5 ຂັ້ນຕອນທີ່ຄວນປະຕິບັດເປັນປະຈໍາໃນຕອນເຊົ້າ, ທີ່ຈະຊ່ວຍໃຫ້ເຮົາພັດທະນາ ແລະ ບັນລຸຄວາມສຳເລັດ.
- Sakxay Seng Aloun
- Oct 10, 2018
- 1 min read

ເຈົ້າເຄີຍສັງເກດບໍ່ວ່າ ສິ່ງທີ່ເຮົາເລີ້ມຕົ້ນເຮັດໃນເວລາທຳອິດຂອງຕອນເຊົ້າ ມັກຈະເປັນໂຕກຳນົດເວລາທີ່ເຫລືອຂອງເຮົາທັງຫມົດມື້ ເຊັ່ນວ່າ: ໃນຕອນເຊົ້າ ຖ້າເຮົາເລີ່ມຕົ້ນເຮັດສິ່ງທີ່ເປັນຜົນບວກ ແລະ ເປັນສິ່ງທີ່ມີປະສິດທິພາບດີ, ໃນຕະຫລອດມື້ນັ້ນຫມົດມື້ ມັນກໍ່ຈະສົ່ງຜົນໃຫ້ເຮົາຮູ້ສຶກວ່າ ມີຄວາມຫ້າວຫັນ, ມີພະລັງ ແລະ ບໍ່ວ່າຈະເຮັດສິ່ງໃດກໍ່ຈະຮູ້ສຶກວ່າລາບລື່ນໄປຫມົດ ໃນຕະຫລອດຫມົດມື້ນັ້ນ. ຫມາຍຄວາມວ່າຕົວເຮົາເອງນີ້ລະຈະເປັນຕົວກຳນົດ ຫລື ເປັນຄົນທີ່ມາເຄາະປະຕູປຸກ ວ່າຈະໃຫ້ສິ່ງໃດເກີດຂື້ນໃນແຕ່ລະມື້, ແນ່ນອນວ່າເຮົາຈະຕ້ອງເລືອກເລີ່ມຕົ້ນໃນສິ່ງທີ່ດີ, ເຮົາຈະສັງເກດເຫັນວ່າ ມື້ໃດທີ່ເຮົາຕື່ນຂື້ນມາຊ້າກວ່າແຜນທີ່ເຮົາໄດ້ວາງໄວ້, ມັນກໍ່ຈະສົ່ງຜົນກະທົບໄປໃນການເຮັດວຽກໃນມື້ນັ້ນຂອງເຈົ້າໄດ້ຫມົດມື້ແນ່ນອນ. ດັ່ງນັ້ນການຄວບຄຸມ ຫລື ເລີ່ມຕົ້ນເຮັດສິ່ງຕ່າງໆທີ່ດີ ຕັ້ງແຕ່ເວລາທີ່ເຈົ້າຕື່ນນອນມາໃນຕອນເຊົ້າ ເປັນປະຈຳທຸກມື້ ມັນກໍ່ຈະສົ່ງຜົນໃຫ້ຕົວເຈົ້າໄດ້ເລີ່ມຕົ້ນທີ່ຈະປະສົບຄວາມສຳເລັດໄດ້ດີໃນຕະຫລອດມື້ນັ້ນຫມົດມື້ຢ່າງແນ່ນອນ.
ຄົນສ່ວນໃຫຍ່ທີ່ມັກຈະໄດ້ຮັບສິ່ງທີ່ດີໆ ໃນຍາມເຊົ້າຢ່າງເປັນປະຈຳ ເຂົາມັກຈະໃຊ້ເວລາໃນຊ່ວງມື້ກາງຄຶນຢ່າງມີລະບຽບແບບແຜນ. ສະນັ້ນກ່ອນເຂົ້ານອນທຸກໆຄຶນເຮົາຄວນຈະຕ້ອງໄດ້ມີການວາງແຜນ ຫລື ຂຽນບັນທຶກສິ່ງທີ່ເຮົາຄວນຈະເຮັດໃນມື້ອື່ນໄວ້, ເພື່ອໃຫ້ເຮົາຮູ້ວ່າເຮົາກຳລັງຈະເຮັດຫຍັງແດ່ໃນມື້ນັ້ນ, ບໍ່ມີສິ່ງໃດທີ່ຮ້າຍແຮງໄປກວ່າການທີ່ບໍ່ມີແຜນ ຫລື ເປົ້າຫມາຍໃນແຕ່ລະວັນ ເຊິ່ງນັ້ນເປັນວິທີຫນຶ່ງທີ່ດີທີ່ຈະຊ່ວຍໃນການບໍລິຫານກິດຈະວັດປະຈຳວັນຂອງເຮົາໃນແຕ່ລະມື້ໄດ້.
ແລະ ຕໍ່ໄປນີ້ຄຶສິ່ງທີ່ສຳຄັນຢ່າງຫນຶ່ງ ທີ່ຈະສາມາດຊ່ວຍໃຫ້ເຮົາເລີ່ມຕົ້ນສິ່ງດີໆໃນທຸກໆຕອນເຊົ້າໄດ້.
ຂັ້ນຕອນທີ 1: ການເຕີມນໍ້າ: ປຽບສະເຫມືອນເປັນຢາອາຍຸວັດທະນະ.

