກັນ ຖືວ່າເປັນເລື່ອງທີ່ດີ.

ໃນສະຖານະການແບບນີ້ ສິ່ງທີ່ເຈົ້າຄວນເຮັດໄດ້ກໍ່ຄຶການຫັນມາສົນໃຈເພື່ອນຮ່ວມງານ ດ້ວຍການເຮັດໃຫ້ທຸກຄົນມີສ່ວນຮ່ວມນຳກັນໃນຫນ້າວຽກ ດ້ວຍການແບ່ງປັນສິ່ງທີ່ດີຕ່າງໆ ຄ້າຍກັບວ່າເປັນຄົນທີ່ສະນິດ ແລະ ເຊື່ອໃຈກັນ, ພ້ອມທັງເຮັດໂຕໃຫ້ເປັນທີ່ຫນ້ານັບຖື.
“ພວກເຮົາທຸກຄົນເປັນມະນຸດ, ພວກເຮົາຍ່ອມເຄີຍໂງ່ໃນບາງເລື່ອງ ແລະ ແນ່ນອນວ່າທຸກຄົນເຄີຍເຮັດຜິດພາດມາກ່ອນ”.
ສິ່ງທີ່ດີທີ່ສຸດຄຶການ ບໍ່ໄປເວົ້າໃຫ້ຄົນອື່ນກ່ອນ ປະປ່ອຍຄຳວິຈານຂອງເຈົ້າໄວ້ຕາມຫລັງ ເຖີງຄົນອື່ນຈະເວົ້າແນວໃດກໍ່ຕາມ ຢ່າໄປຫ້າມພວກເຂົາ ຫລື ການປ່ຽນເລື່ອງເພື່ອລົບຫນີ. ເຮົາກໍ່ພຽງແຕ່ສະຫງົບສະຕິອາລົມ ດ້ວຍການເປັນຜູ້ຟັງທີ່ດີ, ຮຽນຮູ້ວ່າເຮົາສາມາດໄດ້ຮັບບົດຮຽນ ຈາກເລື່ອງທີ່ເກີດຂື້ນນີ້ໄດ້ແນວໃດ, ຖ້າບໍ່ມີຫຍັງທີ່ມັນຈະມີຜົນກະທົບຕໍ່ເຮົາກໍ່ພຽງ ປ່ອຍມັນໃຫ້ຜ່ານໄປ.
ຄົນທີ່ກຳລັງເວົ້າວິຈານເຮົາຢູ່ ຫມາຍເຖີງເຂົາກຳລັງທີ່ຈະພະຍາຍາມດຶງເຮົາໃຫ້ຕໍ່າລົງ, ສະແດງວ່າເຂົາຄົນນັ້ນກຳລັງອິດສາເຮົາຢູ່ ແລະ ເຂົາມີສັກກະຍະພາບທີ່ຕໍ່າກວ່າເຮົາຫລາຍ ເຂົາຈຶ່ງຢາກດຶງເຮົາໃຫ້ຕໍ່າລົງເຊັ່ນນີ້. ລອງຄິດກ່ຽວກັບເລື່ອງນີ້ເບິ່ງ ເພາະບຸກຄົນທີ່ດີເຂົາຈະບໍ່ມັກເວົ້າ ຫລື ວິພາກ-ວິຈານ ທີ່ມັນຈະໄປທຳຮ້າຍຄົນອື່ນດ໋ອກ.
ຈົ່ງມີຄວາມເມດຕາ ແລະ ສະແດງຄວາມເຫັນອົກເຫັນໃຈ.

ນີ້ຄຶເລື່ອງໃຫຍ່ ທີ່ເຈົ້າຄວນຈະປະຕິບັດ ເພາະຖ້າບໍ່ດັ່ງນັ້ນ ມັນອາດຈະເຂົ້າມາທຳລາຍຕົວເຈົ້າ ກໍ່ເປັນໄດ້ ການສະແດງຄວາມເຫັນອົກເຫັນໃຈຕໍ່ກັບຄົນທີ່ເຂົາເວົ້າໃຫ້ເຮົາ ຫລື ການພະຍາຍາມຈະເຂົ້າໃຈສິ່ງຕ່າງໆໃນໂຕຂອງເຂົານັ້ນ ຖືວ່າເປັນສິ່ງທີ່ດີ ເຖີງວ່າພວກເຂົາຈະຄິດແນວໃດກັບເຮົາກໍ່ຕາມ.
ເວລາມີຄົນມາວິຈານ ໃສ່ຮ້າຍເຮົາ
“ການສະແດງອອກດ້ວຍຄວາມໂມໂຫນັ້ນ ຖືວ່າເປັນສິ່ງທີ່ງ່າຍ, ກົງກັນຂ້າມກັບການສະແດງອອກດ້ວຍຄວາມສຸຂຸມ ຖືເປັນເລື່ອງທີ່ຍາກ”.
ຖ້າເຈົ້າຕ້ອງການທີ່ຈະປະສົບຄວາມສຳເລັດ ບໍ່ວ່າຈະເປັນດ້ານໃດກໍ່ຕາມ ສິ່ງຫນຶ່ງທີ່ຂາດບໍ່ໄດ້ກໍ່ຄຶ ການຖືກ ວິພາກ-ວິຈານ ແລະ ຄວາມອິດສາ ຈາກຄົນອື່ນ.

“ບໍ່ວ່າຈະດ້ວຍເຫດຜົນໃດກໍ່ຕາມ ຢ່າຢຸດຢັ້ງໂຕເອງ ຈາກເປົ້າຫມາຍຂອງເຈົ້າ, ເຖີງວ່າຈະມີຄົນທີ່ມັກ ຫລື ບໍ່ມັກ ໃນສິ່ງທີ່ເຈົ້າເຮັດກໍ່ຕາມ. ຕາບໃດທີ່ມັນບໍ່ໄດ້ໄປເຮັດໃຫ້ໃຜເດືອດຮ້ອນ ຈົ່ງຢ່າລົ້ມເລີກມັນ”
ບໍ່ແມ່ນວ່າທຸກຄົນຈະມັກໃນສິ່ງທີ່ເຮົາເຮັດ ເຊັ່ນວ່າການທີ່ຈະສ້າງໃຫ້ມີຜູ້ມາຕິດຕາມ ແລະ ມີຄົນມັກໃນຜົນງານຂອງເຮົາຜ່ານທາງຊື່ສັງຄົມອອນລາຍສ໌ ໄດ້ນັ້ນ ແນ່ນອນວ່າເຮົາບໍ່ສາມາດທີ່ຈະຄວບຄຸມໃຫ້ທຸກຄົນມາມັກໃນສິ່ງທີ່ເຮົາເຮັດໄດ້ຫມົດ.
ຄົນທຸກຄົນບໍ່ແມ່ນວ່າຈະມາສະຫນັບ-ສະຫນູນໃນສິ່ງທີ່ເຮົາເຮັດ ລວມທັງການເຄົາລົບຕໍ່ຕົວເຮົາກໍ່ເຊັ່ນກັນ ເຈົ້າບໍ່ອາດທີ່ຈະສາມາດ ຢູ່ຍົງຄົງກະພັນດ້ວຍປາສະຈາກການລໍ້ລຽນ, ການຕໍາຫນິ, ການກ່າວປະນາມ. ຄຳຖາມຄຶ ເຈົ້າຈະຍອມແພ້ ຕໍ່ກັບຄຳເວົ້າທີ່ຄົນພວກນັ້ນເວົ້າໃສ່ ຫລື ເຈົ້າຈະກ້າວຕໍ່ໄປ ໃນສິ່ງທີ່ເຈົ້າປາຖະຫນາທີ່ຈະເປັນ? ໃນກໍລະນີນີ້ ສຳຫລັບຄຳຕອບຂ້ອຍ ກໍ່ຄຶ ກ້າວຕໍ່ໄປ.

ລົ້ມລົງ 7 ຄັ້ງ ເພື່ອຈະໄດ້ກ້າວກະໂດດຂື້ນ 8 ເທື່ອ.
-Sakxay Seng Aloun
THANK YOU FOR EVERY SINGLE COMMENTS!

ສັ່ງຊື້ "ປື້ມທີ່ທ່ານຄວນອ່ານ" ນອກຈາກຈະໄດ້ຄວາມຮູ້, ໄດ້ຂໍ້ຄິດ ແລະ ຍັງໄດ້ບຸນນຳອີກ!
ເພາະຄ່າປື້ມທຸກໆຫົວ ພວກເຮົາຈະບໍລິຈາກໃຫ້ ມູນລະນິທິສົ່ງເສີມການສຶກສາທັງຫມົດ!
ສົ່ງເຖິງທີ່ , ສົ່ງ FREE ໃນນະຄອນຫຼວງວຽງຈັນ
ຮ້ານປື້ມ ດີບຸກ 97636007 / 99284384
ຮ້ານປື້ມ ຮັກອ່ານ 02078924265


























Comments