ຫນຶ່ງໃນສິ່ງທີ່ສຳຄັນທີ່ສຸດ ທີ່ເຮົາສາມາດເຮັດໄດ້ໃນຕອນຕື່ນມາໃນຕອນເຊົ້າ ກໍ່ຄຶການເດີ່ມນ້ຳຢ່າງນ້ອຍຈອກຫນຶ່ງ, ເພາະວ່າເຮົາໃຊ້ເວລາໃນການນອນຫລັບພັກຜ່ອນເຖີງ 6-8 ຊົ່ວໂມງ, ໂດຍປາສະຈາກການໄດ້ຮັບສານອາຫານ ຫລື ນໍ້າດື່ມ. ສະນັ້ນເຮົາຕ້ອງໄດ້ເຕີມເຕັມ ຫລື ເຮັດໃຫ້ຮ່າງກາຍຂອງເຮົາມີຄວາມຊຸ່ມຊື່ນ ເພື່ອທີ່ຈະໄດ້ມີຄວາມພ້ອມໃນການຕໍ່ສູ້ກັບວຽກງານ ແລະ ສິ່ງຕ່າງໆ ໄດ້ໃນຕະຫລອດຫມົດມື້ໄດ້. ປົກກະຕິແລ້ວ ໃນຮ່າງກາຍຂອງເຮົາສ່ວນໃຫຍ່ຈະເຕັມໄປດ້ວຍນ້ຳ ເຊິ່ງຫລາຍໆ ຄັ້ງຄວາມສຳຄັນຂອງເລື່ອງນີ້ຈະຖືກເບິ່ງຂ້າມໄປ ການເຕີມເຕັມນ້ຳເຂົ້າໄປຫລໍ່ລ້ຽງຮ່າງກາຍ ມັນຄຶການເພີ້ມພະລັງງານໃຫ້ແກ່ຕົວເຮົາ ແລະ ເຮັດໃຫ້ເຮົາມີຄວາມຄິດທີ່ປອດໂປ່ງ ເວົ້າໄດ້ວ່າມັນມີຄຸນປະໂຫຍດຫລາຍຢ່າງ ໃຫ້ກັບສຸຂະພາບຂອງເຮົາກໍ່ວ່າໄດ້.
“ຊົ່ວໂມງທຳອິດທີ່ເຮົາຕື່ນຈາກບ່ອນນອນມາ ຍ່ອມຈະສົ່ງຜົນເຖີງການໃຊ້ຊີວິດໃນເວລາທັງຫມົດມື້ຂອງເຮົາໄດ້. ສະນັ້ນຈົ່ງເຝີກປະຕິບັດຄວາມຄິດ, ທັດສະນະຄະຕິ ແລະ ຫົວໃຈ ຂອງເຮົາໃຫ້ຄິດເຖີງແຕ່ສິ່ງທີ່ດີຢູ່ສະເຫມີ”
ຂັ້ນຕອນທີ 2: ຂັ້ນພື້ນຖານ: ກະແຈລູກສໍາຄັນໃນການປ່ຽນແປງຕົວເອງ.

Anthony (Tony) Robbins ຫນຶ່ງໃນນັກສ້າງແຮງບັນດານໃຈ-ແຮງຈູງໃຈ ທີ່ຍິ່ງໃຫຍ່ຄົນຫນຶ່ງ ມັກເວົ້າສະເຫມີເຖີງຄວາມສຳຄັນກ່ຽວກັບການເລີ່ມຕົ້ນໃນມື້ໃຫມ່ຂອງເຮົາດ້ວຍຂັ້ນຕອນພື້ນຖານ, ລາວໄດ້ແບ່ງອອກເປັນ 2 ອົງປະກອບທີ່ສຳຄັນຄຶ: 1 ແມ່ນການຮູ້ຈັກສິ່ງທີ່ພາກພູມໃຈ ແລະ 2 ແມ່ນການສາມາດຈີນຕະນາການ.
ລຳດັບທຳອິດ Tony ຈະໃຫ້ເຈົ້ານຶກເຖີງ 3 ສິ່ງທີ່ເຈົ້າຮູ້ສຶກມີຄວາມພາກພູມໃຈ ແບບທີ່ວ່າເຈົ້າສາມາດນຶກພາບອອກມາໄດ້ເລີຍຖ້າຫາກເວົ້າເຖີງສິ່ງນີ້. ຈາກນັ້ນລາວຈະໃຫ້ນຶກເຖີງ 3 ສິ່ງທີ່ເຈົ້າຕ້ອງເຮັດ (ທັງໃນໄລຍະແຜນການອັນໃກ້ ແລະ ໄກ), ວັດຖຸປະສົງຂອງການເຮັດກິດຈະກຳນີ້ ຈະເຫັນວ່າເປັນເລື່ອງທີ່ງ່າຍໆ. ສະນັ້ນ ຈົ່ງເລີ່ມຕົ້ນໃນມື້ໃຫມ່ແຕ່ລະມື້ຂອງເຈົ້າດ້ວຍຄວາມ ຮູ້ສຶກທີ່ດີ ແລະ ດ້ວຍຄວາມມີຈີນຕະນາການ ທີ່ຈະປະສົບຄວາມສຳເລັດໃນການເຮັດສິ່ງທີ່ເຈົ້າຕ້ອງການໃຫ້ໄດ້ ບໍ່ວ່າຈະເປັນເປົ້າຫມາຍທີ່ເຈົ້າວາງໄວ້ໃນອານາຄົດອັນມໍ່ນີ້ ຫລື ທີ່ຢູ່ໄກ ກໍ່ຕາມ.
ຂັ້ນຕອນທີ 3: ການອອກກໍາລັງກາຍ/ການເຮັດໃຫ້ຮ່າງກາຍໄດ້ເຄື່ອນໄຫວ: ແມ່ນເລີ່ມຕົ້ນດ້ວຍການເຮັດໃຫ້ສະຫມອງ ແລະ ຄວາມຄິດຂອງເຮົາມີຄວາມຕື່ນໂຕ.

ການໄດ້ອອກກຳລັງກາຍແມ່ນມີຄຸນປະໂຫຍດຢ່າງມະຫາສານ ຕໍ່ຮ່າງກາຍ ກໍ່ຄຶຈິດໃຈ, ການເລີ້ມຕົ້ນມື້ໃຫມ່ດ້ວຍການໄດ້ອອກກຳລັງກາຍຢ່າງສະຫມໍ່າສະເຫມີ ຢ່າງນ້ອຍ 30 ນາທີ ໃນຕອນເຊົ້າ ຈະຊ່ວຍເຮັດໃຫ້ເຮົາມີພະລັງເພີ້ມຂື້ນ ແລະ ໄດ້ຮັບສານແຫ່ງຄວາມສຸກທີ່ອອກມາຈາກຮ່າງກາຍເຮົາ. ນອກຈາກນີ້ມັນຍັງເປັນວິທີທີ່ດີໃນການເລີ່ມຕົ້ນມື້ໃຫມ່ຂອງເຮົາດ້ວຍສິ່ງທີ່ເປັນປະໂຫຍດ ລອງຄິດເບິ່ງວ່າມັນເປັນສິ່ງທີ່ດີເທົ່າໃດ ຫລັງຈາກທີ່ເຮົາໄດ້ອອກກຳລັງກາຍໄປໃນຍາມເຊົ້າ.
ຂັ້ນຕອນທີ 4: ຂຽນບັນທຶກປະຈໍາວັນ: ສ້າງອານາຄົດຂອງເຮົາດ້ວຍການຂຽນບັນທຶກເປົ້າຫມາຍໄວ້.

ທຸກໆຄົນຍ່ອມຈະມີການບັນທຶກຂໍ້ມູນສ່ວນຕົວ ດ້ວຍວິທີງ່າຍ ເຊິ່ງແນ່ນອນວ່າມັນຂື້ນກັບຄວາມສະດວກ ຫລື ວິທີຂອງໃຜມັນ. ສິ່ງຫນຶ່ງທີ່ເຮົາສາມາດເຮັດໄດ້ໃນຂະນະທີ່ຂຽນລົງໃນບັນທຶກປະຈຳວັນຂອງເຮົາກໍ່ຄຶການຂຽນລາຍການ 3-5 ສິ່ງທີ່ເຮົາຮູ້ສຶກພູມໃຈ, ຮູ້ສຶກດີ ແລະ ສິ່ງທີ່ເປັນເປົ້າຫມາຍ ລົງໄປໃນປື້ມບັນທຶກສ່ວນຕົວ (ບໍ່ວ່າຈະເປັນ ໄລຍະສັ້ນ ຫລື ຍາວ ກໍ່ຕາມ) ຫລື ການບັນທຶກຈຸດມຸ້ງຫມາຍທີ່ມີໃນແຕ່ລະມື້ກໍ່ເຊັ່ນກັນ. ຈະເວົ້າໄປການຂຽນບັນທຶກ ມັນຈະຊ່ວຍໃຫ້ເຮົາມີປະສິດທິພາບຫລາຍຂື້ນໃນການເຕືອນ ແລະ ຕະຫນັກເຖີງເປົ້າຫມາຍ ຂອງເຮົາວ່າມີຄຶແນວໃດ, ເພື່ອໃຫ້ເຮົາໄດ້ຈົດຈໍ່ກັບສິ່ງກັບສິ່ງທີ່ເຮົາຈະຕ້ອງໄດ້ເຮັດ.
ຂັ້ນຕອນທີ 5: ການລົງມືເຮັດສິ່ງຕ່າງໆໃນແຕ່ລະມື້: ການຕໍ່ສູ້ກັບພາລະກິດທີ່ຍິ່ງໃຫຍ່ຂອງເຮົາ ຄຶສິ່ງທຳອິດທີ່ຈະຕ້ອງໄດ້ລົງມືເຮັດ.

ຄົນຈຳນວນຫລາຍມັກຈະເລື່ອນເວລາໃນການທີ່ຈະເຮັດວຽກທີ່ສຳຄັນໃນແຕ່ລະມື້ອອກໄປ ພວກເຂົາມັກຈະຫາຂໍ້ອ້າງເພື່ອທີ່ຈະພັກດັນມັນອອກໄປ, ບໍ່ວ່າຈະເປັນເຫດຜົນທີ່ວ່າ ປະໄວ້ກ່ອນ, ຈັກຫນ່ອຍ, ຈົນກາຍເປັນມື້ອື່ນ ຕໍ່ໆໄປ ຈົນຮອດທ້າຍອາທິດ, ສຸດທ້າຍແລ້ວວຽກກໍ່ຍັງບໍ່ທັນສຳເລັດຄຶເກົ່າ; ແນວໃດກໍ່ຕາມ ຫາກເຮົາສາມາດຈັດລຳດັບຄວາມສຳຄັນຂອງວຽກເຮົາໄວ້ວ່າອັນໃດກ່ອນ ແລະ ອັນໃດຫລັງ ແລ້ວເຮັດໃຫ້ມັນສໍາເລັດໃຫ້ໄວທີ່ສຸດ ເວລານັ້ນມັນຈະສະແດງເຖີງວ່າເຮົາໄດ້ເຂົ້າໃກ້ເຖີງຄຸນສົມບັດທີ່ຈະເປັນຜູ້ທີ່ຈະປະສົບຜົນສຳເລັດໄປອີກກ້າວຫນຶ່ງແລ້ວ.
ເລີ່ມຕົ້ນ ເວລາໃນຕອນເຊົ້າໃຫ້ເປັນກິດຈະວັດປະຈຳວັນ, ຈະສາມາດຊ່ວຍປ່ຽນແປງຫນ້າວຽກຂອງເຮົາໄດ້ໃນແຕ່ລະມື້ໄດ້, ສາມາດຊ່ວຍເຝີກນິໄສໃຫມ່ໆ ໃຫ້ກັບເຮົາໄດ້ ເຖີງແມ່ນວ່າເຮົາຈະເລີ່ມຕົ້ນດ້ວຍພຽງ 2-3 ຂໍ້ ທີ່ໄດ້ກ່າວມານີ້ເທົ່ານັ້ນກໍ່ຕາມ, ແຕ່ເຮົາຈະເລີ່ມເຫັນຜົນຂອງຄວາມແຕກຕ່າງໃນແຕ່ລະມື້ຂອງເຮົາ ຖ້າຫາກວ່າເຮົາເຮັດໄດ້ເປັນປະຈຳໃນຕອນເຊົ້າ.

ສັ່ງຊື້ "ປື້ມທີ່ທ່ານຄວນອ່ານ" ນອກຈາກຈະໄດ້ຄວາມຮູ້, ໄດ້ຂໍ້ຄິດ ແລະ ຍັງໄດ້ບຸນນຳອີກ!
ເພາະຄ່າປື້ມທຸກໆຫົວ ພວກເຮົາຈະບໍລິຈາກໃຫ້ ມູນລະນິທິສົ່ງເສີມການສຶກສາທັງຫມົດ!
ສົ່ງເຖິງທີ່ , ສົ່ງ FREE ໃນນະຄອນຫຼວງວຽງຈັນ
ຮ້ານປື້ມ ດີບຸກ 97636007 / 99284384
ຮ້ານປື້ມ ຮັກອ່ານ 02078924265


























Comments